ຈີນ-​​ເນ​ປານ​ຈະ​ຮ່ວມ​ຝຶກ​ຊ້ອມ​ທະຫານ​ໃນ​ປີ​ໜ້າ
2016-12-30 11:00:14  cri 
    ຕາມ​ຂ່າວສານ​ຈີນ: ທ່ານ ຢາງ​ຢູຈູ່ນ ​ໂຄສົກ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ ກ່າວ​ໃນ​ການ​ຖະ​ແຫຼງຂ່າວ​ໃນ​ວັນ​ທີ 29 ທັນວາ​ນີ້​ວ່າ, ຈີນ​ແລະ​​ເນ​ປານ​ໄດ້​ຕິດ​ຕໍ່​ພົວພັນ​ກັນ​ໃນ​ເບື້ອງ​ຕົ້ນກ່ຽວ​ກັບການຈະ​ຝຶກ​ຊ້ອມ​ທະຫານ​ບົກ​ສອງ​ປະ​ເທດ​ໃນ​ໄວໆ​ນີ້.

    ທ່ານ​ ຢາງ​ຢູຈູ່ນ ກ່າວ​ຕື່ມ​ວ່າ, ​ໃນຫຼາຍປີ​ຜ່ານມາ, ສອງ​ກອງທັບ​ຈີນ​ແລະ​ເນ​ປານ ​ໄດ້​ດຳ​ເນີນ​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ກັນ​​ໃນຫຼາຍຮູບ​ແບບ​ບົນ​ພື້ນຖານ​ການ​ໂຄລົບ​ເຊິ່ງກັນ​ແລະ​ກັນ, ສະ​ເໝີ​ພາບ ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ ​ໂດຍ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ທີ່​ດີ​ເພື່ອ​ຍົກ​ຄວາມ​ສາມາດ​ຂອງ​ສອງ​ກອງທັບ​ໃນ​ການ​ປະຕິບັດ​ໜ້າ​ທີ່​ການ​ທະຫານຫຼາຍຢ່າງ​ໃຫ້​ສູງ​ຂຶ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ