ກ່ອນ​​ເຖິງທ້າຍ​ປີ 2017 ຈີນ​ຈະ​ຢຸດການ​ປຸງ​ແຕ່ງ​​ແລະ​ຂາຍຜະລິດ​ຕະພັນ​ງາ​ຊ້າງ
2017-01-03 16:47:19  cri 
ຫວ່າງ​ມໍ່ໆ​ມາ​ນີ້, ຫ້ອງການ​ລັດຖະບານ​ຈີນ​ໄດ້​ອອກ​ "​ແຈ້ງ​ການ​ກ່ຽວ​ກັບ​ການ​ຢຸດການ​ປຸງ​ແຕ່ງ​ແລະ​ຂາຍ​ງາ​ຊ້າງ​" ​ໂດຍ​ຮ້ຽກຮ້ອງ​ໃຫ້​ຢຸດ​ປຸງ​ແຕ່ງຜະລິດ​ຕະພັນ​ງາຊ້າງ​ແຕ່ລະງວດ​ແລະ​​ແຕ່ລະໄລຍະ​. ປັດຈຸບັນ, ຢູ່​ຈີນມີ​ວິ​ສາ​ຫະກິດ​ປຸງ​ແຕ່ງ​ງາ​ຊ້າງ 34 ​ແຫ່ງ ​ແລະ ສະຖານ​ທີ່​ຂາຍ​ງາ​ຊ້າງ 143 ​ແຫ່ງ.​ເນື້ອ​ໃນ​ແຈ້ງ​ການ​ດັ່ງກ່າວ​ລະບຸ​ອີກ​ວ່າ:ອົງການ​ປ່າ​ໄມ້​ແຫ່ງ​ຊາດ​ຈະ​ຍຸບ​ວິ​ສາ​ຫະກິດ​ປຸງ​ແຕ່ງ​ງາ​ຊ້າງ 10 ຫາ 15 ​ແຫ່ງ​ກ່ອນ​ວັນ​ທີ 31 ມີນາ​ປີ 2017 ​ແລະ ສະຖານ​ທີ່​ຂາຍງາ​ຊ້າງ 50 ຫາ 60 ​ແຫ່ງ; ສ່ວນ​ວິ​ສາ​ຫະກິດ​ປຸງ​ແຕ່ງ​ແລະ​ຂາຍ​ງາ​ຊ້າງ​ທີ່​ເຫຼືອ​ນັ້ນກໍ​ຈະ​ຍຸບ​ໃຫ້​ສຳ​ເລັດ​​​ໃນ​ວັນ​ທີ 31 ທັນວາ​ປີ 2017.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ