ຜູ້​ອຳນວຍ​ການ​ໃຫຍ່ CRI ກ່າວ​ຄຳ​ອວຍພອນ​ປີ​ໃໝ່​ຕໍ່​ເພື່ອນຜູ້​ຕິດຕາມ
2017-01-01 08:55:30  cri 


(ທ່ານວາງເກິ່ງນຽນ ຜູ້​ອຳນວຍ​ການ​ໃຫຍ່ CRI ກ່າວ​ຄຳ​ອວຍພອນ​ປີ​ໃໝ່​ຕໍ່​ເພື່ອນຜູ້​ຕິດຕາມ)


​ເນື່ອງ​​ໃນ​ໂອກາດ​ປີ​ໃໝ່ 2017 ​ໄດ້​ວຽນມາ​ເຖິງ, ທ່ານ ວາງ​ເກິ່ງ​ນຽນ ຜູ້ອຳນວຍການ​ໃຫຍ່​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ ຫຼື CRI ​ໄດ້​ຕາງໜ້າພະນັກງານ​ຂອງ CRI ສະ​ແດງ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ແລະ​ຄວາມ​ອວຍພອນ​ຢ່າງ​ຈິງ​ໃຈ​ຕໍ່​​ເພື່ອນ​ຜູ້​ຕິດຕາມ​ຢູ່​ຕ່າງປະ​ເທດ​ໂດຍ​ຜ່ານ​ຄື້ນວິທະຍຸ​ແລະ​ອິນ​ເຕີ​ເນັດ ​ໂດຍ​ກ່າວ​ວ່າ: ປີ 2017 ​ແມ່ນ​ປີ​ໄກ່​ຕາມ​ຈັນທະຄະຕິ​ຈີນ, ສຳລັບ CRI ​ທີ່​ມີ​ປະຫວັດສາດ 75 ມາແລ້ວ, ປີ​ໃໝ່​ໝາຍ​ເຖິງ​ການ​ກ້າວ​ເດີນໃໝ່. ພວກ​ເຮົາ​ຈະ​ເຮັດ​ເໝືອນ​ດັ່ງ​ຜ່ານ​ມາ, ພະຍາຍາມ​ຍົກ​ຄວາມ​ສາມາດ​ໃນ​ການ​ເຜີຍ​​ແຜ່​ແລະ​ລະດັບ​ການ​ບໍລິການ​ຂໍ້​ມູນ​ຂ່າວສານ​ໃຫ້​ສູງ​ຂຶ້ນ​ເພື່ອ​ເຮັດ​ໃຫ້​ເພື່ອນ​ມິດ​ທັງ​ຫຼາຍ​ຮູ້​ປະ​ເທດ​ຈີນ, ເຂົ້າ​ໃຈ​ປະ​ເທດ​ຈີນ ​ແລະ​ມັກຮັກ​ປະ​ເທດ​ຈີນຫຼາຍກວ່າ​ເກົ່າ. ຕໍ່​​ໄປ ​ເຊີນ​ຟັງ​ຄຳ​ອວຍພອນ​ປີ​ໃໝ່ 2017 ຂອງ​ທ່ານ ວາງ​ເກິ່ງ​ນຽນ.
​ເພື່ອນ​ມິດ​ທີ່​ຮັກ​ແພງທັງຫຼາຍ:

​ເນື່ອງ​ໃນ​ວາລະ​ດິຖີ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນຮັບ​ປີ​ໃໝ່, ຂ້າພະ​ເຈົ້າຂໍ​ຕາງໜ້າ​ວິ​ທະ​ຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ ​ແລະ​ສະຖານີ​ວິທະຍຸ​ໂທລະພາບ​ອິນ​ເຕີ​ເນັດ​ສາກົນ​ຈີນ ​ແລະ​ໃນ​ນາມ​ສ່ວນ​ຕົວ ສະ​ແດງຄວາມ​ຢື້​ຢາມ​ຖາມ​ຂ່າວ​ແລະ​ອວຍພອນ​ປີ​ໃໝ່​ຕໍ່​ບັນດາທ່ານ, ຂໍ​ອວຍພອນ​ໃຫ້​ເພື່ອນ​ມິດ​ທັງຫຼາຍຈົ່ງ​ມີ​ແຕ່ຄວາມສຸກ​ໃນ​ຊີວິດ ​ແລະ​ປະສົບ​ຜົນສຳ​ເລັດ​ໃນ​ໜ້າ​ທີ່​ວຽກ​ງານ​ທຸກ​ປະການ.

ກ່ອນ​ໜ້າ​ນີ້​ບໍ່​ດົນ, CRI ​ໄດ້​ສະ​ຫຼອງວັນ​ເກີດ 75 ປີ, ​ເພື່ອນ​ຜູ້​ຟັງ ​ແລະ​ຜູ້​ຕິດຕາມ​ເວັບ​ໄຊ​ຂອງ CRI ຢູ່ຕ່າງປະ​ເທດ​ເປັນ​ຈຳນວນຫຼາຍຕ່າງ​ກໍ​ສົ່ງ​ຄຳອວຍພອນ ​ເປັນຕົ້ນທ່ານ ຣາວີ​ຈັນ​ດຣານ ຜູ້​ໃຊ້​ອິນ​ເຕີ​ເນັດຈາກອິນ​ເດຍ​ໄດ້​​ໂພສຢູ່​ເວັບ​ໄຊ​ສັງຄົມ​ອອນ​ໄລ​ວ່າ: "ຈາກ​ວິທະຍຸ​ຄື້ນສັ້ນ​ເຖິງ​ເວັບ​ໄຊ ​ແລ້ວກ້າວ​ສູ່​ສື່​ສັງຄົມ​ອອນ​ໄລ ​ແລະ APP, CRI​ໄດ້​ຕິດຕາມ​ຂ້າພະ​ເຈົ້າ, ຫວັງ​ວ່າ​ພວກ​ທ່ານຈະ​ຈັດ​ທຳລາຍ​ການ​ນັບ​ມື້​ນັບ​ດີ​ຂຶ້ນ. ສຸກ​ສັນ​ວັນ​ເກີດ." ຄຳ​ອວຍພອນ​ສັ້ນໆ ທີ່​ອອກ​ມາ​ຈາກ​ຈິງໃຈ​ຂອງ​ເພື່ອນ​ມິດ​ຫຼວງຫຼາຍ ທັງ​ໄດ້​​ວາດ​ພາບ​ຈັງຫວະ​ກ້າວ​ເດີນ​ຕາມ​ຍຸກ​ສະ​ໄໝ​ຂອງ CRI. ​ເພື່ອນ​ມິດ​ທີ່​ຮັກ​ແພງ, ຍ້ອນ​ບັນດາ​ທ່ານ​ທີ່​ໃຫ້​ກຳລັງ​ໃຈ​ແລະ​ເອົາ​ໃຈ​ໃສ່, ພວກ​ຂ້າພະ​ເຈົ້າຈຶ່ງ​ມີ​ພະລັງ​ທີ່ແຮງກ້າ​ທີ່​ໃນ​ການ​ກ້າວ​ໄປ​ໜ້າຢ່າງ​ບໍ່​ຢຸດ​ຢັ້ງ. ການ​ເຕີບ​ໃຫຍ່​ຂະຫຍາຍຕົວ​ຂອງ CRI ຈະ​ປາສະຈາກ​ການ​ສະໜັບສະໜູນ​ຢ່າງ​ແຂງ​ແຮງ​ຂອງ​ເພື່ອນ​ມິດ​ທີ່​ມະຫາສານ​ຈາກ​ປະ​ເທດ​ຕ່າງໆ​ໃນ​ໂລກ​ບໍ່​ໄດ້ ​ແລະນະ​ທີ່​ນີ້, ຂ້າພະ​ເຈົ້າຂໍ​ສະ​ແດງ​ຄວາມ​ຂອບ​ໃຈ​ບັນດາ​ທ່ານ​ດ້ວຍ​ຄວາມ​ຈິງ​ໃຈ."

ປີ 2016, ​ໂລກ​ໄດ້​ມາ​​ເຖິງ​ທາງ​ຜ່ານ​ທີ່​ສຳຄັນ​ອີກ ​ແລະ ຈີນ​ກໍ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຕົນຢ່າງ​ຕັ້ງໜ້າ ​ໂດຍ​​ໄດ້ປະກອບສ່ວນດ້ວຍ​ສະຕິ​ປັນຍາ​ຂອງ​ຕົນ​​ເພື່ອ​ການ​ປົກຄອງ​ທົ່ວ​ໂລກ​ໃນກອງ​ປະຊຸມ​ສຸດ​ຍອດ​ G20 ຫັງ​ໂຈ່​ວ​, ຂະນະ​ທີ່ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ກໍ​ໄດ້​ຮັບ​ຄວາມ​​ເຫັນ​ດີ​ເຫັນ​ພ້ອມ​ນັບ​ມື້ຫຼາຍຂຶ້ນ. ຢູ່​ບົນ​ເວທີ​ສາກົນ, ຈີນ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ເປັນ​ປະ​ເທດ​​ໃຫຍ່​ທີ່​ມີ​ຄວາມ​ຮັບຜິດຊອບ.

ການ​ພັດທະນາ​ຂອງ​ຈີນ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ທົ່​ວ​ໂລກ ​ແລະ ຈີນ "ມາ​ແຕ່​ໃສ ​ແລະ​ຈະ​ກ້າວ​ເດີນ​ໄປ​ທາງ​ໃດ" ກໍ​ໄດ້​ກາຍ​ເປັນ​ຈຸດ​ສຸມ​ຂອງ​ໂລກ​ແລ້ວ. ພວກ​ຂ້າພະ​ເຈົ້າ​ເປັນ​ເຈົ້າ​ໃນການ​ເຊື່ອມ​ໂຍງ​ລະຫວ່າງ​ຈີນ​ແລະ​ພາຍ​ນອກ ​ເພື່ອ​ໃຫ້​ໂລກ​ຮູ້ຈັກ​ຈີນ. ​ໃນ​ໜຶ່ງ​ປີຜ່ານມາ, CRI ​ໄດ້​ລົງ​ເລິກ​ການຫຼອມລວມ​ແລະ​ຫັນປ່ຽນ​ຮູບ​ແບບ​ຂອງ​ສື່ ​ໂດຍ​ໄດ້​ເລັ່ງ​ສົ່ງ​ເສີມ​ການ​ຮ່ວມ​ມື​ກັບ​ສື່​ຕ່າງປະ​ເທດ​ໃຫ້​ເລັ່ງ​ຂຶ້ນ ​ແລະ ​ໄດ້​​ໂຄສະນາ​ປະ​ເທດ​ຈີນ​ທີ່​ໜ້າ​ປະ​ທັບ​ໃຈ​ໃຫ້​ເພື່ອນ​ມິດ​ໄດ້​ຮັບ​ຟັງຫຼາຍ​ເລື່ອງ​​ແລະ​ຕໍ່​ເນື່ອງ. ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ ​​ແລະ ​ຜູ້ນຳຂອງ​ 3 ປະ​ເທດ ຄື ຣັດ​ເຊຍ, ​ແຊກ​ບີ ​ແລະ ບັງ​ກລາ​ເດັດ ​ໄດ້​ຮ່ວມ​ເປັນ​ສັກຂີພິຍານ​ໃນການ​ເຊັນ​ສັນຍາ​ຮ່ວມ​ມື​ລະຫວ່າງ​ CRI ກັບສື່​ຂອງ 3 ປະ​ເທດ​ດັ່ງກ່າວ. ຂະນະ​ທີ່​ການ​ລາຍ​ງານ​​ເຫດການ​ສຳຄັນ​ຕ່າງໆ ​ເຊັ່ນ ກອງ​ປະຊຸມ​ສຸດ​ຍອດ​ G20 ຫັງ​ໂຈ່​ວ, ການ​ສົ່ງ​ຍານ​ອະວະກາດ​ທ່ຽນ​ກົ່ງ 2 ​ແລະ​ຍານ​ອະວະກາດ​ບັນທຸກ​ມະນຸດເສີນ​ໂຈ່​ວ 11 ​ແລະ​ອື່ນໆ​ ຂອງ​ພວກ​ຂ້າພະ​ເຈົ້າ ກໍ​ໄດ້​ຮັບ​ຄວາມ​ສົນ​ໃຈ ​ແລະ ​ໄດ້​ຮັບການ​ຢືນຢັນ​ຢ່າງ​ເຕັມ​ສ່ວນ​ຈາກ​ເພື່ອນ​ມິດ​ທັງຫຼາຍ. ນອກ​ນີ້, ພວກ​ຂ້າພະ​ເຈົ້າຍັງ​ໄດ້ພະຍາຍາມ​ເຊື່ອມ​ຕໍ່​ກັບ​ພາຍ​ນອກ ​ໂດຍ​ໄດ້​ຕັ້ງໜ້າ​ພັດທະນາ​ 3 ສື່​​​ເຄື່ອນ​ທີ່​ຫຼາຍພາສາທີ່​ຫັນ​ໜ້າ​ສູ່​ໂລກ ຄື China News, China Radio ​ແລະ China TV ທັງຍັງ​​ໄດ້​ວາງ​ແຜນ​ ພັດທະນາ APP ​ເປັນຫຼາຍພາສາ ​ເປັນຕົ້ນ ຈີນ-ອັງກິດ, ຈີນ-ຣັດ​ເຊຍ, ຈີນ-ອີ​ຕາ​ລີ, ຈີນ-ຍີ່ປຸ່ນ ​ແລະ ຈີນ-ອິນ​ເດຍ. ນອກນີ້, ​ໂຄງການ​ສື່​​ໃໝ່ ​ເປັນຕົ້ນ ການ​ສືບ​ຕໍ່ກິດຈະການ​ຂອງ Maker ​ແລະ​ ​The Danube Project ເປັນຕົ້ນ​ໄດ້​ດຶງ​ດູດ​ເພື່ອນ​ຜູ້​ຕິດຕາມ CRI ຈາກຫຼາຍປະ​ເທດ​ເຂົ້າຮ່ວມ​. ພວກ​ຂ້າພະ​ເຈົ້າ​ໄດ້ຕັ້ງໜ້າ​ພົວພັນ​ກັບ​ໂລກ ​ໂດຍຈັດ​ບັນດາ​ກິດຈະກຳ​ທີ່​ມີ​ສີສັນ​ຂອງ​ສື່ ​ເຊັ່ນ ກິດຈະກຳ​ສື່​ເຄື່ອນ​ໄຫວ​ເອົາ​ຂ່າວ​ "​ເສັ້ນທາງ​ສາຍ​ໄໝ​ຈີນ-ຣັດ​ເຊຍ" ຢູ່​ຈີນ​, ກອງ​ປະຊຸມ​ໂຕະມົນ​ຜູ້ນຳ​ຂອງ​ສື່ ​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ, ງານ​ແຂ່ງຂັນ​ຮ້ອງ​ເພງ​ມິດຕະພາບ​ຈີນ-ອາ​ຊຽນ 2016 ​ແລະ ກອງ​ປະຊຸມ​ສົນທະນາ​ລະຫວ່າງ​ນັກ​ສຶກສາ​ຈີນ-ອາ​ເມ​ລິ​ກາ ກໍ​ໄດ້​ຮັບ​ຄວາມ​ສົນ​ໃຈ​​ເປັນຢ່າງ​ຍິ່ງ.

ຄວາມ​ພະຍາຍາມ​ຢູ່​ໃສ,ຄວາມ​ສຳ​ເລັດ​ຢູ່​ຫັ້ນ. ປີ2016, ພວກ​ຂ້າພະ​ເຈົ້າ​ໄດ້​ປະສົບ​ຜົນສຳ​ເ​ລັດ​ຢ່າງ​ຫຼວງຫຼາຍ​ໂດຍ​ຍອດເພື່ອນ​ຜູ້​ຕິດຕາມ ທີ່ມີ​ສ່ວນ​ຮ່ວມ CRIມີຫຼາຍ​ກວ່າ 55 ລ້ານ 3 ​ແສນ​ຄົນ,ສະ​ໂມ​ສອນ​​ເພື່ອນ​ຜູ້​ຕິດຕາມCRIບັນລຸ​ເຖິງ 4115 ​ແຫ່ງ, ຍອດ​ຜູ້​ໃຊ້APPຕ່າງໆ​ຂອງCRIບັນລຸ​ເຖິງ 260 ລ້ານ​ເລກ​ໝາຍ, ​​ເພື່ອນສື່​ສັງຄົມ​ອ໋ອນ​ລາຍ​ຫຼາຍ​ກວ່າ 80 ລ້ານ​ຄົນ. ຄວາມ​ຈິງ​ແລ້ວ, ​ພວກ​ທ່ານບໍ່​ພຽງ​ແຕ່​ເປັນ​ໜຶ່ງ​ໃນຕົວ​ເລກ​ໃຫຍ່​ເຫຼົ່າ​ນີ້​ເທົ່າ​ນັ້ນ, ຫາກພວກ​ທ່ານ​ຍິ່ງ​ແມ່ນ​ເພື່ອນ​ມິດ​ຂອງCRI.

ຄື​ດັ່ງ​ນາງ Valentina Nikolova ​ເພື່ອນ​ມິດ​ທາງ​ອິນ​ເຕີ​ເນັດຈາກ​ປະ​ເທດ​ບຸນ​ກາລີ​ໄດ້​ສະ​ແດງ​ຄຳ​ເຫັນ​ໃນ​ສື່​ສັງຄົມ​ອ໋ອນລ່າຍ​ວ່າ: "CRI​ໄດ້​ເພີ່ມ​ປີກ​ແຫ່ງ​ຄວາມ​​ໄຝ່ຝັນ​ໃຫ້​ທ່ານ, CRI​ເຮັດ​ໃຫ້​ທ່ານ​ຮູ້ສຶກ​ເຖິງ​ຄວາມ​ດີງາມ​ຂອງ​ຈີນ​ທັງ​ເຮັດ​ໃຫ້​ທ່ານ​ມີ​ຄວາມຮັບ​ຮູ້​​ເລິກ​ເຊິ່ງກວ່າ​ເກົ່າ​ກ່ຽວກັບ​ພະລັງ​ແຫ່ງ​ມິດຕະພາບ, ຂໍ​ຂອບ​ໃຈ​ ເພື່ອນ​ມິດ​ທັງຫຼາຍ​ຈາກ​ປະ​ເທດ​ຈີນ​ທີ່​​​ຢູ່ແສນ​ໄກ!" ຄຳ​ເຫຼົ່າ​ນີ້​ກໍ​​ເໝືອນ​ດັ່ງ​ຄຳ​ໃຫ້​ກຳລັງ​ໃຈ​ດ້ວຍ​ຄວາມ​ຈິງ​ໃຈ​ຈາກ​ເພື່ອນ​ເກົ່າ​ຜູ້​ໜຶ່ງ ​ເຮັດ​ໃຫ້CRI​ຈະ​ບໍ່​ຫຼົງ​ລືມ​ອຸດົມ​ການ​ແຕ່​ຫົວທີ, ບາກ​ບັ່ນ​ສູ້​ຊົນ​ກ້າວໜ້າ​ຕໍ່​ໄປ​ພ້ອມ​ກັບ​ຄວາມ​​ໄຝ່ຝັນ.

ປີໜ້າ​ເປັນປີລະກາ​ຕາມ​ຈັນທະຄະຕິ​ຈີນ. ​​ໄກ່ຄຳ​ຂັນ​ກ່ອນອາ​ລຸນວັນ​ໃໝ່​ມາ​ເຖິງ, ​ການອອກ​ແຮງ​ໄດ້​ເລີ່​ມໃໝ່.​ ສຳລັບCRI​ທີ່​ມີ​ປະຫວັດ 75 ປີ​ແລ້ວ​ນັ້ນ, ປີ​ໃໝ່​ໝາຍ​ເຖິງ​ການ​ກ້າວເດີນ​ໃໝ່, CRIຈະ​ພະຍາຍາມສູ້​ຊົນ​​ຍົກ​ຄວາມ​ສາມາດ​ການ​​ເຜີຍ​ແຜ່​ຂໍ້​ມູນ​ຂ່າວສານ​ແລະ​ຍົກ​ລະດັບ​ການ​ບໍລິການ​ຄື​ທີ່​ໄດ້​ພະຍາຍາມ​ຜ່ານ​ມາ​ໃຫ້​ສູງ​ຂຶ້ນ​ເພື່ອ​ເຮັດ​ໃຫ້​ເພື່ອນ​ມິດ​ທັງຫຼາຍ​ຮູ້​ຈີນ, ​ເຂົ້າ​ໃຈ​ຈີນ​ແລະ​ມັກ​ຮັກຈີນ​ຫຼາຍ​ກວ່າ​ເກົ່າ.
ຂໍ​ສົ່ງພອນ​ປີ​ໃໝ່​​ເຖິງ​​ເພື່ອນ​ມິດ​ຕິດຕາມCRI​ທຸກໆ​ທ່ານອີກ​ເທື່ອ​ໃໝ່ດ້ວຍ​ຄວາມ​ຈິງ​ໃຈ, ຂໍ​ຂອບ​ໃຈ!

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ