ຈັດ​ກອງ​ປະຊຸມ​ລະດັບ​ລັດຖະມົນຕີ​​ການ​ສ້າງ​ກົນ​ໄກ​ການ​ຮ່ວມ​ມື​ເຂດ​ລ່ອງ​ແມ່​ນ້ຳຂອງຄົບຮອບ 5 ປີ
2016-12-28 16:10:45  cri 

ກອງ​ປະຊຸມ​ລະດັບ​ລັດຖະມົນຕີ​ກ່ຽວ​ກັບ​ການ​ສ້າງ​ກົນ​ໄກ​ການ​ຮ່ວມ​ມື​ການ​ປະຕິບັດ​ກົດໝາຍ​ແລະ​ຄວາມ​ໝັ້ນຄົງ​ລ່ອງ​ແມ່​ນ້ຳຂອງ​ຄົບຮອບ 5 ປີ ​ໄດ້​ຈັດ​ຂຶ້ນຢູ່​ນະຄອນຫຼວງປັກ​ກິ່ງ ສປ ຈີນ ​ໃນ​ວັນ​ທີ 27 ທັນວານີ້ ​ໂດຍ​ທ່ານ​ໂກ່​ເຊິ່ງຄຸ່ນ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ສປ ຈີນ, ທ່ານ​ສົມ​ແກ້ວ ສີ​ພາ​ວົງ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ສປປ ລາວ, ລັດຖະມົນຕີ​ກະຊວງ​ທີ່​ກ່ຽວຂ້ອງ​ຂອງ​ມຽນມາ, ​ໄທ, ກຳປູ​ເຈຍ ​ແລະ ຫວຽດນາມ ​ເຂົ້າຮ່ວມ.
ທ່ານ​ໂກ່​ເຊິ່ງຄຸ່ນ ​ໄດ້​ກ່າວ​​ປາ​ໄສ​ໃນ​ກອງ​ປະຊຸມ ​ວ່າ: ນັບ​ແຕ່​ຈີນ, ລາວ, ມຽນມາ ​ແລະ ​ໄທ​ສ້າງ​ກົນ​ໄກ​ການ​ຮ່ວມ​ມື​ການ​ປະຕິບັດ​ກົດໝາຍ​ແລະ​ຄວາມ​ໝັ້ນຄົງ​ຕາມລ່ອງ​ແມ່​ນ້ຳຂອງ​ຂຶ້ນ​ເມື່ອ​ປີ 2011 ​ເປັນຕົ້ນມາ​ເຖິງ​ປັດຈຸບັນ ​ໄດ້​ເຮັດ​ໃຫ້​ເຂດ​ລ່ອງ​ແມ່​ນ້ຳຂອງ​ໄດ້​ຮັບ​ການ​ພັດທະນາຈະ​ເລີ​ນ ​ແລະ ປະຊາຊົນ​ຢູ່​ຕາມ​ສອງ​ຝັ່ງ​ແມ່​ນ້ຳ​ນັບ​ມື້​​ພໍ​ໃຈຫຼາຍ​ຂຶ້ນ. ທັງ​ນີ້​ຕະຫຼອດ​ໄລຍະ 5 ປີ​ແມ່ນ​ໄລຍະ​ທີ່ບັນດາ​ຝ່າຍມີຂີດ​ຄວາມ​ສາມາດ​​ປະຕິບັດ​ກົດໝາຍ​ສູງ​ຂຶ້ນ, ການ​ປະຕິບັດ​ກົດໝາຍ, ຄວາມ​ໝັ້ນຄົງ​ແລະ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນກໍ​ໄດ້​ເຂົ້າສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ ກາຍ​ເປັນ​ແບບຢ່າງ​ແລະ​ຜົນສຳ​ເລັດຂອງ​ປະ​ເທດ​ຕ່າງໆ​ໃນ​ການຮ່ວມ​ມື​ດ້ານການ​ປະຕິບັດ​ກົດໝາຍ ​ແລະ ຄວາມ​ໝັ້ນຄົງ​​​ໃນ​ພາກ​ພື້ນ.

ທ່ານ​ໂກ່​ເຊິ່ງຄຸ່ນ ຊີ້​ໃຫ້​ເຫັນ​ວ່າ: ​ໃນ​ຕໍ່ໜ້າ, ຈີນ​ຍິນ​ດີສຸມ​ທຸກ​ຄວາມພະຍາຍາມ​ຮ່ວມ​ກັບ​ຝ່າຍ​ຕ່າງໆ ​ແລະ​ຖື​ເອົາ​ການ​ສ້າງ "​ແມ່​ນ້ຳຂອງ​ທີ່​ສະຫງົບ" ​ເປັນ​ເປົ້າໝາຍ​ແຫ່ງ​ການ​ພັດທະນາ​ກົນ​ໄກ​ດັ່ງກ່າວ, ຮ່ວມ​ກັນ​ສ້າງ​ສູນ​ຮ່ວມ​ມື​ການ​ປະຕິບັດ​ກົດໝາຍ​ແລະ​ຄວາມ​ໝັ້ນຄົງ​ສັງ​ລວມ​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ, ຊຸກຍູ້​ການ​ຮ່ວມ​ມື​​ປະຕິ​ບັດ​ກົດໝາຍ​ແລະ​ຄວາມ​ໝັ້ນຄົງ​ຕາມລ່ອງ​ແມ່​ນ້ຳຂອງ​ໃຫ້​ພັດທະນາ​ເຂົ້າສູ່​ລວງ​ເລິກ​ແລະ​ຮອບດ້ານ​ກວ່າ​ເກົ່າ​ໃນ​ 5 ປີ​ຕໍ່ໜ້າ ​ເພື່ອ​ປະກອບສ່ວນ​ໃຫຍ່ຫຼວງກວ່າ​ເກົ່າ​ເຂົ້າ​ໃນ​ຄວາມ​ໝັ້ນຄົງ ​ແລະ ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ ກໍ​ຄື​ຂອງ​ໂລກ.

ກອງ​ປະຊຸມ​ໄດ້​ຮັບຮອງ​ເອົາ "ຖະ​ແຫຼງການ​ກອງ​ປະຊຸມ​ລະດັບ​ລັດຖະມົນຕີ​ການ​ສ້າງ​ກົນ​ໄກ​ການຮ່ວມ​ມື​ການ​ປະຕິບັດ​ກົດໝາຍ​ແລະ​ຄວາມ​ໝັ້ນຄົງຕາມ​ລ່ອງ​ແມ່​ນ້ຳຂອງ​ຄົບຮອບ 5 ປີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ