ປະທານ​ປະ​ເທດ​ຈີນ​ສົ່ງ​ໂທລະ​ເລກ​ສະ​ແດງ​ຄວາມ​ເຫັນ​ໃຈ​ເຖິງ​ປະທານາທິບໍດີ​ຟີ​ລິບ​ປິນກ່ຽວກັບພາຍຸ​ໄຕ້​ຝຸ່ນ​ນົກ​ເຕນກະ​ໜ່ຳ
2017-01-02 10:25:20  cri 
ວັນ​ທີ 1 ມັງກອນ​ນີ້ ທ່ານ​ສີ​ຈິ້ນຜິ​ງ ປະທານ​ປະ​ເທດ​ຈີນ​​ໄດ້ສົ່ງ​ໂທລະ​ເລກ​ສະ​ແດງ​ຄວາມ​ເຫັນ​ໃຈ​ເຖິງ​ທ່ານ​​ໂຣດຣີ​ໂກ ດູ​ເຕີ​ເຕ ປະທານາທິບໍດີ​ຟີ​ລິບ​ປິນກ່ຽວ​ກັບປະ​ເທດ​ນີ້​ປະສົບ​ ​ພາຍຸ​ໄຕ້​ຝຸ່ນ​ນົກ​ເຕນ(Nock-ten)ກະ​ໜ່ຳ.

​ໂທລະ​ເລກ​ສະ​ແດງ​ຄວາມ​ເຫັນ​ໃຈ​ຂອງ​ທ່ານ​ສີ​ຈິ້ນຜິ​ງລະບຸ​ວ່າ: ​ພາຍຸ​​ໄຕ້​ຝຸ່ນ​ນົກ​ເຕນພັດ​ຖະຫຼົ່ມຟີ​ລິບ​ປິນສົ່ງ​ຜົນ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ແລະ​ບາດ​ເຈັບ ​ແລະເສຍ​ຫາຍ​ທາງ​ຊັບ​ສິນ. ຂ້າພະ​ເຈົ້າ​ຂໍ​ຕາງໜ້າ​ລັດຖະບານ​​ແລະ​ປະຊາຊົນ​ຈີນ​ແລະ​ໃນ​ນາມ​ສ່ວນ​ຕົວ​ສະ​ແດງ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ຢ່າງ​ຈິງ​ໃຈ​ຕໍ່​ທ່ານ​​ແລະ​ປະຊາຊົນ​ເຂດ​ປະສົບ​ໄພ.

ທ່ານ​ສີ​ຈິ້ນ​ຜິ​ງຊີ້​ວ່າ: ຈີນ-ຟີ​ລິບ​ປິນ​ເປັນ​ເພື່ອນ​ບ້ານ​ໃກ້​ຄຽງ​ທີ່​ມີ​​ໄມຕີ​ຈິດມິດຕະພາບ, ພວກ​ຂ້າພະ​ເຈົ້າ​ຮູ້ສຶກ​ເປັນ​ຫ່ວງ​ຢ່າງ​ເລິກ​ເຊິ່ງຕໍ່​ປະຊາຊົນ​ຟີ​ລິບ​ປິນທີ່​ປະສົບ​ໄພ​ທຳ​ມະ​ຊາດ​ແລະ​ບໍ່​ມີ​ບ່ອນຢູ່​ອາ​ໄສ ທັງ​ຍິນ​ດີ​ໃຫ້ການ​ຊ່ວ​ຍ​ເຫຼືອ​ກູ້​ໄພ​ສຸກ​ເສີນ​ແກ່​ເຂດ​ປະສົບ​ໄພ ​ແລະ​ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ພາຍ​ໃຕ້​ການ​ນຳພາ​ທີ່​ເຂັ້ມ​ແຂງ​ຂອງ​ທ່ານ​ປະທານາທິບໍດີ​ແລະ​ລັດຖະບານ​ຟີ​ລິບ​ປິນ, ປະຊາຊົນ​ຟີ​ລິບ​ປິນຈະ​ເອົາ​ຊະນະ​ໄພ​ທຳ​ມະ​ຊາດ​ແລະ​ສ້າງບ້ານ​ແປງ​ເມືອງຄືນ​ໃໝ່​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ