ຜູ້​ຕ້ອງ​ສົງ​ໄສ​ການຫຼອກລວງ​ທາງ​ໂທລະ​ຄົມ 5 ຄົນ​ຖືກ​ຄຸມ​ຕົວຈາກ​ຫວຽດນາມ​ກັບ​ຄືນ​ຈີນ​
2017-01-05 16:48:56  cri 

ຫວ່າງ​ມໍ່ໆ​ມາ​ນີ້, ພາຍ​ໃຕ້​ການ​ຈັດຕັ້ງ​ແລະບັນຊາ​ຂອງກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ຈີນ, ຜູ້​ຕ້ອງ​ສົງ​ໄສ​ການຫຼອກລວງທາງ​​ເຄືອ​ຂ່າຍໂທລະ​ຄົມ 5 ຄົນ ລວມທັງ​ຄົນ​ແຜ່ນດິນ​ໃຫຍ່​ຈີນ​ໜຶ່ງ​ຄົນ ​ແລະ ຄົນ​ໄຕ້​ຫວັນ​ຈີນ 4 ຄົນ ​ໄດ້​ຖືກ​ຄຸມ​ຕົວ​ຈາກ​ຫວຽດນາມຜ່ານ​ດ່ານ​ມິດຕະພາບ​ເຂດ​ກວາງຊີກັບ​ຄືນຈີນ​.

ຂ່າວ​ແຈ້ງວ່າ, ​ເດືອນ​ທັນວາ​ປີຜ່ານມາ, ພາກສ່ວນ​ປ້ອງ​ກັນ​ຄວາມ​ສະຫງົບ​ຈີນ​ໄດ້​ສືບສວນ-ສອບ​ສວນ​ພົບ​ວ່າ ຜູ້​ຕ້ອງ​ສົງ​ໄສ​ໄດ້ຕັ້ງຈຸດ​ເຄື່ອນ​ໄຫວ​ຢູ່​ຫວຽດນາມ ​ແລະ ດຳ​ເນີນ​ການຫຼອກລວງປະຊາຊົນ​ແຂວງ​ຕ່າງໆ​ຂອງ​ຈີນ ​ເຊັ່ນ ​ແຂວງ​ເຈີ້​ຈ່ຽງ ​ຜ່ານ​ທາງ​ເຄືອ​ຂ່າຍ​ໂທລະ​ຄົມ. ຈາກ​ນັ້ນ, ດ້ວຍ​ການ​ຊ່ວຍ​ເຫຼືອຈາກ​ສະຖານທູດ​ຈີນ​ປະຈຳ​ຫວຽດນາມ ກໍ​ສາມາດ​ເລີກ​ຮື້​ຈຸດ​ເຄື່ອນ​ໄຫວຫຼອກລວງໜຶ່ງ​ຈຸດ​ຢູ່​ເມືອງ​ຮາ​ຍຟອງ ສສ ຫວຽດນາມ​​ຫວ່າງ​ມໍ່ໆ​ນີ້ ​ແລະ ສາມາດ​ຈັບ​ຜູ້​ຕ້ອງ​ສົງ​ໄສ​ໄດ້ 5 ຄົນ. ຜ່ານ​ການກວດ​ສອບ​ເບື້ອງ​ຕົ້ນພົບ​ວ່າ ຜູ້​ຕ້ອງ​ສົງ​ໄສ​​ໄດ້​ກ່ຽວ​ພັນ​ເຖິງຄະດີຫຼອກລວງ 27 ຄະດີ​ແລະ​ເງິນ​ທຶນ 1 ລ້ານ 3 ​ແສນ 3 ໝື່ນ​ກວ່າ​ຢວນ.

​ເນື່ອງ​ຈາກ​ຜູ້​ຖືກຫຼອກລວງລ້ວນ​ແຕ່​ແມ່ນ​ຄົນ​ແຜ່ນດິນ​ໃຫຍ່​ຈີນ ​​ໂດຍ​ອີງ​ຕາມ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ລະຫວ່າງ​ຈີນ-ຫວຽດນາມ​ກ່ຽວ​ກັບ​ການ​ຮ່ວມ​ມື​ເພື່ອ​ປາບ​ປາມ​ການ​ກະທຳຫຼອ​ກລວງ​ທາງ​ເຄືອ​ຂ່າຍ​ໂທລະ​ຄົມ ​ແລະດ້ວຍຄວາມຊ່ວຍ​ເຫຼືອຈາກ​ເຈົ້າໜ້າ​ທີ່​ຕຳຫຼວດຫວຽດນາມ ຈີນຈຶ່ງ​ສາມາດ​ຄຸມ​ຕົວ​ຜູ້​ຕ້ອງ​ສົງ​ໄສ 5 ຄົນ​ດັ່ງກ່າວ​ກັບ​ຄືນ​ປະ​ເທດ​ເພື່ອ​ດຳ​ເນີນ​ຄະດີ​ຕາມ​ກົດໝາຍຂອງ​ແຜ່ນດິນ​​ໃຫຍ່​ຈີນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ