ຜູ້ຍິງອັງກິດປະດັບ​ເຮືອນ​ຕົນ​ໃຫ້​ເປັນ "ເຮືອນຂາວ"
2017-01-06 16:18:58  cri 

ຫວ່າງ​ມໍ່ໆ​ນີ້,ນາງ Claire Dix ອາຍຸ 51 ປີ​ຈາກລັດ South Wales ປະ​ເທດ​ອັງກິດ​​ໄດ້​ໃຫ້​ນິຍາມ​ໃໝ່​ແກ່​ຄຳ​ວ່າ "​ເຮືອນ​ຂາວ" ​ໂດຍ​ເຮືອນ​ຂອງ​ນາງ​ເປັນ​ສີຂາວ​ໝົດ​ຄື​ກັນ​ກັບ​ວ່ານາງ​ໄດ້​ດຳລົງ​ຊີວິດ​ໃນ​ "ວັງ​ຂາວ" ນັບ​ແຕ່​ເພດານ,ຝາ​ເຮືອນ,ພື້ນ,​ເຄື່ອງ​ເຟີ​ນິ​ເຈີ,​ເສື່ອ​,ຜ້າ​ເຊັດ​ໂຕ​​​ແລະແມວ​ທີ່​ນາງ​ລ້ຽງ​ນັ້ນ​ກໍ​ເປັນ​ສີຂາວ​ໝົດ.ພ້ອມ​ທັງລົດ​ສ່ວນ​ຕົວ​ສອງ​ຄັນ​ຂອງ​ນາງ​ຍີ່​ຫໍ້​Audi ​ແລະ Porsche ກໍ​ເປັນ​ສີຂາວ​ເຊັ່ນ​ກັນ. ນາງ Claire ຢືນຢັນ​ວ່າ ນີ້​ບໍ່​ແມ່ນ​ການ​ຫຼົງ​ໄຫຼ​ແນວ​​ໃດ​ແນວໜຶ່ງ​​ແຕ່​ມັນ​ເປັນຄວາ​ມມັກ​ສ່ວນ​ຕົວ​ຂອງຂ້ອຍທີ່​ມັກ​ສີຂາວເທົ່າ​ນັ້ນ.

1 2 3 4 5 6 7 8 9
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ