ປີ 2016 ຟີ​ລິບ​ປິນຍຶດໄດ້​ຢາ​ເສບ​ຕິດ​ ​ເພີ່ມ​ຂຶ້ນ 238% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ 2015
2017-01-07 16:20:38  cri 
ວັນ​ທີ 6 ມັງກອນ​ນີ້, ອົງການຕໍ່ຕ້ານ​ຢາ​ເສບ​ຕິດ​ຂອງ​ຟີ​ລິບ​ປິນກ່າວ​ວ່າ: ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ນະ​ໂຍບາຍ​ຕໍ່ຕ້ານຢາ​ເສບ​ຕິດຢ່າງ​ເຂັ້ມ​​ແຂງຂອງທ່ານປະທານາທິບໍດີ​ ​ໂຣດຣີ​ໂກ ດູ​ເຕີ​ແຕ, ​​ປີ 2016 ລັດຖະບານປະ​ເທດ​ຕົນຍຶດໄດ້​ຢາ​​ເສບ​ຕິດ​ແລະ​ເຄມີ​ທີ່​ສາມາດ​ຜະລິດ​ເປັນພັນຢາ​ເສບ​ຕິດ​ທີ່ມີ​ມູນ​ຄ່າ​ເຖິງ 18 ຕື້ 270 ລ້ານ​ເປ​ໂຊ (ປະມານ 2 ຕື້ 540 ລ້ານ​ໂດ​ລາ​ສະຫະລັດ), ​ເພີ່ມ​ຂຶ້ນ 238% ​ເມື່ອ​ທຽບ​ໃສ່​ປີ 2015.

​ໃນ​ວັນ​ດັ່ງກ່າວ, ອົງການ​ຕໍ່ຕ້ານ​ຢາ​ເສບ​ຕິດ​ຂອງ​ຟີ​ລິບ​ປິນ​ໄດ້​ອອກ​ຖະ​ແຫຼ​ງການສະບັບ​ໜຶ່ງ​ຕໍ່​ສື່​ມວນ​ຊົນ​ໂດຍ​ກ່າວ​ວ່າ: ​ໃນ​ປີ 2016, ລັດຖະບານ​ຈັບ​ໄດ້​ຜູ້​ຕ້ອງ​ສົງ​ໄສ​ຈຳນວນ 27.962 ຄົນ, ​ເພີ່ມ​ຂຶ້ນ 44% ​ເມື່ອ​ທຽບ​ໃສ່​ປີ 2015.

ຖະ​ແຫຼ​ງການ​ຂຽນ​ວ່າ: ປີ 2016, ພາຍ​ໃຕ້​ການ​ປະສານ​ສົມທົບ​ຂອງ​ພາກ​ສ່ວນ​ທີ່​ກ່ຽວຂ້ອງ​ອື່ນໆ​ຂອງ​ລັດຖະບານ, ອົງການ​ຕໍ່ຕ້ານຢາ​ເສບ​ຕິດ​ໄດ້​ປະຕິບັດ​ການ​ເຄື່ອນ​ໄຫວ​ຕໍ່ຕ້ານ​ຢາ​ເສບ​ຕິດ​ທັງ​ໝົດ 32.245 ​ເທື່ອ, ​ເພີ່ມ​ຂຶ້ນ 29% ​ເມື່ອ​ທຽບ​ໃສ່​ປີ 2015; ​​ຍຶດໄດ້​ຢາ​ເສບ​ຕິດ ice 2.495 ກິ​ໂລ ​ເຊິ່ງ​ເປັນ 4 ​ເທົ່າ​ຂອງ​ປີ 2015.

ນອກ​ນີ້​,ສື່​ມວນ​ຊົນ​ທ້ອງ​ຖິ່ນ​ຂອງ​ຟີ​ລິບ​ປິນລາຍ​ງານ​ວ່າ: ​ໄດ້​ມີຜູ້​ຕິດ​ຢາ​ເສບ​ຕິດ​ແລະ​ຜູ້​ຄ້າຂາຍ​ຢາ​ເສບ​ຕິດ​ຫຼາຍ​ກວ່າ 1 ລ້ານ​ຄົນ​ເຂົ້າ​ມອບ​ຕົວຢູ່​ກົມ​ຕຳ​ຫຼວດ​ແລ້ວ, ສ່ວນຜູ້​ທີ່​ມີ​ສ່ວນ​ກ່ຽວຂ້ອງ​ກັບ​ຢາ​ເສບ​ຕິດ​ຫຼາຍ​ກວ່າ 2 ພັນ​ຄົນ​ຖືກ​ຕຳຫຼວດ​ຍິງ​ຕາຍ​ຍ້ອນ​ການ​ຈັບ​ຕົວ. ລັດຖະບານ​ຟີ​ລິ​ບປິນກ່າວ​ໃນ​ຫວ່າ​ງມໍ່ໆ​ນີ້​ວ່າ: ປີ 2017, ຟີ​ລິບ​ປິນ​ໄດ້​ເຂົ້າ​ສູ່​ໄລຍະ​ທີ​ສອງ​ຂອງ​ສົງຄາມ​ຕໍ່ຕ້ານ​ຢາ​ເສບ​ຕິດ ​ເຊິ່ງມີໜ້າ​ທີ່​ຕົ້ນຕໍ​ເພື່ອຊ່ວຍ​ບຳບັດ​ຜູ້​ຕິດ​ຢາ​ເສບ​ຕິດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ