ຄຳ​ອວຍພອນ​ປີ​ໃໝ່​ປີ 2017 ຂອງ​ທ່ານ​ສີ​ຈິ້ນ​ຜິ​ງ
2016-12-31 19:33:54  cri 


​ເນື່ອງ​ໃນ​ໂອກາດສົ່ງ​ທ້າຍ​ປີ​ເກົ່າຕ້ອນຮັບ​ປີ​ໃໝ່​, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ ສປ ຈີນ​ໄດ້​ກ່າວ​ຄຳ​ອວຍພອນ​ປີ​ໃໝ່ 2017 ຜ່ານ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ (CRI), ສະຖານີ​ວິທະຍຸ​ກະຈາຍສຽງ​ປະຊາຊົນ​ຈີນ, ​ໂທລະພາບ​ສູນ​ກາງ​ຈີນ, ​ໂທລະພາບ​ສາກົນ​ແຫ່ງ​ຊາດ​ຈີນ ​ແລະ​ອິນ​ເຕີ​​ເນັດ​. ຕໍ່​ໄປ ແມ່ນເນື້ອ​ໃນລະອຽດ.

ບັນດາ​ສະຫາຍ, ​ເພື່ອນ​ມິດ, ທ່ານ​ຍິງ​, ທ່ານ​ຊາຍ:

ປີ 2016 ​ໃກ້​ຈະ​ຜ່ານ​ພົ້ນ​ໄປ, ສຽງ​ລະຄັງປີ​ໃໝ່​ໃກ້​ຈະ​ດັງ​ຂຶ້ນ. ​ໃນ​ວາລະ​ດີ​ຖີສົ່ງ​ທ້າຍ​ປີ​ເກົ່າຕ້ອນຮັບ​ປີ​ໃໝ່​, ຂ້າພະ​ເຈົ້າ​ຂໍ​ສົ່ງຄຳອວຍພອນ​ປີ​ໃໝ່​ໄປສູ່​ປະຊາຊົນ​​ເຜົ່າຕ່າງໆ​ທົ່ວ​ປະ​ເທດ, ພີ່ນ້ອງ​ຮ່ວມ​ຊາດ​ຢູ່​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ,ມາ​ກາວ, ​ພີ່ນ້ອງ​ຮ່ວມ​ຊາດໄຕ້​ຫວັນ,​ຊາວ​ຈີນຕ່າງ​ດ້າວ​ທີ່​ອາ​ໃສ​ຢູ່​ຕ່າງປະ​ເທດ​ແລະ​ຊາວ​ເຊື້ອສາຍ​ຈີນ, ພ້ອມ​ທັງ​ເພື່ອນ​ມິດ​ທັງຫຼາຍຢູ່​ປະ​ເທດ​ແລະ​ເ​ຂດ​ແຄວ້ນຕ່າງໆ​ທົ່ວ​ໂລກ.
ປີ 2016 ​ເວົ້າ​ສຳລັບ​ປະຊາຊົນ​ຈີນ​ແລ້ວ ຖື​ເປັນ​ປີ​ໜຶ່ງ​ທີ່​ບໍ່​ທຳ​ມະ​ດາ ​ແລະ​ກໍ​ແມ່ນ​ປີ​ໜຶ່ງ​ທີ່​ລືມ​ບໍ່​ລົງ, ​​​ແມ່ນ​ປີ​ທຳ​ອິດ​ໃນ​ການ​ປະຕິບັດ "​ແຜນພັດທະນາ​ເສດຖະກິດ​ສັງຄົມ 5 ປີ​ຄັ້ງ​ທີ 13"​​ແລະ​ໄດ້​ຮັບ​ຜົນ​ສຳ​ເລັດ​. ພວກ​ເຮົາ​ໄດ້​ຕັ້ງໜ້າ​ປະຕິບັດ​ແລະ​ຜັນ​ຂະຫຍາຍ​ທັດສະນະ​ການ​ພັດທະນາ​​ອັນ​ໃໝ່, ​ເລັ່ງລັດ​​ຂະ​ບວນການ​ສ້າງ​ສັງຄົມ​ທີ່​ອິ່ມ​ໜຳສຳ​ລານຢ່າງຮອບດ້ານ, ຊຸ​ກຍູ້​ໃຫ້​ເສດຖະກິດ​ຂອງ​ປະ​ເທດ​ພວກ​ເຮົາ​ສືບ​ຕໍ່​ເຕີບ​ໂຕ​ຂຶ້ນ​​ໂດຍ​ນຳ​ໜ້າ​ໂລກ. ພວກ​ເຮົາ​ໄດ້​ຕັ້ງໜ້າ​ຊຸກຍູ້​ການ​ປະຕິ​ຮູບ​ໃຫ້​ລົງ​ສູ່​ລວງ​ເລິກ​ຢ່າງຮອບດ້ານ ​ເຊິ່ງການ​ປະຕິຮູບ​ໂຄງສ້າງ​ຝ່າຍ​ສະໜອງ​ນັ້ນ​ໄດ້​ຢ່ວງ​ບາດກ້າວ​ທີ່​ສຳຄັນ, ການ​ປະຕິ​ຮູບ​ດ້ານ​ການ​ປ້ອງ​ກັນ​ປະ​ເທດ ​ແລະ​ກອງທັບ​ໄດ້​ຮັບ​ການ​ບຸກທະລຸ​ທີ່​ສຳຄັນ, ​​ຂອບ​​ການ​ປະຕິ​ຮູບ​​ໃນ​ຂົງ​ເຂດ​ຕ່າງໆທີ່​ມີ​ລັກສະ​ນະ​ເສົາ​ຄ້ຳ​​ໄດ້​ສ້າງ​ຕັ້ງຂຶ້ນ​ໂດຍ​ພື້ນຖານ​. ພວກ​ເຮົາ​ໄດ້​ຕັ້ງໜ້າຊຸກຍູ້​ການ​ປົກຄອງ​ປະ​ເທດ​ຕາມ​ກົດໝາຍ​ຢ່າງຮອບດ້ານ, ລົງ​ເລິກ​ການ​ປະຕິ​ຮູບ​ໂຄງ​ປະກອບ​ດ້ານ​ຕຸລາການ, ສຸມ​ໃສ່​ການ​ຊຸກຍູ້​ຄວາມ​ຍຸດຕິ​ທຳ​ດ້ານ​ຕຸລາການ, ປົກ​ປັກ​ຮັກສາຄວາມ​ຍຸດຕິ​ທຳ​ແລະ​ຄວາມ​ທ່ຽງ​ທຳ​ທາງ​ສັງຄົມ. ພວກ​ເຮົາ​ໄດ້​ຕັ້ງໜ້າ​ຊຸກຍູ້​ການ​ຄຸ້ມ​ຄອງ​ບໍລິຫານ​ພັກ​ຢ່າງ​ເຂັ້ມ​ງວດ, ຍຶດໝັ້ນຕໍ່ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ສືບ​ຕໍ່​ເຮັດ​ໃຫ້​ສະພາບ​ແວ​ດລ້ອມ​ທາງ​ການ​ເມືອງ​ມີ​ຄວາມ​ບໍລິ​ສຸດ​ຜຸດ​ຜ່ອງ, ​ເຮັດ​ໃຫ້​ແບບ​ແຜນ​ພັກ, ​ແບບ​ແຜນການ​ເມືອງ ​ແລະ​ແບບ​ແຜນ​ທາງ​ສັງຄົມສືບ​ຕໍ່ດີ​ຂຶ້ນ.

ປີ 2016, ຈີນ​ໄດ້​ສ້າງ​ກ້ອງ​ດາລາສາດ​ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ​ໃຫ້​ສຳ​ເລັດ, ດາວ​ທຽມ​ຢັ່ງ​ແທກ​ວັດຖຸ​ມືດ​ທາງ​ອະວະກາດ "​ຫງໍ​ຄົງ" ​ໄດ້​ຫມູນ​ວຽນ​ຕາມ​ໂຄຈອນ​​ເປັນ​ເວລາ 1 ປີ, ​ໄດ້​ສົ່ງ​ດາວ​ທຽມ​ໂທລະ​ຄົມຄວັນ​ຕັມ"​ໂມ້​ຈື" ຂຶ້ນ​ສູ່​ອະວະກາດ, ຍານ​ອະວະກາດ "​ເສີນ​ໂຈ​ວ 11" ​ແລະ​ສະຖານີ​​ອະວະກາດ "ທ່ຽນກົງ 2"ຂຶ້ນ​ສູ່​ວົງໂຄຈອນ​ອະວະກາດ, ນັກ​ກິລາ​ຈີນ​ໄດ້​ຮັບ​ຜົນງານ​ທີ່ດີ​ເດັ່ນ​ໃນງານ​ກິລາ​ໂອ ​ລິ​ມປິກ​​ໂດຍທິມບານ​ສົ່ງ​ເພດ​ຍິງ​ຈີນ​ຊິງ​ໄດ້​ແຊມປຽນ​ຫຼັງ 12 ປີ… ນອກຈາກ​ນີ້​ແລ້ວ, ຜ່ານ​ຈາກ​ການ​ປະຕິ​ຮູບ, ປະຊາຊົນ​ຢູ່​ຊົນນະບົດ​ຍ້າຍ​ເຂົ້າ​​ເປັນ​ປະຊາຊົນ​ໃນ​ຕົວ​ເມືອງ​​ໄດ້​ມີ​ຄວາມສະດວກ​ກວ່າ​ເກົ່າ, ​ເດັກນ້ອຍຢູ່​ເຂດ​ທຸກ​ຍາກ​ຫຼາຍໆ​ເ​ຂດໄດ້​ມີ​ເງື່ອນ​ໄຂ​ການ​ຮຽນທີ່​ດີ​ຂຶ້ນ, ປະຊາຊົນ​ເຮັດ​ບັດປະຈຳຕົວ​ຢູ່​ຕ່າງ​ຖິ່ນ​ກໍບໍ່​ຕ້ອງ​ແລ່ນ​ເອກະສານ​ຫຼາຍຫຼົບຫຼາຍຕ່າວ​ອີກ, ປະຊາຊົນ​ຜູ້​ທີ່​ບໍ່​ມີ​ສຳມະ​ໂນ​ຄົວ​ເປັນ​ເວລາ​ດົນ​ນານ​ກໍ່​ໄດ້​ລົງ​ທະບຽນ​ສຳມະ​ໂນ​ຄົວ​, ປະຊາຊົນ​ຈຳນວນ​​ຫຼາຍ​ໄດ້​ມີ​ແພດ​ປະຈຳ​ຄອບຄົວຂອງ​ຕົນ, ​ແມ່ນ້ຳ​ແຕ່​ລະສາຍກໍ​ມີ​ ​"​ເຈົ້າ​ໜ້າ​ທີ່​ຜູ້​ຮັບຜິດຊອບ"​ແລ້ວ... ​ທັງ​ໝົດ​ເຫຼົ່າ​ນີ້​ເຮັດ​ໃຫ້​ພວກ​ເຮົາ​ຮູ້ສຶກ​ປິ​ຕິ​ຍິນ​ດີ.

ປີ 2016 ຢູ່​ແຄມ​ໜອງ​ຊີ​ຈື ທີ່​ສວຍ​ງາມ, ພວກ​ເຮົາ​ໄດ້​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມສຸດ​ຍອດ​ຄັ້ງ​ທີ 11 ຂອງຜູ້ນຳ​ອົງການ​ກຸ່ມ 20 ປະ​ເທດ​ແລະ​​ໄດ້ອຸທິ​ສະຕິ​ປັນຍາ​​ຈີນ​ແລະ​ແຜນການ​ຈີນ​ແກ່​ໂລກ, ທັງ​ໄດ້​ສະ​ແດງ​ພາບ​ພົດ​ຈີນ​ ​ແລະ​ສະ​ເໜ​ຈີນ​ທີ່​ສວຍສົດ​ງົດ​ງາມຕໍ່​ໂລກ. ການ​ສ້າງສາ "ໜຶ່ງແລວ​ທາງ​ງ​ໜຶ່ງ​ເສັ້ນທາງໄດ້​ຮັບຄວາມ​ກ້າວໜ້າ​ຢ່າງ​ວ່ອງ​ໄວ, ທະນາຄານ​ລົງທຶນ​ພື້ນຖານ​ໂຄງ​ລ່າງ​ອາຊີ​​ໄດ້ເປີດ​ບໍລິການ​ຢ່າງ​ເປັນ​ທາງ​ການ. ພວກ​ເຮົາ​ຍຶດໝັ້ນ​​ພັດທະນາ​ໂດຍ​ສັນຕິ, ​ເດັດດ່ຽວ​ປົກ​ປັກຮັກສາ​ອະທິປະ​ໄຕ​​ເໜືອດິນ​ແດນ ​ແລະ​ສິດທິ​ຜົນ​ປະ​ໂຫຍ​ດທາງ​ທະ​ເລ​. ຖ້າ​ໃຜຢາກ​ກໍ່​ເລື່ອງກໍ່​ລາວ​​ໃນ​ບັນຫາ​​ນີ້, ປະຊາຊົນ​ຈີນ​ຈະ​ບໍ່​ເຫັນ​ດີ​ຢ່າງ​ເດັດຂາດ.

​ໃນ​ປີ​ 2016 ຫຼາຍທ້ອງ​ຖິ່ນ​ໄດ້​ເກີດ​ໄພ​ທຳ​ມະ​ຊາດ ​ແລະ​ອຸ​ບັດຕິ​ເຫດ​ດ້ານ​ຄວາມ​ປອດ​ໄພເຊິ່ງສົ່ງ​ຜົນ​ໃຫ້​ປະຊາຊົນ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ອັນ​ໜັກໜ່ວງ​ດ້ານ​ຊີວິດ​ຊັບ​ສິນ,ການ​ຜະລິດ​ແລະ​ຊີວິດ​ການ​ເປັນຢູ່, ພວກ​ເຮົາ​ຮູ້ສຶກ​ເສຍ​ໃຈ​ຢ່າງ​ເລິກ​ເຊິ່ງ. ທະຫານ​ຫຼາຍ​ຄົນ​​ໃນ​ກອງ​ທະຫານຮັກສາ​ສັນຕິພາບ​ຂອງ​ຈີນ​ເສຍຊີວິດ, ​ໄດ້​ອຸທິຊີວິດ​ອັນລ້ຳ​ຄ່າ​​ເພື່ອ​ສັນຕິພາບ​ຂອງ​ໂລກ, ພວກ​ເຮົາ​ລະນຶກ​ພວກ​ເຂົາ​ເຈົ້າ​ແລະ​ຈະ​ດູ​​ແລ​ພໍ່​ແມ່​ຄອບຄົວ​ຂອງ​ເຂົາ​ເຈົ້າ​ໃຫ້​ດີ.

ປີ 2016 ພວກ​ເຮົາ​ໄດ້​ສະ​ເຫຼີ​ມສະຫຼອງ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ​ຈີນ​ຄົບຮອບ 95 ປີ​ຢ່າງ​ຄຶກຄຶ້ນ, ລະນຶກ​ການ​ເດີນ​ທັບ​ໄກ​ຂອງ​ກອງທັບ​ແດງ​ຂອງ​ຊາວ​ກະສິກອນ​ແລະ​ກຳມະກອນ​ຈີນ​ໄດ້​ຮັບ​ໄຊຊະນະ​ຄົບຮອບ 80 ປີ, ພວກ​ເຮົາ​ຕ້ອງ​ຈົດ​ຈຳ​​ຄົນ​ຮຸ່ນ​ກ່ອນ​ທີ່​ໄດ້​ປະກອບສ່ວນ​​ໃຫ້​ແກ່​ປະຊາຊົນ​ຈີນ ​ແລະ​ປະຊາ​ຊາດ​ຈີນ, ບໍ່​ລືມອຸດົມ​ການ​​ໃນຫົວທີ​ແລະສືບ​ຕໍ່​ກ້າວ​ໄປ​ໜ້າ.

ບັນດາ​ສະຫາຍ, ​ເພື່ອນ​ມິດ, ທ່ານ​ຍິງ ​ແລະ​ທ່ານ​ຊາຍ!

"ສິ່ງ​ເກົ່າ​ພາ​ໃຫ້​ເກີດ​ສິ່ງ​​ໃໝ່​". ​ໃນປີ 2017 ທີ່​ຈະ​ວຽນມາ​ເຖິງ​ນີ້ ພັກ​ກອມ​ມູນິດ​ຈີນ​ຈະ​ໄຂ​ກອງ​ປະຊຸມ​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 19, ການ​ສ້າງ​​​ສັງຄົມ​ອິ່ມ​ໜຳ​ສຳລານ​ຢ່າງຮອບດ້ານ, ລົງ​ເລິ​ກການ​ປະຕິ​ຮູບ​ຢ່າງຮອບດ້ານ, ປົກຄອງ​ປະ​ເທດ​ຕາມ​ກົດໝາຍ​ຢ່າງຮອບດ້ານ ​ແລະ​ຄຸ້ມ​ຄອງ​ບໍລິຫານ​ພັກ​ຢ່າງ​ເຂັ້ມ​ງວດ​​ແລະຮອບດ້ານ​ຕ້ອງ​ສືບ​ຕໍ່ທຳ​ຄວາມ​ພະຍາຍາມ.ຄວາມ​ສຳ​ເລັດ​ຜົນ​ບໍ່ຫ່ອນຈະ​ໄດ້​ມາ​ຢ່າງ​ງ່າຍດາຍ, ມີ​ແຕ່​ພະຍາຍາມ​ບາກ​ບັ່ນ​ສູ້​ຊົນ ຈິ່ງ​​ເຮັດ​ໃຫ້​ຄວາມ​ຝັນ​ບັນລຸ​ຜົນເປັນ​ຈິງ​ໄດ້.

ບົນ​ເສັ້ນທາງ​ໄປ​ສູ່​ຄວາມອິ່ມ​ໜາມ​ສຳລານ ຈະ​ບໍ່​ໃຫ້​ໃຜຕົກ​ແຖວ! ຕະຫຼອດ​ໄລຍະ 1 ປີຜ່ານ​ມາ, ມີ​ປະຊາຊົນ​ອີກ 10 ລ້ານ​ກວ່າ​ຄົນ​ໄດ້​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ, ບັນດາ​ສະຫາຍ​ທີ່​ເຮັດ​ວຽກບຳບັດ​ຄວາມທຸກ​ຍາກ​​ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ຕ່າງໆ​ນາໆ, ຂ້າພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​​ນັບຖື​ຕໍ່​ບັນດາ​ສະຫາຍ. ​ໃນ​ໂອກາດ​ປີ​ໃໝ່​ນີ້, ຜູ້​ທີ່​ຂ້າພ​ະ​ເຈົ້າ​​ເປັນ​ຫ່ວງ​ເປັນ​ໃຍ​ທີ່​ສຸດ​ນັ້ນ​ຍັງ​ຄົງ​ແມ່ນປະຊາຊົນ​ຜູ້​ທຸກ​ຍາກ, ​​ການ​ກິນ​ການ​ຢູ່​ຂອງ​ພວກເຂົາ​ເຈົ້າ​ເປັນ​ແນວ​ໃດ?ສາມາດ​ສະຫຼອງປີ​​ໃໝ່ແລະ​ບຸນ​ກຸດ​ຈີນບໍ່?. ຂ້າພະ​ເຈົ້າກໍ​ຮູ້​ວ່າ, ປະຊາຊົນ​ຈຳນວນ​ໜຶ່ງ​ຍັງ​ປະ​ສົບ​ຄວາມ​ຫຍຸ້ງຍາກ​ໃນ​ການ​ປະກອບ​ອາຊີບ, ລູກ​ຫຼານ​ເຂົ້າ​ໂຮງຮຽນ, ການປົວ​ພະຍາດ, ​ເຮືອນ​​ຢູ່​ແລະ​ອື່ນໆ, ການແກ້​ໄຂ​ບັນຫາ​ເຫຼົ່າ​ນີ້​ໃຫ້​ດີ​ແມ່ນ​ພາລະ​ໜ້າ​ທີ່​ທີ່ປະຕິ​ເສດ​ບໍ່​ໄດ້​ຂອງ​ພັກ​ແລະ​ລັດຖະ ບານ. ທົ່ວ​ພັກ ​ແລະ​ທົ່ວ​ສັງຄົມ​ຕ້ອງ​ສືບ​ຕໍ່​ເອົາ​ໃຈ​ໃສ່ ​ແລະ​ຊ່ວຍ​ເຫຼືອ​ປະຊາຊົນ​ຜູ້​ທຸກ​ຍາກ ​ແລະ​ປະຊາຊົນ​ທີ່​ປະສົບ​ຄວາ​ມຫຍຸ້ງຍາກ​, ​ໃຫ້ປະຊາຊົນ​ຫຼາຍ​ກວ່າ​ເກົ່າ​ໄດ້ຮັບ​ຜົນ​ປະ​ໂຫຍ​ດຈາກ​ການ​ປະຕິ​ຮຸບ​ແລະ​ການ​ພັດທະນາ, ​ໃຫ້ປະຊາ ຊົນ​ມີ​ຊີວິດ​ການ​ເປັນ​ຢູ່​ທີ່​ຜາ​ສຸກ​ແລະ​ສວຍ​ງາມ​ກວ່າ​ເກົ່າ.

ທຸກ​ຄົນສາມັກຄີ​ກັນ ຍ່ອມ​ຈະ​ໄດ້​ຮັບ​ໄຊຊະນະ. ຂໍ​ແຕ່​ວ່າ​ປະຊາຊົນ 1 ຕື້ 300 ລ້ານ​ກວ່າ​ຄົນ​ຂອງ​ພວກ​ເຮົາ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ກັນ, ຂໍ​ແຕ່​ພັກ​ພວກ​ເຮົາ​ຢູ່ຄຽງ​ຂ້າງ​ປະຊາຊົນ​ຕະຫຼອດ​ໄປ, ຮ່ວມ​ແຮງຮ່ວມ​ໃຈ​ກັນບຸກໜ້າ​ບືນ​ຕົວ, ພວກ​ເຮົາ​ກໍ່​ຍ່ອມ​ຈະ​ປະສົບ​ຜົນສຳ​ເລັດ​ບົນ​ເສັ້ນທາງ​ເດີນ​ທັບ​ທາງ​ໄກ​ຂອງ​ຍຸກ​ສະ​ໄໝ​ນີ້.

ບັນດາ​ສະ​ຫາຍ, ​ເພື່ອນ​ມິດ, ທ່ານ​ຍິງ ​ແລະ​ທ່ານ​ຊາຍ!

​ແຕ່​ໃດ​ມາປະຊາຊົນ​ຈີນກໍ​ມີ​ຈຸດ​ຢືນ​ວ່າ "​​ໂລກໜ່ວຍນີ້​ເປັນ​ຄອບຄົວ​ດຽວ​ກັນ". ປະຊາຊົນ​ຈີນ​ບໍ່​ພຽງ​ແຕ່​ຫວັງ​ໃຫ້​ຕົນ​ເອງ​ມີຊີວິດ​ທີ່​ດີ​ທໍ່​ນັ້ນ, ​ກໍ​ຫວັງ​ໃຫ້​ປະຊາຊົນ​ປະ​ເທດ​ຕ່າງໆ​ມີ​ຊີວິດ​ທີ່ດີ. ​ປັດຈຸບັນ, ສົງຄາມ ​ແລະ​ຄວາມທຸກ​ຍາກ​ຍັງ​ຄົງ​ລົບ​ກວນປະ​ເທດ ​ແລະ​ເຂດ​ແຄວ້ນ​ຈຳນວນ​ໜຶ່ງ, ຄວາມ​ເຈັບ​​ເປັນ ​ແລະ​ໄພ​ທຳ​ມະ​ຊາດ​ກໍ​ກະທົບ​ກະ​ເທືອ​ນເຖິງ​ປະຊາຊົນຈຳນວນ​ຫຼາຍຢ່າງ​ສະ​ເໝີ​. ຂ້າ​ພະ​ເຈົ້າຫວັງ​ຢ່າງ​ຈິງ​ໃຈ​ໃຫ້​ປະຊາ​ຄົມ​ໂລກ​ຈົ່ງ​ຮ່ວມ​ໄມ້​ຮ່ວມ​ມື​ກັນ, ຍຶດຖື​ທັດສະນະ​ທີ່​ເປັນ​ປະຊາ​ຄົມ​ຮ່ວມ​ຊາຕາກຳ​ຂອງ​ທົ່ວ​ມວນ​ມະນຸດ, ສ້າງ​ໜ່ວຍ​ໂລກ​ນີ້​ໃຫ້​ມີ​ສັນຕິພາ​ບ ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ກວ່າ​ເກົ່າ.

​ຂໍໃຫ້​ພວກ​ເຮົາ​ຈົ່ງ​ຕ້ອນຮັບ​ສຽງ​ລະຄັງ​ປີ​ໃໝ່ດ້ວຍ​ຄວາມ​ໝັ້ນ​ໃຈ​ແລະ​ຄວາມ​ຄອງ​ຄອຍ​ອັນ​ເຕັມ​ປ່ຽມ.

ຂໍ​ຂອບ​ໃຈ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ