ຍອດການ​ຂົນ​ສົ່ງ​ໂດຍສານ​ໃນ​ໄລຍະ​ບຸນ​ກຸດ​ຈີນ​ຄາດ​ວ່າ​ຈະ​ບັນລຸ​ເຖິງ 2 ຕື້ 978 ລ້ານ​ເທື່ອ​ຄົນ
2016-12-29 10:47:06  cri 
​ໃນໄລຍະ​ບຸນ​ກຸດ​ຈີນ2017 ​ທີ່​ຈະ​ມາ​ເຖິງ​ໃນ​ມໍ່ໆ​ນີ້, ທ່ານ​ລຽນ​ເວີຍ​ລຽງ ຮອງ​ຫົວໜ້າ​ຄະນະ​ກຳມະການ​ການ​ພັດທະນາ​ແລະ​ປະຕິ​ຮູບ​ແຫ່ງ​ລັດ​ຈີນ​ຢືນ​ຢັນ​ໃນ​ວັນ​ທີ 28 ທັນວາ​ນີ້​ຢູ່​ປັກ​ກິ່ງ​ວ່າ: ​ຄາດ​ຄະ​ເນ​ໃນ​ເບື້ອງ​ຕົ້ນ, ການ​ຂົນ​ສົ່ງ​ໂດຍສານ​ໃນ​ໄລຍະ​ດັ່ງກ່າວຈະ​ບັນລຸ​ເຖິງ  2 ຕື້ 978 ລ້ານ​ເທື່ອ​ຄົນ ​ເພີ່ມ​ຂຶ້ນ​ 2,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ2016.

ການຂົນສົ່ງໄລຍະບຸນກຸດຈີນ2017 ຈະເລີ່ມຕົ້ນໃນວັນທີ 13 ມັງກອນໜ້ານີ້ແລະຈະດຳເນີນເປັນເວລາ 40 ວັນນັ້ນ, ການຂົນ​ສົ່ງ​ທາງ​ລົດ​ໄຟ​ເປັນສ່ວນ​ສຳຄັນ​ທີ່​ສຸດ​ໃນ​ການ​ຂົນ​ສົ່ງ​ໄລຍະ​ບຸນ​ກຸດ​ຈີນ​ທຸກ​ປີ. ທັງ​ນີ້ທ່ານ​ຫຼີ​ເວີນ​ຊິນ ຮອງ​ຜູ້ອຳນວຍການ​ໃຫຍ່​ບໍລິສັດ​ທາງ​ລົດ​ໄຟ​ຈີນ​ຢືນຢັນ​ວ່າ ຄາດ​ວ່າ​ໄລຍະ​ຂົນ​ສົ່ງ​ບຸນ​ກຸດ​ຈີນ​ 2017, ພາກສ່ວນ​ຕົນ​ຈະ​ຂົນ​ສົ່ງ​ໂດຍສານ 352 ລ້ານ​ເທື່ອ​ຄົນ ​ເພີ່ມ​ຂຶ້ນ 9,7% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽ​ວກັນ​ຂອງ​ປີ2016​ໂດຍສະ​ເລ່ຍ​ແລ້ວຈະ​ບັນລຸ 8 ລ້ານ 8 ​ແສນ​ເທື່ອ​ຄົນ​ຕໍ່​ມື້. ປັດຈຸບັນ, ການຈຳໜ່າຍ​ປີ້​ລົດ​ໄຟ​​ໄດ້​ດຳ​ເນີນ​ໄປ​ດ້ວຍ​ດີ​ໂດຍ​ສະ​ເພາະ​ການຈຳໜ່າຍ​ປີ້​ລົດ​ໄຟ​ກ່ອນ​ບຸນກຸດ​ຈີນ​ເຊິ່ງ​ເປັນ​ໄລຍະ​ທີ່​ມີ​ຄົນ​ຊື້​ຫຼາຍ​ທີ່​ສຸດກໍດຳ​ເນີນ​ໄປ​ດ້ວຍ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ