ບໍລິສັດ​ການບິນ​ໄຫ​ຫຼຳ​ເປີດ​ຖ້ຽວ​ບິນ​ຊ່ານ​ຢ້າ-ພະນົມ​ເປັນ
2017-01-01 17:24:07  cri 
ບໍລິສັດ​ການບິນ​ໄຫ​ຫຼຳຈີນ​​ເຜີຍ​ໃຫ້​ຮູ້​ວ່າ, ບໍລິສັດ​ການບິນ​ໄຫ​ຫຼຳ​ໄດ້​ເປີດ​ຖ້ຽວ​ບິນຈາກ​ຊ່ານ​ຢ້າ​ບິນ​ໄປ​ກັບພະນົມ​ເປັນຢ່າງ​ເປັນ​ທາງ​ການ.

ຜູ້​ຮັບຜິດຊອບ​ທີ່​ກ່ຽວຂ້ອງ​ຂອງ​ບໍລິສັດ​ການບິນ​ໄຫ​ຫຼຳກ່າວ​ວ່າ, ການ​ເປີດ​ຖ້ຽວ​ບິນ​ໃໝ່​ນີ້ ຈະ​ສ້າງ​ຂົວ​ອາກາດ​ທີ່​ສຳຄັນ​ຕໍ່​ການ​ໄປມາຫາສູ່​ກັນ​ທາງ​ເສດຖະກິດ​ການ​ຄ້າ​ແລະ​ປະຊາຊົນລະ ຫວ່າງ​ຈີນ​ແລະ​ກຳປູ​ເຈຍ,ຍິ່ງ​ຈະ​ຊຸກຍູ້​ໃຫ້​ຂະ​ແໜງ​ການທ່ອງທ່ຽວ​ຂອງ​ສອງ​ຕົວ​ເມືອ​ງດັ່ງກ່າວ​ໄດ້​ຂະຫຍາຍ ຕົວ​ຢ່າງ​ແຂ​ງ​ແຮງ. ບໍລິສັດ​ການບິນ​ໄຫ​ຫຼຳ​ເປີດ​ຖ້ຽວ​ບິນ​ຊ່ານ​ຢ້າ-ພະນົມ​ເປັນ​ຢ່າງ​ເປັນ​ທາງ​ການ, ຈະ​ບູລະນະ​ຕາ​ໜ່າງຖ້ຽວ​ບິນ​ສາກົນ​ຂອງ​ບໍລິສັດ​ການບິນ​ໄຫ​ຫຼຳຢູ່​ທົ່ວ​ໂລກ​ຕື່ມ​ອີກ, ກໍ​ຈະ​ສະໜອງທາງເລືອກ​ທີ່​ສະດວກ​ກວ່າ​ເກົ່າ​ໃຫ້​ແກ່​ການ​ອອກ​ເດີນທາງ​ຂອງ​ນັກ​ທ່ອງທ່ຽວ​ສາກົນ. ນອກ​ນີ້, ບໍລິສັດ​ການບິນ​ໄຫ​ຫຼຳກໍ​ຈະ​ເປີດ​ຖ້ຽວ​ບິນ​ຈາກ​ຊ່ານ​ຢ້າ​ໄປ​ກັບຊຽມລຽບ​ໃນ​ວັນ​ທີ 11 ມັງກອນ​ນີ້, ​ເພື່ອ​ເປີດ​ກວ້າງ​ຕາໜ່າງການບິນ​ສາກົນ​ຂອງ​ບໍລິ​ສັດ​ການບິນ​ໄຫ​ຫຼຳຂຶ້ນ​ຕື່ມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ