ຜົວ​ເມຍ​ຊາວ​ອາ​ເມ​ລິ​ກາ​​ບັນທຶກ​ພາບ​ລົມ​ທໍ​ນາ​ໂດ​ໄດ້ 30 ກວ່າຄັ້ງໃນ​ 1 ປີ
2017-01-03 16:18:28  cri 

ໃນ​ 1 ປີຜ່ານມາ, ຜົວ​ເມຍ​ຊາວ​ອາ​ເມ​ລິ​ກາ​ໄດ້​ນຳນັກ​ທ່ອງ​ທ່ຽວທົ່ວ​ປະ​ເທດ​ສຳ​ຜັດ​ພາບ​ລົມ​ທໍ​ນາ​ໂດ​ເຊິ່ງ​ເປັນພາບ​ທຳ​ມະຊາດ​ທີ່​ແທ້​ຈິງ​ແລະ​ໜ້າ​ເກງ​ຂາມ​ໂດຍ​ການ​ບັນທຶກ​ພາບ​​ດ້ວຍ​ຕົນ​ເອງກວ່າ 30 ຄັ້ງ.

ທ້າວ ​ໂຣ​ເຈີ ຮິ​ວ ຈາກ​ລັດ Colorado ພ້ອມ​ນາງ​ຄາຣິນ ຮິ​ວ ພັນ​ລະ​ຍາ ​ໄດ້​ເປີດ​ບໍລິສັດ​ທ່ອງ​ທ່ຽວ​ແຫ່ງ​ໜຶ່ງ​ໂດຍ​ໃຫ້​ບໍລິການ​ສະ​ເພາະກຸ່ມ​ນັກ​ທ່ອງ​ທ່ຽວ​ທີ່​ກ້າ​ສ່ຽງ​ໄພ​​ໄລ່​​ລົມ​ທໍ​ນາ​ໂດ ​​ໂດຍ​ທ້າວ​ໂຣ​ເຈີ​ເວົ້າ​​ດ້ວຍ​ຄວາມ​ພາກພູມ​ໃຈວ່າ: "ຂ້ອຍ​ໄດ້​ເຫັນລົມ​ທໍ​ນາ​ໂດຢ່າງ​ປະຈັກ​ຕາ​ 630 ກວ່າ​ຄັ້ງ​ແລ້ວ​ແລະ​ ​ມາ​ຮອດ​ປັດຈຸບັນ​ຂ້ອຍ​ຍັງ​ຄົງ​ເປັນ​ຜູ້​ຮັກສາ​ສະຖິຕິ​ກີ​ເນັສບຸກ​ໃນ​ລາຍການ​ນີ້.​"

1 2 3 4 5 6 7 8 9
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ