ປະມຸກ​ລັດ​ຈີນ-ຣັດ​ເຊຍ​ສົ່ງ​​ໂທລະ​ເລກ​ອວຍພອນ​ປີ​ໃໝ່​​ແກ່​ກັນ
2016-12-31 16:56:49  cri 
ວັນ​ທີ 31 ທັນວາ​ນີ້, ທ່ານ​ສີ​ຈິນຜິ​ງ ປະທານ​ປະ​ເທດ​ຈີນ ​ແລະ​ທ່ານ​ວຣາດີ​ເມຍ​ປູ​ຕິນ ປະທາ​ນາທິບໍດີຣັດ​ເຊຍ​ໄດ້​ສົ່ງ​ໂທລະ​ເລກ​ອວຍພອນ​ປີ​ໃໝ່​​​​​​ແກ່​ກັນ.

ໃນ​ໂທລະ​ເລກ​ອວຍພອນ​ປີ​ໃໝ່​, ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ຕາງໜ້າ​ໃຫ້​ລັດຖະບານ​ແລ​ະປະຊາຊົນ​ຈີນສະ​ແດງຄວາມ​ຊົມ​ເຊີຍ​ທີ່ຈິງ​ໃຈ​ແລະ​ພອນ​ໄຊ​ອັນ​ປະ​ເສີດ​ເຖິງທ່ານ​ປະທານາທິບໍດີ​ປູ​ຕິນ​ແລະ​ປະຊາຊົນຣັ​ດ​ເຊຍ​ທັງ​ຢືນຢັນ​ວ່າ ປີ 2016, ສອງ​ຝ່າຍ​ໄດ້​ກຳ​ແໜ້ນ​ໂອກາດ​ສະ​ເຫຼີ​ມສະຫຼອງການ​ເຊັນ​ສົນທິສັນຍາ​ການ​ຮ່ວມ​ມື​ແລະ​ມິດຕະພາບ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ຈີນ-ຣັດ​ເຊຍ​ຄົບຮອບ 15 ປີ​ແລະ​ການ​ສ້າງ​ຕັ້ງ​ສາຍ​ພົວພັນ​ຄູ່​ປະສານ​ງານ​ຍຸດ​ທະ​ສາດ​ຈີນ-ຣັດ​ເຊຍ​ຄົບຮອບ 20 ປີ ​ເພື່ອ​ສົ່ງ​ເສີມ​ທັດສະນະ​ຄະຕິທີ່​ໃຫ້​ສອງ​ປະ​ເທດ​ແລະ​ປະຊາຊົນ​ສອງ​ຊາດ​ມີ​ມິດຕະພາບ​ຕໍ່​ກັນ​ທຸກ​ເຊັ່ນ​ຄົນ​ແລະ​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​,ປະສານ​ສົມທົບ​ກັນ​ໃນ​ວຽກ​ງານ​ສາກົນ ​ແລະນຳພາ​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​​ໃຫ້​ຂະ​ຫຍາ​ຍຕົວໄດ້​ຮັບຜົນສຳ​​ເລັດ​ໃໝ່​ຢ່າງ​ອຸດົມສົມບູນ.

ໃນ​ໂທລະ​ເລກ​ອວຍພອນ, ທ່ານ​ປູ​ຕິນ​ໄດ້​ອວຍພອນ​ປີ​ໃໝ່​ສາກົນ​ແລະ​ບຸນ​ກຸດ​ຈີນ​ຕໍ່​ທ່ານ​ປະທານ​ສີ​ຈິ້ນ​ຜິ​ງ ​ແລະ​ອວຍພອນ​ປະຊາຊົນ​ຈີນ​ທົ່ວ​ທັງ​ຊາດ​ຈົ່ງ​ຢູ່​ເຢັນ​ເປັນ​ສຸກທັງ​ຢືນຢັນ​ວ່າ ປີ 2016, ສອງ​ປະ​ເທດ​ໄດ້​ປະສານ​ງານກັນ​ຢ່າງ​ມີ​ປະສິດທິ​ຜົນ​ດັ່ງ​ທີ່​​ໄດ້​ປະຕິບັດຜ່ານ​ມາ​ໂດຍ​ສອງ​ຝ່າຍ​ໄດ້​ປະສົບ​ຜົນສຳ​ເລັດ​ໃນ​ການຈັດ​ຕັ້ງ​ປະຕິບັດ​​ແຜນ​ງານ​ທີ 3 ​ກ່ຽວ​ກັບ​ການ​ປະຕິບັດ​ສົນທິສັນຍາ​ການ​ຮ່ວມ​ມື​​ແລະ​ມິດຕະພາບຖານ​ບ້ານ​ໃກ້​ເຮືອນ​ຄຽງ​ຣັດ​ເຊຍ-ຈີນ ​ແລະ​ປະສານ​ສົມທົບ​ກັນ​ໃນ​ການ​ຊຸກຍູ້​ການ​ແກ້​ໄຂ​ບັນຫາ​ສຳຄັນ​ໃນ​ທົ່ວ​ໂລກ​ແລະ​ພາກ​ພື້ນ​ຢ່າງ​ມີ​ປະສິດທິ​ຜົນ. ​ແນວ​ໃດ​ກໍ​ດີ, ​ເຊື່ອ​ໝັ້ນ​ວ່າ ​ໃນ​ປີ​ໃໝ່​ທີ່​ຈະ​ມາ​ເຖິງ, ສາຍ​ພົວພັນ​ຄູ່​ປະສານ​ງານ​ຍຸດ​ທະ​ສາດ​ຮອບດ້ານ​ຣັດ​ເຊຍ-ຈີນ​ຈະ​ມີ​ການ​ພັດທະນາ​ຢ່າງ​ເຂັ້ມ​ແຂງ​ກວ່າ​ເກົ່າ​ແລະ​ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະຊາຊົນ​ສອງ​ຊາດ ທັງ​ປະກອບສ່ວນ​ເຂົ້າ​ໃນ​ການ​​ເພີ່ມ​ທະວີ​ຄວາມ​ໝັ້ນຄົງ​ແລະ​ສະ​ຖຽນລະ​ພາບ​ຂອງ​ໂລກຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ