ເສດຖະກິດ​ຈີນ​ຈະ​ເຕີບ​ໂຕ​ຢ່າງ​ໝັ້ນ​ທ່ຽງ​ໃນ​ປີ 2017
2017-01-04 16:19:08  cri 
ທະນາຄານ citi handlowy ​ໄດ້​​ເຜີຍ​ແຜ່​ບົດ​ລາຍ​ງານ​ຍຸດທະ​ສາດ​ການ​ລົງທຶນ​ປີ 2017 ​ໃນ​ວັນ​ທີ 3 ມັງກອນ​ນີ້​​ໂດຍ​ຄາດ​ວ່າ, ຈາກ​ການ​ທີ່​ລັດຖະບານ​ຈີນ​ຈະ​ສືບ​ຕໍ່ຊຸກຍູ້​ມາດ​ຕະການ​ປະຕິ​ຮູບ​ຕ່າງໆນັ້ນ​ຈະ​ເຮັດ​ໃຫ້​ເສດຖະກິດ​ຈີນ​​ເຕີບ​ໂຕ​ຢ່າງ​ໝັ້ນ​ທ່ຽງ​ໃນ​ປີ 2017, ຄື​ຈະ​ຢູ່​ໃນ​ລະດັບ​ປະມານ 6,5%.

ບົດ​ລາຍ​ງານ​ລະບຸ​ວ່າ, ລັດຖະບານ​ຈີນ​ຈະ​ສືບ​ຕໍ່​ຊຸກຍູ້​ການ​ປະຕິ​ຮູບ​ຕ່າງໆ​ໃນ​ປີ​ນີ້, ລວມທັງ​ເພີ່ມຄ່າ​ໃຊ້​ຈ່າຍ​ໃນ​​ການ​ຄົ້ນຄວ້າການ​ພັດທະນາ, ​ເລັ່ງ​ປະຕິ​ຮູບ​ລະບົບ​ສຳມະ​ໂນ​ຄົວ, ​ເລັ່ງ​ການ​ປະຕິ​ຮູບລັດ​ວິ​ສາ​ຫະກິດ​​, ຊຸກຍູ້​ລະບົບ​ການ​ຮ່ວມ​ມື​ລະຫວ່າງ​ວິ​ສາ​ຫະກິດ​ສ່ວນບຸກຄົນ, ສ່ວນ​ລວມ​ແລະ​ອື່ນໆ. ​​ແນວ​ໃດ​ກໍ​ດີບົດ​ລາຍ​ງານ​ຍັງ​ລະບຸ​ວ່າ, ຫຼັງ​ທ່ານ​ໂດ​ນັນ ທຣຳ, ປະທານາທິບໍດີ​ອາ​ເມ​ລິ​ກາ​ຄົນ​ໃໝ່​ຂຶ້ນ​ຮັບ​ຕຳ​ແໜ່​ງ​ແລ້ວ, ນະ​ໂຍບ​າຍການ​ຄ້າ​ແລະ​ການ​ຕ່າງປະ​ເທດ​ຂອງ​ອາ​ເມ​ລິ​ກາກໍ​ຍັງ​ບໍ່​ຈະ​ແຈ້ງ​ເທື່ອ. ຖ້າວ່າ​ອາ​ເມ​ລິ​ກາ​ຫຼຸດ​ນະ​ໂຍບາຍ​ກາ​ນຄ້າກັບ​ຈີນ, ຫຼື​ໃຊ້ມາດ​ຕະການ​ກະຕຸ້ນເສດຖະກິດ​ທີ່​ລັດຖະບານ​ຈີນ​ປະຕິບັດ​ນັ້ນ​ບໍ່​ໄດ້​ບັນລຸ​ຕາມ​ເປົ້າ​ໝາຍ​ຂອງ​ຕະຫຼາດນັ້ນ​ກໍ​ຈະ​ເພີ່ມ​ຄວາມ​ສ່ຽງ​ຕໍ່​ການ​ຫຼຸດ​ລົງ​ຂອງ​ເສດຖະກິດ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ