ທູ​ດວິສາມັນ​ກ່ຽວກັບ​ບັນຫາ​ຊີຣີຂອງ​ຈີນ​ຈະ​ຢ້ຽມຢາມ​ຊີຣີ
2017-01-05 17:12:48  cri 
ໃນ​ພິທີ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 4 ມັງກອນ​ນີ້, ທ່ານ ​ເກິ​ງສວງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ: ທ່ານ ​ເຊ້ຍ​ສຽວ​ຢຽນ ທູດ​ວິສາມັນ​ກ່ຽວ​ກັບ​ບັນຫາ​ຊີຣີຂອງ​ຈີນ​ຈະ​ຢ້ຽມຢາມ​ຊີຣີ​ໃນ​ບໍ່​ດົນ​ນີ້ ​ເພື່ອ​ຊຸກຍູ້​ການ​ຟື້ນ​ຟູ​ຂະ​ບວນການ​ແກ້​ໄຂ​ບັນຫາ​ຊີຣີຄືນ​ໃໝ່​ໂດຍ​ຜ່ານ​ຊ່ອງ​ທາງ​ການ​ເມືອງ​ໂດຍ​ໄວ.

ທ່ານ ​ເກິ​ງສວງ ກ່າວ​ວ່າ: ລັດຖະບານ​ ​ແລະ ກຸ່ມ​ປະກອບ​ອາວຸດ​ຕໍ່ຕ້ານ​ທີ່​ສຳຄັນ​ຂອງຊີຣີໄດ້​ເຊັນ​ສັນຍາ​​ຢຸດ​ຍິງ ພ້ອມ​ທັງ​ເຫັນ​ດີ​ດຳ​ເນີນ​ການ​ເຈລະຈາ​ໂດຍ​ສັນຕິ ​ເຊິ່ງ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າການ​ແກ້​ໄຂ​ບັນຫາ​ຊີຣີ​ໂດຍ​ຜ່ານ​ຊ່ອງ​ທາງ​ການ​ເມືອງ​ໄດ້​ຮັບ​ໂອກາດ​ໃໝ່.

ທ່ານ ​ເກິ​ງສວງ ກ່າວ​ຕື່ມ​ວ່າ: ຈີນ​ໃນ​ຖານະ​ເປັນ​ປະ​ເທດສະມາຊິກ​ຖາວອນ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດນັ້ນ ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ທີ່​​ສ້າງສັນ​​ແລະຕັ້ງໜ້າ​ມາ​ໂດຍ​ຕະຫຼອດໃນ​ກາ​ນຊຸກຍູ້​ການ​ແກ້​ໄຂ​ບັນຫາ​ຊີຣີຢ່າງ​ເໝາະ​ສົມ. ຂະນະ​ທີ່​ການ​ເດີນທາງຢ້ຽມຢາມ​ຊີຣີອີກ​ເທື່ອ​ໜຶ່ງ​​ໃນ​ອີກ​ບໍ່ດົນຂອງ​ທ່ານ​ເຊ້ຍສຽວ​ຢຽນກໍເພື່ອ​ເພີ່ມ​ທະວີ​ການ​ຕິດ​ຕໍ່​ພົວພັນ​ແລະ​ປະສານ​ງານ​ກັບ​ຝ່າຍ​ທີ່​ກ່ຽວຂ້ອງ,ສະ​ໜັບສະ​ໜູນ​ຄວາມ​ພະຍາຍາມ​ຂອງ​ປະຊາ​ຄົມ​ໂລກ​ໃນ​ການ​ຊຸກຍູ້​ສັນຕິພາບ ​ແລະ ການ​ຟື້ນ​ຟູ​ຂະ​ບວນການ​ແກ້​ໄຂ​ບັນຫາ​ຊີຣີຄືນ​​ໃໝ່​ໂດຍ​ຜ່ານ​ຊ່ອງ​ທາງ​ການ​ເມືອງ​​ໂດຍ​ໄວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ