ແຂວງ​ໄຫຫຼຳ​ເປີ​ດບໍລິການ​ເໝົາ​ຍົນ​ທ່ອງ​ທ່ຽວ​ສູ່​ລາວ​ໂດຍ​ກົງ
2016-12-30 16:27:19  cri 
    ຕາມ​ຂ່າວສານ​ຈີນ: ​ຍົນ​ເໝົາ​ລຳທ່ອງ​ທ່ຽວ​ໄຫ​ໂຂ-ຫຼວງພະ​ບາງ​ທີ່​ດຳ​ເນີນ​ທຸລະ​ກິດ​ໂດຍ​ບໍລິສັດ​ທ່ອງ​ທ່ຽວ​ການບິນ​ໄຫຫຼຳ​ແລະ​ບໍລິສັດ​ການບິນ​ລຽນ​​ເຮີ​ໄຫຫຼຳ ​ໄດ້​ເປີດ​ບໍລິກາ​ນຢ່າງ​ເປັນ​ທາງ​ການ​ໃນ​ຕອນ​ເຊົ້າວັນ​ທີ 30 ທັນວາ​ນີ້ ຂະນະ​ທີ່​ເສັ້ນທາງ​ການບິນ​ແຕ່​ໄຫ​ໂຂ-​ວຽງ​ຈັນ​ແລະຫຼວງພະ​ບາງ ​ໄດ້​ເປີດ​ບໍລິການ​ໃນ​ວັນ​ທີ 31 ສິງຫາ​ແລະ​ວັນ​ທີ 4 ກັນຍາ​ຜ່ານ​ມາ.

    ເສັ້ນທາງ​ການບິນ​ສອງ​ສາຍ​ດັ່ງກ່າວ ຈະນຳ​ໃຊ້​ຍົນ​ໂບອິງ 737-800 ຂອງ​ບໍລິສັດ​ການບິນ​ໄຫຫຼຳ ​ເຊິ່ງ​ເລີ່​ມ​ແຕ່​ວັນ​ທີ 30 ທັນວາ 2016 ​ໂດຍ​ຈາກ​ໄຫ​ໂຂ​ສູ່​ວຽງ​ຈັນ​ທຸກໆ​ວັນ​ພຸດ​ແລະ​ວັນ​ອາທິດ ​ແລະຈາກ​ໄຫ​ໂຂ​ສູ່ຫຼວງພະ​ບາງ​ທຸກໆ​ວັນ​ສຸກ ​ໂດຍ​ໃຊ້​ເວລາ​ບິນ​ບໍ່​ກາຍ 2 ຊົ່ວ​ໂມງ.

    ຫຼັງຈາກ​ເປີດ​ບໍລິການ​ຍົນ​ເໝົາລຳ​ແລ້ວ, ຄາດ​ວ່າ​ແຕ່ລະ​ປີ​ຈະບໍລິການ​ນັກ​ທ່ອງ​ທ່ຽວ​ໄປ​ລາວ​ປີ​ລະ 12.000 ​ເທື່ອ​ຄົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ