ເຕັກນິກ​ກໍ່ສ້າງ​ພື້ນ​ຖານໂຄງລ່າງຂອງ​ຈີນ​ນຳ​ໜ້າໂລກ
2016-12-29 11:35:43  cri 
ວັນ​ທີ 29 ທັນວາ​ນີ້ ຫ້ອງການ​ຖະ​ແຫຼ​ງຂ່າວ​ລັດຖະບານ​ຈີນ​ໄດ້​ເຜີຍ​ແຜ່ປຶ້ມ​ປົກ​ຂາວ "ການ​ພັດທະນາ​ລະບົບຄົມມະນາຄົມ​ການ​ຂົນສົ່ງ​ຈີນ"​ເຊິ່ງລະບຸ​ວ່າ: ​ເຕັກນິກ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ຂອງ​ຈີນ​ໄດ້​ນຳ​ໜ້າ​ໂລກ​ເຊິ່ງ​ເຫັນ​ໄດ້​ຈາກ​ເຕັກນິກ​ການ​ກໍ່ສ້າງ​ໄດ້​ຮັບ​ການ​ພັດທະນາ​ກ້າວໜ້າ​ຢ່າງ​ວ່ອງ​ໄວ ​ແລະ​ໄດ້​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ແລະ​​ເຕັກ​ໂນ​ໂລ​ຊີ​ທັນ​ສະ​ໄໝ​ເຂົ້າ​ໃນ​ຂົງ​ເຂດ​ຕ່າງໆຢ່າງ​ກວ້າງຂວາງ.

ປຶ້ມປົກ​ຂາວ​ລະບຸ​ວ່າ: ​ເຕັກນິກ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ,ທາງ​ລົດ​ໄຟ​ຢູ່​ເຂດ​ອາກາດ​ໜາ​ວ​ແຮງ, ທາງ​ລົດ​ໄຟ​ພູ​ພຽງ​ແລະ​ທາງ​ລົດ​ໄຟ​ບັນທຸກ​ນ້ຳໜັກ​ຂອງ​ຈີນ​ໄດ້​ກ້າວ​ສູ່​​ໃນຖັນ​​ແຖວທັນ​ສະ​ໄໝ​ຂອງ​ໂລກ ​ເຊິ່ງທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ໄດ້​ກາຍ​ເປັນ​ນາມບັດ​ຂອງ "ຈີນ​ຜະລິດ"​ແລະ "ຂະຫຍາຍຕົວ​ສູ່​ຕ່າງປະ​ເທດ". ນອກ​ນີ້, ຈີນ​ຍັງ​ປະສົບ​ຜົນສຳ​ເລັດ​ໃນ​ການ​ສ້າງ​ຂົວ​ແລະ​ອຸມົງ​ໃຫຍ່​ລະດັບໂລກ​ຈຳນວນ​ໜຶ່ງ ​ແລະ​ເຕັກນິກ​ການ​ກໍ່ສ້າງ​ຂົວ​ແລະ​ອຸມົງ​ໃຫຍ່​ຂອງ​ຈີນ​ໄດ້ບັນລຸ​ເຖິງ​ລະດັບ​ກ້າວໜ້າ​ຂອງ​ໂລກ​ແລ້ວ.

ປຶ້ມ​ປົກ​ຂາວ​ຍັງ​ລະບຸ​ອີກວ່າ: ຈີນ​ມີຄວາມ​ກ້າວໜ້າ​ຢ່າງ​ວ່ອງ​ໄວ​ໃນ​ດ້ານ​ເຕັກນິກ​ຜະລິດ​ອຸປະກອນ​ໂດຍຕັກນິກ​ການ​ຜະລິດ​ອຸປະກອນ​ທາງ​ລົດ​ໄຟ​ຄຸນ​ນະພາ​ບສູງ​ທີ່​ມີ​ສິດ​ຊັບ​ສິນ​ທາງ​ປັນຍາ​ເປັນ​ຂອງ​ຕົນ​ເອງ​​ໂດຍ​ສະ​ເພາະ​ລົດ​ໄຟ​ຄວາມ​ໄວ​ສູງ,ຫົວ​ຈັກ​ແມ່​ແຮງ​ສູງ​ໄດ້​ບັນລຸ​ເຖິງ​ລະດັບ​ກ້າວໜ້າ​ຂອງ​ໂລກ ​ແລະ​ບາງ​ຢ່າງ​ຍັງ ​ບັນລຸ​ເຖິງ​ລະດັບ​ນຳ​ໜ້າ​ໂລກ​ອີກ​ດ້ວຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ