​​ເສດຖະກິດ​ຂອງ​ເຂດ​ຕິ​ເບ​ດຈີນ​ຮັກສາ​ການ​ເຕີບ​ໂຕ​ຫຼາຍ​ກວ່າ10%ຕໍ່​ປີ​​ເປັນ​ເວລາ24ປີ​ລຽນຕິດ
2016-12-31 16:20:43  cri 
ວັນ​ທີ31ທັນວາ​ນີ້, ກອງ​ປະຊຸມ​ວຽກ​ງານ​ເສດຖະກິດຂອງ​ເຂດ​ປົກຄອງ​ຕົນ​ເອງ​ຕິ​ເບ​ດຈີນ​ໃຫ້​ຮູ້​ວ່າ,​​ໃນ​ປີ2016, ຍອດ​ມູນ​ຄ່າ​ການ​ຜະລິດ​ຂອງ​ທົ່ວ​ເຂດ​ຕິ​ເບ​ດຈະ​ບັນລຸ​ເຖິງ114,8ຕື້​ຢວນ,​​ເພີ່ມ​ຂຶ້ນ11,5%​ເມື່ອ​ທຽບ​ກັບ​ປີ​ກາຍ,​​ເຊິ່ງ​ໄດ້​ຮັກສາ​ການ​ເຕີບ​ໂຕ​ຫຼາຍ​ກວ່າ10%ຕໍ່​ປີ​​ເປັນ​ເວລາ24ປີ​ລຽນຕິດ.

ຢູ່​ເຂດ​ຕິ​ເບ​ດ, ​ລະດັບ​ການ​ພັດທະນາ​ເສດຖະກິດ​ຍັງ​ອ່າວ​ຫຼ້າ​ຫຼັງ,​​ແລະ​ພື້ນຖານ​ໂຄງ​ລ່າງກໍອ່ອນ​ແອ​ເມື່ອ​ທຽບ​ກັບ​ເຂດ​ອື່ນ, ການ​ລົງທຶນ​ແລະ​​ໂຄງການ​ກໍ່ສ້າງ​ຍັງ​ເປັນຕົວ​ຕົ້ນຕໍ​ໃນ​ການຊຸກ​ຍູ້​ການ​ພັດທະນາ​ເສດຖະກິດ. ປີ2016, ການ​ລົງທຶນ​ເຂ້າ​ໃນ​ຊັບ​ສິນ​ຄົງ​ທີ່ຢູ່​ເຂດ​ຕິ​ເບ​ດບັນລຸ​ເຖິງ161ຕື້​ຢວນ,​​ເພີ່ມ​ຂຶ້ນ20%; ຍອດ​ມູນ​ຄ່າ​ເຄື່ອງ​ບໍລິ​ໂພ​ກສັງຄົມ​ບັນລຸ​ເຖິງ45,7ຕື້​ຢວນ,​ລາຍ​ຮັບ​ຈາກ​ພາສີ​ອາກອນ​ມີ​ເຖິງ25ຕື້760ລ້ານ​ຢວນ.

​ໃນ​ຂະນະ​ທີ່​ເສດຖະກິດ​ເຕີບ​ໂຕ​ຢ່າງ​ວ່ອງ​ໄວ,​​ເຂດ​ຕິ​ເບ​ດ​ກໍໃຫ້​ຄວາມ​ສຳຄັນ​ຕໍ່ການ​ຮັບປະກັນ​ແລະ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃຫ້​ດີ​ຂຶ້ນ,​​ໃຊ້​ງົບປະມານ​ຫຼາຍ​ກວ່າ​ເກົ່າ​ເຂົ້າ​ສູ່​ຂົງ​ເຂດ​ປະຊາ​ສົງ​ເຄາະ​ແລະ​ຫຼຸດຜ່ອນ​ຄວາມທຸກ​ຍາກ, ພະຍາ​ຍາດ​ເຮັດ​ໃຫ້​ປະຊາຊົນ​ບັນດາ​ເຜົ່າຢູ່​ເຂດ​ຕິ​ເບ​ດ​ໄດ້​ຊົມ​ໃຊ້​ໝາກຜົນ​ແຫ່ງ​ການ​ປະຕິ​ຮູບ​ແລະ​ການ​ພັດທະນານຳ​ກັນ. ປີ2016,ລາຍ​ໄດ້​ສຸດທິ​ຂອງ​ປະຊາ​ຊົນ​​ໃນ​ຕົວ​ເມືອງ ບັນລຸ​ເຖິງ27875ຢວນ ​​ເພີ່ມ​ຂຶ້ນ10%, ແລະ​ປະຊາຊົນຊົນ​ນະ​ບົດ​ບັນລຸ​ເຖິງ 9316ຢວນ,​​ເພີ່ມ​ຂຶ້ນ13%​ເມື່ອ​ທຽບ​ກັບ​ປີ2015;​ຍົກ​ຍ້າຍ​ແຮງ​ງານ​ເຫຼືອ​ເຟືອ​ຂອງ​ເຂດ​ກະສິກຳ​ແລະ​ລ້ຽງສັດ1ລ້ານ1​ແສນ​ກວ່າ​ຄົນ,​ຫຼຸດຜ່ອນປະຊາຊົນຜູ້​ທຸກ​ຍາກ​ເຖິງ1​ແສນ3ໝື່ນ​ຄົນ,​ຍົກຍ້າຍ​ປະຊາຊົນ7ໝື່ນ7ພັນ​ກວ່າ​ຄົນ​ໄປ​ບ່ອນ​ອື່ນ​ເພື່ອ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ