ຟິລິບ​ປິນຈະ​ສຸມ​ໃສ່ຊຸກຍູ້ 6 ຫົວ​ຂໍ້​ແຫ່ງ​ການ​ພັດທະນາ​ອາ​ຊຽນ
2017-01-06 17:52:30  cri 
ຕາມ​ຂ່າວສາ​ນຊິນ​ຮວາ:ວັນ​ທີ 5 ມັງກອນ​ນີ້,ຫ້ອງການ​ຖະ​ແຫຼງຂ່າວ​ປະທາ​ນາ​ທິບໍດີ​ຟິລິບ​ປິນກ່າວ​ວ່າ,​ໃນ​ຖານະ​ເປັນ​ປະ​ເທດ​ປະທານ​ອາ​ຊຽນປະຈຳປີ 2017,ຟິລິບ​ປິນຈະ​ຊຸກຍູ້ 6 ຫົວ​ຂໍ້​ພ້ອມ​ທັງ​ຈັດ​ກິດຈະກຳ​ຕ່າງໆ​​ເພື່ອ​ສະ​ເຫຼີມສະຫຼອງທີ່​ອາ​ຊຽນສ້າງ​ຕັ້ງ​ຂຶ້ນ​ຄົບຮອບ 50 ປີ.

​ໃນ​ການ​ຖະ​ແຫຼງຂ່າວ​ທີ່​ທຳນຽບປະທານາທິບໍດີ​ຟິລິບ​ປິນຈັດ​ຂຶ້ນ​ໃນ​ວັນ​ດັ່ງກ່າວ,ທ່ານ ມາ​ຕິນ ອັນດາ​ນາ ລັດຖະມົນ​ຕີ່​ກະຊວງ​ຖະ​ແຫຼງຂ່າວ​ກ່າວ​ວ່າ,6 ຫົວ​ຂໍ້​ນີ້​​ແມ່ນ​ການ​ສ້າງ​ອາ​ຊຽນທີ່​ຖື​ຄົນ​ເປັນ​ຕົ້ນຕໍ,ສັນຕິພາບ​ແລະ​ຄວາມ​ໝັ້ນຄົງ​ຂອງ​ພາກ​ພື້ນ,ຄວາມ​ໝັ້ນຄົງ​ແລະ​ການ​ຮ່ວມ​ມືທາງ​ທະ​ເລ,ການ​ປະດິດ​ສ້າງ​ແລະ​ການ​ເຕີບ​ໂຕ,​ເພີ່ມ​ທະວີ​ພະ​ລິງ​ຊີວິດ​ຂອງ​ອາ​ຊຽນ​ແລະ​ຄວາມ​ເປັນ​ແບບຢ່າງ​ຂອງ​ອາ​ຊຽນ​ໃນ​ຖານະ​ເປັນ​ກຳລັງ​ຂອງພາກ​ພື້ນ​ແລະ​ທົ່ວ​ໂລກ.

ຂະນະ​ດຽວ​ກັນ,ທ່ານ​ຍັງ​ປະກາດ​ວ່າ,ລັດຖະບານ​ຟິລິບ​ປິນ​ໄດ້​ກຳນົດ​ຫົວ​ຂໍ້ຫຼັກຂອງ​ອາ​ຊຽນປະຈຳ​ປີ 2017 ​ຄື "ກອດ​ຊົມ​ການ​ປ່ຽນ​ແປງ,​ເຊື່ອມ​ໂຍງ​ເຂົ້າ​ໂລກ".ນອກ​ນີ້,ລັດຖະບານ​ປະ​ເທດ​ຕົນ​ຈະ​ຈັດ​ພິທີ​ເລີ່​ມດຳລົງ​ຕຳ​ແໜ່​ງປະ​ເທດ​ປະທານ​ອາ​ຊຽນຢູ່​ເມືອງ​ດາ​ວໍ​ທາງ​ພາກ​ໃຕ້​ໃນ​ວັນ​ທີ 15 ມັງກອນ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ