ປະຊາ​ຄົມ​ໂລກ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຄຳ​ອວຍພອນ​ປີ​ໃໝ່​ຂອງ​ທ່ານປະທານ​ສີ​ຈິ້ນ​ຜີ​ງ
2017-01-02 10:22:06  cri 
​​ເນື່ອງ​ໃນ​ໂອກາດ​ປີ​ໃໝ່2017ມາ​ເຖິງ​ນີ້,​ທ່ານ​ສີ​ຈິ້ນ​ຜີ​ງ, ປະທານ​ປະ​ເທດ​ຈີນ​ໄດ້ກ່າວຄຳ​ອວຍພອນ​ປີ​ໃໝ່. ຫຼັງ​ຈາກ​ນັ້ນ, ບຸກຄົນ​ວົງ​ການ​ຕ່າງໆ​ຂອງ​ປະຊາ​ຄົມ​ໂລກ​ໄດ້​ພາກັນ​ສະ​ແດ​ງຄວາມ​ຊົມ​ເຊີຍ, ​ແລະ​ກ່າວ​ວ່າ​ເນື້ອ​ໃນ​ຄຳ​ອວຍພອນ​​ໄດ້​ສຸມ​​ໃສ່​ບັນຫາ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ,ສ້າງ​ຄວາມ​ອົບ​ອຸ່ນ​ໃຫ້​ແກ່​ປະຊາຊົນ,​​ເນັ້ນ​​ຄວາມ​ຕັດສິນ​ໃຈ​ທີ່​ຈີນ​ຈະ​ຮ່ວມ​ກັບ​ບັນດາ​ປະ​ເທດ​ໃນ​ໂລກ​ພັດທະນາ​ພ້ອມ​ກັນ, ​ເຊິ່ງສະ​ແດງ​ໃຫ້​ເຫັນ​ຄວາມ​ໝັ້ນ​ໃຈ​ແລະ​ສະຕິ​ຮັບຜິດຊອບ​ຂອງ​ຈີນ​ທີ່​​ເປັນ​ປະ​ເທດ​ໃຫຍ່​.

ທ່ານ​ຣອນ​ເນຍ ລິ​ນສ໌,​ຊ່ຽວຊານ​ຄົ້ນຄວ້າ​ຈີນ​ຂອງ​ເບຼຊິນ​ກ່າວ​ວ່າ, ປີ2016ລັດຖະບາ​ນຈີນ​ພະຍາຍາມ​ຊຸກຍູ້​ການ​ປະຕິ​ຮູບ, ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ອັນ​ສຳຄັນ​ໃນ​ຂົງ​ເຂດ​ສາທາລະນະ​ສຸກ,​ການ​ສຶກສາ,​​ເຮືອນ​ຢູ່,​ຕຸລາການ​ແລະ​ອື່ນໆ. "10ລ້າ​ນກວ່າ​ຄົນ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ"​ເປັນຄວາມ​ກ້າວໜ້າ​ອັນ​ຍິ່ງ​ໃຫຍ່​ໂດຍ​ບໍ່​ຕ້ອງ​ສົງ​ໄສ. ການລົບ​ລ້າງ​ຄວາມທຸກ​ຍາກ​ເປັນ​ພາລະ​ໜ້າ​ທີ່​ອັນ​ສຳຄັນ​ຂອງ​ສັງຄົມ​ມະນຸດ, ​ແຕ່​ມັນ​ບໍ່​ແມ່ນ​ໜ້າ​ທີ່​ທີ່​ສາມາດ​ສຳ​ເລັດ​ໄດ້​ງ່າຍ.​ລັດຖະບານ​ຈີນ​ໄດ້​ທຳ​ຄວາມ​ພະຍາຍາມ​ອັນ​ໃຫຍ່​ຫຼວງ​ໃນ​ຂົງ​ເຂດ​ຫຼຸດຜ່ອນ​ຄວາມທຸກ​ຍາກ, ​ໄດ້​ຮັບ​ຜົນງານ​ອັນ​ແທ້​ຈິງ​​ໃນ​ທຸກ​ປີ, ​​ເບຼຊິນ​ແລະ​ປະ​ເທດ​ອື່ນໆ​ສາມາດ​ຖອດ​ຖອນ​ເອົາ​ບົດຮຽນ​ຂອງ​ຈີນ.

ທ່ານ​ລີ​ຈ້ຽນຊົງ, ທີ່​ປຶກສາ​ຊັ້ນ​ສູ​ຂອງ​ປະທານ​ສະພາ​ການ​ຄ້າ​ຈີນ-​ອາ​ຊຽນກ່າວ​ວ່າ, ຫຼັງ​ຈາກ​ເຂົ້າ​ສູ່​ປີ2017, ປັດ​ໄຈ​ທີ່​ບໍ່​ແນ່​ນອນ​ໃນ​ໂລກ​ເພີ່ມ​ຂຶ້ນ, ຄຳ​ອວຍພອນ​ປີ​ໃໝ່​ຂອງ​ທ່ານ​ປະທານ​ສີ​ຈິ້ນ​ຜີ​ງ​ໄດ້​ເປີດ​​ເຜີຍ​ສັນຍານ​ທີ່​ສຳຄັນ,​ຄື:ຈີນ​ບໍ່​ພຽງ​ແຕ່​ສຸມ​ໃສ່​ການ​ພັດທະນາ​ຂອງ​ຕົນ​ເທົ່າ​ນັ້ນ, ​ແຕ່​ຍັງ​ຄຳນຶງ​ເຖິງ​ແລະ​ເອົາ​ໃຈ​ໃສ່​ການ​ພັດທະນາ​ຂອງ​ປະ​ເທດ​ແລະ​ເຂດ​ແຄວ້ນ​ອື່ນ, ນີ້​ມີ​ຄວາມ​ສຳຄັນ​ຫຼາຍ.

ທ່ານ​ອາ​ມັດ ວາລີ,​ຮອງ​ປະທານ​ສະມາຄົມ​ມິດຕະພາບ​ເອຢິບ-​ຈີນ​ກ່າວ​ວ່າ, ທ່ານ​ປະທານ​ສີ​ຈິ້ນ​ຜີ​ງ​ໄດ້​ກ່າວ​ເຖິງ "ການ​ສ້າງ 'ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ'​ໄດ້​ກ້າວໜ້າ​ຢ່າງ​ວ່ອງ​ໄວ",​ປະຊາຊົນ​ເອຢິບ​ມີ​ຄວາມ​ປາຖະໜາ​ເປັນ​ຢ່າງ​ສູງ​ຕໍ່​ການ​ສ້າງ"ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ", ​ເຊື່ອ​ໝັ້ນ​ວ່າ​ຈະ​ນຳ​ເອົາ​ໂອກາດ​ອັນ​ໃຫຍ່​ຫຼວງ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ​ຂອງ​ປະ​ເທດ​ລຽບຕາມ​ແລວ​ທາງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ