CRI ​ສະຫຼຸບ 10​ ເຫດການ​ເດັ່ນ​ໃນອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ປີ 2016 ​
2016-12-30 11:25:10  cri 

ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ ຫຼື CRI ​ໄດ້​​ສະຫຼຸບ 10 ​ເຫດການ​ເດັ່ນ​​ໃນອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ປີ 2016 ​ໃນ​ວັນ​ທີ 30 ທັນວາ​ນີ້ ​ເຊິ່ງ​ເລີ່​ມຈາກ 1) ອິນ​ໂດ​ເນ​ເຊຍ​ເກີດ​ເຫດການຫຼອນ​ໂຈມ​ຕີ​ກໍ່​ການ​ຮ້າຍ. 2) ລາວ ​ແລະ ຫວຽດນາມ ​ໄດ້​ຜູ້ນຳ​ພັກ-ລັດ​ຊຸດ​ໃໝ່​ຂອງ​ປະ​ເທດ​ຕົນ. 3) ຜົນສຳ​ເລັດຂອງກອງ​ປະຊຸມ​ຜູ້ນຳ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ​ຄັ້ງທຳ​ອິດ​​. 4) ທ່ານ​ໂຣດຣີ​ໂກ ດູ​ເຕີ​ເຕ ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີ​ຟິລິບ​ປິນ. 5) ສະຖານະ​ການ​ທີ່​ເຄັ່ງ​ຕຶງ​ຢູ່​ທະ​ເລ​ຈີນ​ໃຕ້​ຜ່ອນຄາຍ​ລົງ. 6) ມຽນມາ​ຈັດ​ກອງ​ປະຊຸມ "ປັງ​ລອງ​ສັດຕະວັດ​ທີ 21" ຄັ້ງທຳ​ອິດ. 7) ຜູ້ນຳບັນດາ​ປະ​ເທດ​ໃນ​ອາ​ຊຽນ​ເລີ່​ມຈັດຕັ້ງປະຕິບັດ "ວິ​ໄສ​ທັດ​ປະຊາ​ຄົມ​ອາ​ຊຽນ 2025". 8) ສົມ​ເດັດ​ພູມີ​ພົນ ອະດຸນ​ຍະ​ເດດ ​ອົງທີ 9 ເຈົ້າ​ຊີວິດ​ໄທ​ສະຫວັນ​ນະ​ຄົດ. 9) ສັນຍາ​ຄູ່​ຮ່ວມ​ຂ້າມປາຊີ​ຟິກ ຫຼື TPP ທີ່​ມີ 4 ປະ​ເທດ​ອາ​ຊຽນ​ເຂົ້າຮ່ວມ​ນັ້ນມີ​ອະນາຄົດ​ບໍ່​ຈະ​ແຈ້ງ ​ແລະ 10) ມາ​ເລ​ເຊຍ​ ແລະ ສິງກະ​ໂປ​ລົງ​ນາມ​ໃນ​ສັນຍາ​ກໍ່ສ້າງທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ລະຫວ່າງສອງ​ປະ​ເທດ.

ຜົນ​ການ​ສະຫຼຸບ 10 ​ເຫດການ​ເດັ່ນ​ຄັ້ງນີ້​ຈະ​ເຜີຍ​ແຜ່​ຜ່ານ​ສື່​ຂອງ​ບັນດາ​ປະ​ເທດ​ໃນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ໃນ​ເວລາ​​ດຽວ​ກັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ