ຂະ​ແໜງ​ການຈັດ​ສົ່ງ​ສິນຄ້າດ່ວນຈີນ​ສ້າງ​ລາຍ​ຮັບລື່ນ 400 ຕື້​ຢວນ​ເປັນຄັ້ງທຳ​ອິດ
2017-01-06 16:36:30  cri 

​ແຫຼ່ງຂ່າວ​ຈາກ​ກອງ​ປະຊຸມ​ວຽກ​ງານ​ຄຸ້ມ​ຄອງ​ໄປສະນີ​ທົ່ວ​ປະ​ເທດ​ຈີນ​ປີ 2017 ​ໃຫ້​ຮູ້​ວ່າ ປີຜ່ານມາ, ຂະ​ແໜງ​ການຈັດ​ສົ່ງສິນຄ້າ​ດ່ວນ​ຂອງ​ຈີນ​ສາມາດ​ສ້າງ​ລາຍ​ຮັບ​ໄດ້​ເຖິງ 400 ກວ່າ​ຕື້​ຢວນ, ສຳ​ເລັດ​ການຈັດ​ສົ່ງສິນຄ້າ 31 ຕື້ 350 ລ້ານ​ຫໍ່ ສືບ​ຕໍ່​ຄອງ​ອັນ​ດັບ​ໜຶ່ງ​ຂອງ​ໂລກ.

ທັງ​ນີ້, ກົມ​ໄປສະນີ​ແຫ່ງ​ຊາດ​ຈີນ​ໄດ້​ປະກາດ​ວ່າ: ຂະ​ແໜງ​ການຈັດ​ສົ່ງສິນຄ້າ​ດ່ວນ​ທົ່ວ​ປະ​ເທດ​ໃນ​ປີຜ່ານມາ ສາມາດ​ສ້າງ​ລາຍ​ຮັບ​ໄດ້​ເຖິງ 400 ຕື້ 500 ລ້ານ​ຢວນ ​ເພີ່ມ​ຂຶ້ນກວ່າ 40% ​ເມື່ອ​ທຽບ​ໃສ່​ປີ 2015 ​ແລະ​ສຳ​ເລັດ​ການຈັດ​ສົ່ງ​ດ່ວນ 31 ຕື້ 350 ລ້ານ​ຫໍ່ ​ເພີ່ມ​ຂຶ້ນຢ່າງ​ວ່ອງ​ໄວ​ໃນ​ຈັງຫວະ​ປະມານ 50% ຢ່າງ​ຕໍ່​ເນື່ອງ 6 ປີ.

ສະນັ້ນ, ຈຶ່ງ​ເຮັດ​ໃຫ້ຂະ​ແໜງ​ການຈັດ​ສົ່ງ​ດ່ວນຂອງ​ຈີນ​ກາຍ​ເປັນ​ມ້າ​ມືດ​ຂອງ​ເສດຖະກິດ​ຈີນ ​ໂດຍ​ໄດ້​ສ້າງ​ຄວາມ​ອັດສະຈັນ​​ໃນ​​ການ​ພັດທະນາ​ຂະ​ແໜງ​ການ​ບໍລິການ​ຈີນ ​ແລະ ຂະ​ແໜງ​ການ​ໄປສະນີ​ທົ່ວ​ໂລກອີກ​ດ້ວຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ