ການ​ເກືອດ​ຫ້າມ​ການ​ຄ້າຂາຍ​ງາ​ຊ້າງ​ຢ່າງຮອບດ້ານ​ສະ​ແດງ​ໃຫ້​ເຫັນ​ວ່າ​ຈີນ​​ເສີມ​ຂະຫຍາຍ​ບົດບາດການນຳ​ໃນ​ຂົງ​ເຂດ​ນີ້
2017-01-01 15:14:43  cri 
ຫວ່າງ​ກ່ອນ​ນີ້​ບໍ່​ດົນ,​ຫ້ອງ​ວ່າການ​ລັດຖະບານ​ຈີນ​ໄດ້​ເຜີຍ​ແຜ່"​​ແຈ້ງ​ການ​ກ່ຽວ​ກັບ​ຢຸດຕິ​ການ​ແປ​ຮູບທາງ​ການ​ຄ້າ​ແລະ ຈຳໜ່າຍ​ງາ​ຊ້າງ​ພ້ອມ​ຜະລິດ​ຕະພັນຢ່າງ​ມີລະບຽບ", ​ໂດຍກຳນົດ​​ໃຫ້​ຢຸດຕິ​ການ​ແປ​ຮູບທາງ​ການ​ຄ້າ​ແລະຈຳ​ໜ່າຍ​ງາ​ຊ້າງ​ພ້ອມ​ຜະລິດ​ຕະພັນ​ງາ​ຊ້າງ​​​ເທື່ອ​ລະ​ກ້າວ​ກ່ອນ​ວັນ​ທີ31ທັນວາ​ປີ2017, ​ເຊິ່ງມີ​ຈຸດປະສົງ​​ເກືອດ​ຫ້າມ​ການ​ຄ້າຂາຍ​ສັດ​ແລະ​ພືດ​ປ່າ​ຢ່າງ​ຜິດ​ກົດໝາຍ ​ເຊິ່ງລວມທັງ​ງາ​ຊ້າງ. ທ່ານ​ປີ​ເຕີ ​ໄນ,​ຜູ້ອຳນວຍການ​ໃຫຍ່​ອົງການwild Aidທີ່​ເປັນ​ອົງການ​ອະນຸລັກ​ສິ່ງ​ແວດ​ລ້ອມ​ເພື່ອ​ສາທາ​ລະນະ​ປະ​ໂຫຍ​ດທີ່​ມີຊື່​ສຽງ​ໃນ​ສາກົນ​ໃຫ້​ສຳພາດ​ວ່າ,​ຂໍ້​ຕົກລົງ​ດັ່ງກ່າວ​ຂອງ​ລັດຖະບານ​ຈີນ​ມີ​ຄວາມ​ໝາຍ​ທີ່​ສຳຄັນ​ຕໍ່​ການ​ສິ້ນ​ສຸດ​ການ​ຄ້າຂາຍ​ງາ​ຊ້າງ​ໃນ​ໂລກ​ແລະ​ຕໍ່ຕ້ານ​ກັບ​ການ​ລັກ​ລ່າ​ຊ້າງ​ອາ​ຟຼິກາ. ຫວັງ​ວ່າ​ປະ​ເທດ​ອື່ນໆ​ຈະ​​ເດີນ​ຕາມ​ບາດກ້າວ​ຂອງ​ຈີນ, ​ເກືອດ​ຫ້າມ​ການ​ຄ້າຂາຍ​ງາ​ຊ້າງ​ຢ່າງຮອບດ້ານ.​​ເຊື່ອ​ວ່າການ​ຮ່ວມ​ມື​ຢ່າງ​ໃກ້ຊິດ​ລະຫວ່າງ​ພາກສ່ວນ​ປະຕິ​ບັດ​ກົດໝາຍ​ທີ່​ກ່ຽວຂ້ອງ​ຂອງ​ບັນດາ​ປະ​ເທດ​ໃນ​ອະນາຄົດ,​ກໍ່​ຈະ​ເປັນ​ການ​ປົກ​ປ້ອງ​ທີ່​ແຂງ​ແຮງ​ຕໍ່​ສັດປ່າ.

​ແຕ່​ປີ2010​ເປັນ​ຕົ້ນ​ມາ,​ການ​ລັກ​ລ່າ​ຊ້າງ​ອາ​ຟຼິກາ, ​ແລະ​ຄ້າຂາຍ​ເຖື່ອນ​ງາ​ຊ້າງ​ໃນ​ທົ່ວ​ໂລກ​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ,​​ເດືອນ​ມີນາ​ປີ2016, ຈີນ​ໄດ້​ປະກາດ​ໃຊ້​ມາດ​ຕະການ​ທີ່​ຢຸດຕິ​ການ​ນຳ​ເຂົ້າ​ງາ​ຊ້າງ​ພ້ອມ​ດ້ວຍ​ຜະລິດ​ຕະພັນ​ງາ​ຊ້າງ​ເປັນ​ເວລາ3ປີ, ຈາກ​ນັ້ນ​ການ​ນຳ​ເຂົ້າ​ງາ​ຊ້າງ​ພ້ອມ​ດ້ວຍ​ຜະ​ລິດ​ຕະ​ພັນ​ງາ​ຊ້າງ​ຢ່າງ​ຜິດ​ກົດໝາຍ​ນັ້ນ​ໄດ້ຫຼຸດ​ລົງ​ຢ່າງ​ເດັ່ນຊັດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ