ລັດຖະມົນຕີ​ຕ່າງປະ​ເທດ​ຈີນ​ໂທລະສັບ​ສົນທະນາ​ກັບ​ຄູ່​ຮ່ວມ​ຕຳ​ແໜ່​ງອາ​ເມ​ລິ​ກາ
2017-01-06 17:51:03  cri 

ທ່ານ​ຫວາງ​ຢີ້ ລັດຖະມົນຕີ​ກະຊວງ​ການ​ຕ່າງ​ປະ​ເທດ​ຈີນ ​ໄດ້​ສົນທະນາ​ທາງ​ໂທລະສັບ​ກັບ​ທ່ານ ຈອນ ​ເຄຣີ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ໃນ​ວັນ​ທີ 5 ມັງກອນ​ນີ້.
​ໂອກາດ​ນີ້, ທ່ານ​ເຄຣີ ກ່າວ​ວ່າ: ​ໃນ​ຊຸມ​ປີຜ່ານມາ, ສາຍ​ພົວພັນ​ລະຫວ່າງ​ອາ​ເມ​ລິ​ກາ-ຈີນ​ໄດ້​ພັດທະນາ​ຢ່າງຮອບດ້ານ ​ແລະ ​ໄດ້​ຮັບໝາກຜົນ​ຢ່າງຫຼວງຫຼາຍ. ຂະນະ​ທີ່​ສອງ​ຝ່າຍ​ໄດ້​ຮັກສາ​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ໃນ​ການ​ຊຸກຍູ້​ໃຫ້​ເສດຖະກິດ​ໂລກ​ຟື້ນ​ຕົວ, ການຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ​ການແກ້​ໄຂ​ບັນຫາ​ດ້ານ​ຄວາມ​ໝັ້ນຄົງ​ສາກົນ ​ແລະ​ອື່ນໆ. ​ທ່ານ​ເຄຣີ ກ່າວ​ຢ້ຳວ່າ: ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ສຳຄັນຫຼາຍ, ການ​ຍຶດໝັ້ນນະ​ໂຍບາຍ​ປະ​ເທດ​ຈີນ​ດຽວ​ບົນ​ພື້ນຖານ​ຖະ​ແຫຼງການ​ຮ່ວມ 3 ສະບັບ​ຂອງ​ສອງ​ຝ່າຍນັ້ນ ​ແມ່ນຫຼັກໝັ້ນຮ່ວມ​ຂອງ​ສອງ​ພັກ​ຂອງອາ​ເມ​ລິ​ກາ ຄື ຣີພັບ​ບຣີກັນ ​ແລະ ດີ​ໂມ​ແກຼດ.

ທ່ານ​ຫວາງ​ຢີ້ ກ່າວ​ວ່າ: ສາຍ​ພົວພັນ​ລະຫວ່າງ​ຈີນ-ອາ​ເມ​ລິ​ກາ​ພວມ​ຢູ່​ໃນ​ໄລຍະ​ທີ່​ສືບ​ຕໍ່​ເສີມ​ຂະຫຍາຍ​ທັງ​ອັນ​ເກົ່າ​ແລະ​ໃໝ່, ໝາກຜົນ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໄດ້​ມາ​ບໍ່​ແມ່ນ​ງ່າຍ, ຫວັງ​ວ່າ​ສອງ​ຝ່າຍ​ຈະ​ຮ່ວມ​ກັນ​ຮັກສາ​ການ​ຮ່ວມ​ມື​ເປັນ​ຢ່າງ​ດີ ​ແລະ ​ກຳ​ທິດ​ທາງ​ແຫ່ງ​ການ​ພັດທະນາ​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ຖືກຕ້ອງ.

ນອກ​ນີ້, ສອງ​ຝ່າຍ​ຍັງ​ໄດ້​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ບັນຫາ​ສາກົນ​ແລະ​ພາກ​ພື້ນ​ທີ່​ສອງ​ຝ່າຍ​ສົນ​ໃຈ​ຮ່ວມ​ກັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ