ຍອດ​ເຫຼືອ​ຄັງ​ສຳຮອງ​ເງິນຕາ​ຕ່າງປະ​ເທດ​​ຂອງ​ຈີນ​ຫຼຸດ​ລົງ6​ເດືອນ​ລຽນຕິດ
2017-01-07 16:16:47  cri 
ວັນ​ທີ7ມັງກອນ​ນີ້, ທະ​ນາຄາ​ນປະຊາຊົນ​ຈີນ​ໄດ້​ເຜີຍ​ແຜ່​ຕົວ​ເລກ​ໂດຍ​ສະ​ແດງ​​ໃຫ້​ເຫັນ​ວ່າ,​ນັບ​ມາ​ຮອດ​ວັນ​ທີ31ທັນວາ​ປີ2016, ຄັງ​ສຳຮອງ​ເງິນຕາ​ຕ່າງປະ​ເທດ​ຂອງ​ຈີນ​ມີ3010ຕື້517ລ້ານ​ໂດ​ລາ,​ຫຼຸດ​ລົງ41ຕື້81ລ້ານ​ໂດ​ລາ​ເມື່ອ​ທຽບ​ກັບ​ທ້າຍ​ເດືອນພະຈິກ​ປີ2016,ຫຼື​ຫຼຸດລົງ1,3%.​​ເຊິ່ງ​ແມ່ນຍອດ​ເຫຼືອ​ຄັງ​ສຳຮອງ​ເງິນຕາ​ຕ່າງປະ​ເທດ​ຂອງ​ຈີນຫຼຸດ​ລົງ6​ເດືອນ​ລຽນຕິດ. ນີ້​ຄື​ສະຖິຕິ​ຕ່ຳ​ສຸດ​ຂອງ​ຄັງ​ສຳຮອງ​ເງິນຕາ​ຕ່າງ​ປະ​ເທດ​ຂອງ​ຈີນ​ແຕ່​ເດືອນ​ມີນາ​ປີ2011ມາ​ນີ້,​ປີ2016,​ຄັງ​ສຳຮອງ​ເງິນຕາ​ຕ່າງປະ​ເທດ​ຂອງ​ຈີນ​ໄດ້​ຫຼຸດ​ລົງ​ທັງ​ໝົດ319ຕື້844ລ້ານ​ໂດ​ລາ.

​ເຈົ້າໜ້າ​ທີ່​ອົງການ​ຄຸ້ມ​ຄອງ​ເງິນ​ຕາ​ຕ່າງປະ​ເທດ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ, ​ເມື່ອ​ສັງ​ເກດ​ສະພາບ​ຂອງ​​ເດືອນ​ທັນວາ​ປີ2016​ແລ້ວ​ເຫັນ​ວ່າ, ທະນາຄານ​ກາງ​ຂອງຈີນ​ສະໜອງ​ເງິນຕາ​ຕ່າງປະ​ເທດ​ໃຫ້​ຕະຫຼາດ​ເພື່ອ​ປັບປຸງ​ຄວາມ​ດຸນ​ດ່ຽງ​ດ້ານ​ການ​ສະໜອງ​ແລະ​ຄວາມ​ຕ້ອງການ​ຂອງ​ເງິນຕາ​ຕ່າງປະ​ເທດ,​​ອັດຕາ​ແລກປ່ຽນ​ຂອງເງິນຕາ​ທີ່​ບໍ່​ເປັນ​ສະກຸນ​ໂດ​ລາ​ສະຫະລັດຕໍ່​ໂດ​ລາ​ສະຫະລັດ​ອ່ອນ​ຄ່າ​ລົງ​ໂດຍ​ລວມ, ​ແລະ​ປັດ​ໄຈ​ອື່ນໆ,ຈຶ່ງ​ເຮັດ​ໃຫ້​ຄັງ​ສຳຮອງ​ເງິນຕາ​ຕ່າງປະ​ເທດ​ຂອງ​ຈີນ​ໄດ້​ຫຼຸດລົງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ