ຈີນປະສົບຜົນສຳເລັດໃນການສົ່ງດາວທຽມທົດລອງເຕັກນິກໂທລະຄົມ 2
2017-01-06 11:50:36  cri 
ຕາມຂ່າວສານຊິນຮວາ:23 ໂມງ 18 ນາທີວັນທີ 5 ມັງກອນ 2017 ນີ້, ຈີນ​ໄດ້​ປະສົບ​ຜົນສຳ​ເລັດ​ໃນ​ການ​ສົ່ງ​ດາວ​ທຽມ​ທົດ​ລອງ​​ເຕັກນິກໂທລະ​ຄົມ 2 ຂຶ້ນ​ສູ່​ວົງ​ໂຄຈອນ​ຢູ່ສູນສົ່ງດາວ ທຽມຊີ່ສ່າງດ້ວຍ​ຈະ​ຫຼວດສົ່ງ​ຍານ​ສາງ​ເຈີ່​ງ 3.

ດາວ​ທຽມ​ທົດ​ລອງ​ເຕັກນິກໂທລະ​ຄົມ 2 ​ແມ່ນ​ດາວ​ທຽມ​ທົດ​ລອງ​ໂທລະ​ຄົມ​ວິທະຍຸ​ກະຈາຍສຽງ​ຮຸ່ນ​ໃໝ່​ຂອງ​ຈີນ​ໂດຍ​ຕົ້ນຕໍ​ໃຊ້​ໃນໂທ​ລະ​ຄົມ​ຜ່ານ​ດາວ​ທຽມ,ວິທະຍຸ​ກະຈາຍສຽງ​ໂທ​ລະ​ພາບ,ການ​ສົ່ງ​ຕົວ​ເລກ​ຂໍ້​ມູນ​ແລະ​ອື່ນໆພ້ອມ​ທັງ​ດຳ​ເນີນ​ການ​ທົດ​ລອງ​ທົດ​ສອບ​ການ​ສົ່ງ​ຕົວ​ເລກ​ຄວາມ​ຖີ່​ກວ້າງ​ດ້ວຍ​ຫຼາຍຊ່ອງ.

ການ​ສົ່ງ​ດາວ​ທຽມ​ເທື່ອ​ນີ້​​​ແມ່ນ​ຈະ​ຫຼວດສົ່ງ​ຍານ​ລະບົບ​ສາງ​ເຈີ່​ງສົ່ງ​ດາວ​ທຽມ​ຄັ້ງ​ທີ 245 ພ້ອມ​ທັງ​ເປັນ​ຜົນສຳ​ເລັດ​ຄັ້ງ​ທຳ​ອິດ​​ໃນ​ປີ 2017.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ