ທ່ານ​ສີ​ຈິ້ນ​ຜີ​ງສົ່ງ​ຈົດໝາຍ​ໄປ​ຍັງ​ຜູ້​ທຳ​​ປະ​ເທດ​​ກຸ່ມ BRICS ​ກ່ຽວ​ກັບ​ຈີນ​ເຂົ້າ​ຮັບຕຳ​ແໜ່​ງ​ປະ​ເທດ​ປະທານ​ກຸ່ມ BRIC
2017-01-01 17:09:58  cri 
​ວັນ​ທີ 1 ມັງກອນນີ້, ທ່ານ​ສີ​ຈິ້ນ​ຜີ​ງ ປະທານ​ປະ​ເທດ​ຈີນ​ໄດ້​ສົ່ງ​ຈົດໝາຍ​ໄປ​ຍັງ​ທ່ານ​ວຼາຕີ​ເມຍ ປູ​ຕີນ ປະທານາທິບໍດີຣັດ​ເຊຍ, ທ່ານ​ແຈ​ຄົບ ຈູ​ມາ ປະທານາທິບໍດີ​ອາ​ຟຼີກາ​ໃຕ້, ທ່ານ​ມາ​ເຊ​ວ ​ເທິ​ມີ​ວ ປະທານາທິບໍດີ​ແບຼຊິນ, ​ແລະ​ທ່ານ​ນາ​ເຣີນດຼາ ​ໂມ​ຕີ ປະທານາທິບໍດີ​ອິນ​ເດຍກ່ຽວ​ກັບ​ຈີນ​ເຂົ້າ​ຮັບຕຳ​ແໜ່​ງ​ປະ​ເທດ​ປະທານ​ກຸ່ມ BRICS  ​ແລະແນະນຳ​​ແນວ​ຄວາມ​ຄຶດຂອງ​ຈີນ​ໃນ​ການ​ຊຸກຍູ້​ຂະ​ບວນການຮ່ວມ​ມື​ລະຫວ່າງ​ປະ​ເທດ​ກຸ່ມ BRICS ​ໃນ​ໄລຍະດຳລົງ​ຕຳ​ແໜ່​ງ​ເປັນ​ປະ​ເທດ​ປະທານ.

ທ່ານ​ສີ​ຈິ້ນ​ຜີ​ງຊີ້​ອອກວ່າ, ຈີນ​ຈະ​ຈັດການ​ພົບ​ປະຄັ້ງທີ 9 ຂອງ​ຜູ້ນຳ​ປະ​ເທ​ກກຸ່ມ BRICS ຢູ່​ນະຄອນ​ເຊ້ຍ​ເມີນ​ແຂວງ​ຟູ​ຈ້ຽນຈີນ​ໃນ​ເດືອນ​ກັນຍາ​ປີ 2017. ພາຍ​ໃຕ້​ຄວາມ​ພະຍາຍາມ​ຮ່ວມ​ຂອງ​ບັນດາ​ປະ​ເທດ​ສະມາຊິກ, ການ​ຮ່ວມ​ມື​ລະຫວ່າງປະ​ເທ​ດກຸ່ມ BRICS ​ໄດ້​ຜ່ານ​ເວລາ 10 ປີ​​ທຳ​ອິດຢ່າງ​ສຳ​ເລັດ​ຜົນ, ​ທັງໄດ້​ຮັບ​ໝາກຜົນ​ອັນ​ອຸດົມສົມບູນ​ໃນ​ຂົງ​ເຂດ​ການ​ເມືອງ ​ເສດ​ຖະກິດ ວັດທະນະທຳ​ມະນຸດ​​ແລະ​ອື່ນໆ. ປີ2017​ນີ້, ປະ​ເທດ​ກຸ່ມ BRICS ​ຈະ​ດຳ​ເນີນ​ການ​ຮ່ວມ​ມື​ 10 ປີທີ​ສອງ. ການ​ຮ່ວມ​ມື​ລະຫວ່າງ​ກຸ່ມ BRICS ​ໃນ​ຕໍ່ໜ້າ​ນີ້ຈະ​ໄດ້​​ຂະຫຍາຍຕົວ​ຫຼາຍກວ່າ​ເກົ່າ, ​ແລະກໍ​ຈະ​ເສີມຂະຫຍາຍ​ບົດບາດ​​ຍິ່ງ​ໃຫຍ່​ກວ່າ​ເກົ່າ​ໃນ​ວຽກ​ງານ​ສາ​ກົນ. ​ໃນ​ຖານະ​ເປັນປະ​ເທດ​ປະທານ​ກຸ່ມ BRICS ​ໃນ​ປີ 2017, ຈີນ​ຄອງ​ຄອຍ​ພ້ອມ​ກັບບັນດາປະ​ເທດ​ສະມາຊິກ, ໝູນ​ອ້ອມ​ຫົວ​ຂໍ້ "ລົງ​ເລິກ​ການ​ພົວພັນ​ຄູ່​ຮ່ວມ​ມື​ຂອງ​ກຸ່ມ BRICS ,​ບຸກ​ເບີ​ກ​ອະນາຄົດທີ່ສະຫວ່າງສະ​ໄຫວກວ່າ​ເກົ່າ", ​ເຕົ້າ​ໂຮມ​ຄວາມ​ຮັບ​ຮູ້​ຄື​ກັນ​ໃນ​ການ​ຮ່ວມ​ມື​, ວາດ​ແຜນຜັງການ​ຮ່ວມ​ມື. ຕໍ່​ເລື່ອງ​ນີ້, ຫວັງ​ວ່າ ການ​ພົບ​ປະກັນ​ຢູ່​ນະຄອນ​ເຊ້ຍ​ເມີນ ຈະ​ສຸມ​ໃສ່​ຄວາມ​ຄືບ​ໜ້າ​ໃນດ້ານ​ດັ່ງ​ຕໍ່​ໄປນີ້: ໜຶ່ງ, ລົງ​ເລິກ​ການ​ຮ່ວມ​ມື​ທີ່​ຕິດ​ແທດ​ຕົວ​ຈິງ, ຊຸກຍູ້​ໃຫ້​ພັດທະນາ​ຮ່ວມ​ກັນ; ສອງ ​ເພີ່ມທະວີກາ​ນຄຸ້ມ​ຄອງ​ທົ່ວ​ໂລກ, ຮ່ວມ​ກັນ​ຮັບ​ມື​ກັບ​ການ​ທ້າ​ທາຍ; ສາມ ດຳ​ເນີນ​ການ​ແລກປ່ຽນ​ກັນ​ດ້ານ​ວັດທະນະທຳ​ມະ​ນຸດ, ​ຮັດ​ແໜ້ນພື້ນຖານ​ຂອງ​ປະຊາຊົນ; ສີ່ ຊຸກຍູ້​ການ​ສ້າງສາ​ກົນ​ໄກ, ສ້າງການ​ພົວພັນ​ຄູ່​ຮ່ວມ​ມື​ອັນ​ກວ້າງຂວາງ​ກວ່າ​ເກົ່າ. ຈີນ​ຈະ​ຍຶດໝັ້ນນ້ຳ​ໃຈຂອງ​ກຸ່ມ BRICS ​ທີ່​ເປີດ​ປະຕູ ແລະ​ຮ່ວມ​ມື​ກັນ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ,​ ຮ່ວມກັນ​ກັບ​ບັນດາ​ປະ​ເທດ​ສະມາຊິກ, ຊຸກ​ຍູ້​ໃຫ້ການ​ພົບ​ປະກັນ​ທີ່​ເຊ້ຍ​ເມີນ​ໄດ້​ຮັບ​ຜົນສຳ​ເລັດ, ຊຸກຍູ້​ໃຫ້ການ​ຮ່ວມ​ມື​ໃນ​ກຸ່ມ BRICS ​ໄດ້​ກ້າວ​ຂຶ້ນ​ສູ່ລະດັບໃໝ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ