ປີ 2017 ລັດຖະມົນຕີ​ກະຊວງການ​ຕ່າງປະ​ເທດ​ຈີນຈະ​ຢ້ຽມຢາມ 5 ປະ​ເທດ​ອາ​ຟຣິກາ​
2017-01-04 11:49:29  cri 
ຕາມ​ຂ່າວCRI: ທ່ານ ​ເກິ​ງສວງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ໃນ​ວັນ​ທີ 3 ມັງກອນ​ນີ້​ວ່າ: ​ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ມາດາ​ກັສກາ,ຊຳ​ບີ,ຕັງ​ຊາ​ນີ,ກົງ​ໂກ ​ແລະ ນີ​ເຊຣີ, ທ່ານ ຫວາງ​ຢີ້ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ຈະ​ຢ້ຽມຢາມ 5 ປະ​ເທດ​ດັ່ງກ່າວຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 7 ຫາ​ວັນ​ທີ 12 ມັງກອນ​ນີ້ ​ເຊິ່ງ​ເປັນ​ການ​ຢ້ຽມຢາມ​ຕ່າງປະ​ເທດ​ຄັ້ງ​ທຳ​ອິດ​ຂອງ​ທ່ານ​ໃນ​ປີ 2017.

​ໃນພິທີ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ດັ່ງກ່າວ, ທ່ານ ​ເກິ​ງສວງ ກ່າວ​ວ່າ: ​ແຕ່ລະ​ປີ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ​​ຈະເດີນທາງ​ໄປ​ຢ້ຽມຢາມ​ອາ​ຟຣິກາກ່ອນ​ໃນ​ການເລີ່​ມຕົ້ນປີ​ໃໝ່ ​ເຊິ່ງ​ເປັນ​ທຳນຽມປະຕິບັດ​ມາ​ເປັນ​ເວລາ 20 ກວ່າ​ປີ​ແລ້ວ ກໍ​ເປັນ​ມູນ​ເຊື້ອ​ທີ່​ດີງາມ​ໃນ​ວຽກ​ງານ​ການ​ຕ່າງປະ​ເທດ​ຂອງ​ຈີນ. ປີ 2016 ທີ່​ຫາ​ກໍ​ຜ່ານມານັ້ນ​ແມ່ນ​ປີ​​ແຫ່ງ​ການ​ເລີ່​ມຕົ້ນ​​ການ​ຮ່ວມ​ມື​ລະຫວ່າງ​ຈີນ-ອາ​ຟຣິກາ​ໃນ​ຍຸກ​ໃໝ່​ ​ໂດຍ​ສອງ​ຝ່າຍ​ໄດ້ເຄື່ອນ​ໄຫວ​ຢ່າງ​ຕັ້ງໜ້າຈັດ​ຕັ້ງ​ປະຕິບັດຜົນສຳ​ເລັດ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ໂຈ​ຮານ​ເນສ​ເບີກ​ຂອງ​ເວທີ​ປຶກສາ​ຫາລື​ການ​ຮ່ວມ​ມື​ຈີນ-ອາ​ຟຣິກາ ​ແລະ ໄດ້​ຮັບ​ຜົນສຳ​ເລັດ​ທີ່​ສຳຄັນ​ຢ່າງ​ຫຼວງ​ຫຼາຍ. ປີ 2017 ຈະ​ເປັນ​ປີ​ແຫ່ງ​ການ​ຍົກ​ລະດັບ​ແລະ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ຈີນ-ອາ​ຟຣິກາ​ຢ່າງຮອບດ້ານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ