ໃນ​ໄລຍະ​ປີ​ໃໝ່​ສາກົນ ​ແຫຼ່ງ​ທ່ອງ​ທ່ຽວ​ໃນ​ທົ່ວ​ປະ​ເທດ​ຈີນຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ປະມານ 120 ລ້ານ​ເທື່ອ​ຄົນ
2017-01-03 11:24:35  cri 

ອົງການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຈີນ​ປະກາດ​ວ່າ: ​ໃນ​ໄລຍະ​ປີ​ໃໝ່​ສາກົນ 2017, ​ແຫຼ່ງທ່ອງ​ທ່ຽວ​ແຫ່ງ​ຕ່າງໆ​ໃນ​ທົ່ວ​ປະ​ເທດ​ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ປະມານ 120 ລ້ານ​ເທື່ອ​ຄົນ ​ແລະ ສາມາດ​ສ້າງ​ລາຍ​ຮັບ​ໄດ້​ເຖິງ 67 ຕື້ 900 ລ້ານ​ຢວນ.

ອົງການ​ທ່ອງ​ທ່ຽວ​ແຫ່ງ​ຊາດ ຢືນຢັນ​ໃນ​ວັນ​ທີ 2 ມັງກອນ​ນີ້​ວ່າ: ​ໃນ​ໄລຍະ​ດັ່ງກ່າວ, ນັກ​ທ່ອງ​ທ່ຽວ​ຕົ້ນຕໍ​​ໄດ້ໄປ​ທ່ຽວ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່ບໍ່​ໄກ​ປານ​ໃດ ​ໂດຍ​ມີ​ເຖິງ 112 ລ້ານ​ເທື່ອ​ຄົນ.
ຂະນະ​ດຽວ​ກັນ, ​ຂະ​ແໜງ​ທາງ​ລົດ​ໄຟ​ແລະການບິນ​ພົນລະ​ເຮືອນ​ກໍ​ໄດ້ແຈ້ງ​ໃຫ້​ຮູ້ວ່າ, ​ນັບແຕ່​ວັນ​ທີ 31 ທັນວາ​ປີຜ່ານມາ ຫາ​ວັນ​ທີ 2 ມັງກອນ​ນີ້, ​ລົດ​ໄຟ​ໃນ​ທົ່ວ​ປະ​ເທດໄດ້ບໍລິການ​ຂົນສົ່ງ​ຜູ້​ໂດຍສານ 26 ລ້ານ 7 ​ແສນ 2 ໝື່ນ ກວ່າ​ເທື່ອ​ຄົນ ​ແລະ​ກໍ​ໄດ້​ເພີ່ມ​ຂະ​ບວນລົດ​ໄຟຂຶ້ນອີກ 461 ຂະ​ບວນ, ຂະນະ​ທີ່ຄາດ​ວ່າ ທາງ​ການບິນ​ພົນລະ​ເຮືອນກໍ​ໄດ້​ຂົນ​ສົ່ງ​ຜູ້ໂດຍສານ​​ເຖິງ 2 ລ້ານ 6 ​ແສນ​ເທື່ອ​ຄົນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ