ປີ2016ປະ​ເທດ​ລາວ​ແກ້ຄະດີ​ກ່ຽວ​ພັນ​ເຖິງ​ຢາ​ເສບ​ຕິດ2508ຄະດີ
2017-01-07 16:20:18  cri 
ໜັງສືພິມ​ວຽງ​ຈັນທາມສ໌ສະບັບ​ວັນ​ທີ6ມັງກອນ​ໄດ້​​ແຈ້​ງຂ່າວ​ໂດຍ​ອ້າງ​ຕາມ​ຂ່າວ​ຈາກ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ລາວ​ວ່າ, ປີ2016​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ລາວ​​ໄດ້ແກ້​ຄະດີ​ກ່ຽວ​ພັນ​ເຖິງ​ຢາ​ເສບ​ຕິດ2508ຄະດີ,​ຈັບ​​ໄດ້​ຜູ້ກ່ຽວ3740ຄົນ.

ຕາມ​ໃຫ້​ຮູ້​ວ່າ,​​ໃນ​ຜູ້​ກ່ຽວ​ທີ່​ຖືກ​ຈັບ​ຕົວ​ນັ້ນ,​ລວມທັງ​ຜູ້ຍິງ558ຄົນ​ແລະຄົນ​ຕ່າງປະ​ເທດ74ຄົນ. ​ເຈົ້າ​ໜ້າທີ່​ຕຳຫຼວດ​ຢຶດ​ໄດ້​​ເຄມີ​ພັນ​ສຳລັບຜະລິດ​ຢາ​ເສບ​ຕິດ1869ກິ​ໂລ,​​​ເຮ​ໂຣອິນ188ກິ​ໂລ,​ກັນຊາ425ກິ​ໂລ,​​ແລະ​ຢາ​ໄອສ໌144ກິ​ໂລ​ແລະ​ອື່ນໆ. ຂະນະ​ທີ່​ຢືດ​ໄດ້​ລົດຍົນ97ຄັນ, ປືນ58ກະບ​ອກ, ​ລູກ​ປຶ​ນ​ແລະ​ສິ່ງ​ລະ​ເບີດ​ຈຳນວນ​ໜຶ່ງ.

ອີງ​ຕາມ​ກົດໝາຍ​ອາຍາ​ສະບັບ​ດັດ​ແກ້,​ຜູ້​ທີ່​ມີ​ໃນ​ຄອບ​ຄອງ,ຄ້າຂາຍ,​ຂົນ​ສົ່ງ​ຢາ​ເສບ​ຕິດ​ແຕ່0,3ກຼາມຫາ100ກຼາມນັ້ນ​ຈະ​ຖືກ​ລົງ​ໂທດຕັດ​ອິດສະຫຼະພາບເປັນ​ເວລາ5ປີ​ຫາ10ປີ​ພ້ອມ​ຖືກ​ໄໝ​ເງິນ;​100ກຼາມ​ຫາ500ກຼາມຈະ​ຖືກ​ຕັດ​ອິນ​ສະຫຼະ​ພາບ10ປີ​ຫາ20ປີ​ພ້ອມ​​ຖືກ​ໄໝ​ເງິນ;​500ກຼາມຫາ3ກິ​ໂລຈະຕັດ​ອິດສະຫຼະພາບຕະຫຼອດ​ຊີວິດ;​ກາຍ3ກິ​ໂລ​ອາດ​ຈະ​ຖືກລົງ​ໂທດ​ປະ​ຫານ​ຊີວິດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ