ຈີນ​ຈະ​ປະຕິບັດ 15 ​ໂຄງການ​ຊົນລະປະທານ​ໃຫຍ່​ໃນ​ປີໜ້າ
2016-12-29 10:12:42  cri 
    ທ່ານ ວ່າງ​ອ່ານ​ນານ ຫົວໜ້າ​ກົມ​ແຜນການ​ກະຊວງ​ຊົນລະປະທານ​ຈີນ ກ່າວ​ຢູ່​ນະຄອນຫຼວງປັກ​ກິ່ງ​ໃນ​ວັນ​ທີ 28 ທັນວາ​ນີ້​ວ່າ, ຈະ​ພະຍາຍາມ​ເລີ່​ມປະຕິບັດ​ໂຄງການ​ຊົນລະປະທານ​ໃຫຍ່ 15 ​ໂຄງການ​ໃນ​ປີໜ້າ ​ໂດຍ​ມີ​ມູນ​ຄ່າ​ການ​ກໍ່ສ້າງຫຼາຍກວ່າ 900 ຕື້​ຢວນ.

    ​ເພື່ອ​ປັບປຸງລະບົບ​ຊົນລະປະທານ​ແລະ​ຮັບປະກັນການ​ສະໜອງ​ນ້ຳຢ່າງ​ພຽງພໍ​ນັ້ນ, ປີ 2014, ທາງ​ການ​ຈີນ​​ໄດ້​ວາງ​ແຜນການສຸມ​ໃສ່ປະຕິບັດ​ໂຄງການ​ຊົນລະປະທານ​ໃຫຍ່ 172 ​ໂຄງການ​ໃຫ້​ສຳ​ເລັດ​ກ່ອນ​ປີ 2020 ​ໂດຍ​ແຜນການ​ດັ່ງກ່າວ​ພວມ​ໄດ້​ຮັບ​ການ​ຊຸກຍູ້ຈັດຕັ້ງປະຕິບັດ​ຢ່າງ​ເປັນ​ລະບົບ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ