ເມື່ອ​ຮອດ​ປີ 2020 ​ທາງລົດ​ໄຟ​ຄວາມ​ໄວ​ສູງຂອງ​ຈີນຈະ​ກວມ​ເອົາ​ຕົວ​ເມືອງ​ໃຫຍ່​ທົ່ວ​ປະ​ເທດກວ່າ 80%
2016-12-29 11:35:14  cri 

ຫ້ອງການ​ຖະ​ແຫຼງຂ່າວຂອງ​ລັດຖະບານ​ຈີນ ​ໄດ້​ເຜີຍ​ແຜ່​ປື້​ມປົກ​ຂາວ "ການ​ພັດທະນາ​ການ​ຄົມມະນາຄົມ-ຂົນ​ສົ່ງ​ຈີນ" ​ໃນ​ວັນ​ທີ 29 ທັນວາ​ນີ້ ​ໂດຍ​ລະບຸ​ວ່າ: ​ໃນ​ໄລຍະ​ປະຕິບັດ​ແຜນ​ພັດທະນາ​​ເສດຖະກິດ-ສັງຄົມ 5 ປີ​ຄັ້ງທີ 13, ຈະ​ກໍ່ສ້າງ​ລະບົບ​ການ​ຄົມມະນາຄົມ-ຂົນ​ສົ່ງ​ສັງ​ລວມທີ່​ເຊື່ອມ​ຈອດ​ພາຍ​ໃນ​ແລະ​ຕ່າງປະ​ເທດ ​ໂດຍ​ຈະກວມ​​ເອົາ​ຕົວ​ເມືອງ​ແລະ​ຊົນນະບົດ​ໃນ​ພາກ​ພື້ນ​ຢ່າງ​ກວ້າງຂວາງ, ສູນ​ກາງ​ການ​ຄົມມະນາຄົມ​ທີ່​ສຳຄັນຈະ​ກ້າວ​ໄປ​ສູ່​ການ​ຄົບ​ວົງ​ຈອນ ​ແລະ ການ​ຂົນ​ສົ່ງ-ການ​ບໍລິການຈະ​ເຊື່ອມ​ໂຍງ​ແລະ​ມີ​ປະສິດທິພາບ​ສູງ.

ປື້ມປົກ​ຂາວ​ຍັງລະບຸອີກວ່າ: ​ເມື່ອ​ຮອດ​ປີ 2020, ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ຂອງ​ຈີນ​ຈະ​ບັນລຸ 30.000 ກິ​ໂລ​ແມັດ ​ແລະ ກວມ​ເອົາຕົວ​ເມືອງ​ໃຫຍ່​ກວ່າ 80%. ນອກ​ນີ້, ຍັງ​ຈະ​ເລັ່ງກໍ່ສ້າງ​ເຄືອ​ຂ່າຍ​​ຄົມມະນາຄົມ​ລົດ​ລາງ​ຂອງ​ຕົວ​ເມືອງ​ທີ່​ມີ​ປະຊາກອນ 3 ລ້ານ​ຄົນຂຶ້ນ​ໄປ ​ແລະ ກໍ່ສ້າງ​​ຄົມມະນາຄົມ​ລົດ​ລາງ​ຂອງ​ຕົວ​ເມືອງ​ໃຫ້​ເພິ່ມ​ຂຶ້ນ​ໃໝ່ປະມານ 3.000 ກິ​ໂລ​ແມັດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ