ວິທະຍາ​ໄລ​ປະດິດ​ສ້າງ​ແລະ​ປະກອບ​ທຸລະ​ກິດ​ຈີນ-ອາ​ຊຽນຊ່ວຍ​ຊຸກຍູ້​ການ​ປະກອບ​ການ​ດ້ານ​ທຸລະ​ກິດ​ຂອງ​ນັກ​ສຶກສາ​ຕ່າງປະ​ເທດ
2017-01-08 14:45:41  cri 
ມະຫາວິທະຍາ​ໄລ​ສ້າງ​ຄູກ​ວາງ​ຊີ ສປ ຈີ​ນ ​ເຊິ່ງ​ເປັນ​ມະຫາວິທະຍາ​ໄລ​ຍອດ​ນິຍົມສຳລັບນັກ​ສຶກສາອາ​ຊຽນ​ໄດ້​ສ້າງ​ຕັ້ງ​ວິທະຍາ​ໄລປະດິດ​ສ້າງ​​ແລະປະກອບ​​ທຸລະ​ກິດ​ຈີນ-ອາ​ຊຽນຂຶ້ນ​ໂດຍ​ຈະ​ຊຸກຍູ້ການ​ເຊື່ອມ​ໂຍງ​ເຂົ້າກັນ​ຢ່າງ​ເລິກ​ເຊິ່ງ​ໃນ​ດ້ານ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ,ການ​ສຶກສາ ​ແລະ​ວັດທະນະທຳລະຫວ່າງຈີນ​ແລະ​ບັນດາ​ປະ​ເທດ​ອາ​ຊຽນ​ຕື່ມ​ອີກ.

ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງ​ກວາງ​ຊີກັບ​ປະ​ເທດ​ໃນອາ​ຊຽນ​ມີ​ພູ​ຜາ​ແມ່​ນ້ຳ​ຕິດ​ຈອດ​ກັນ​ແລະ​ມີ​ວັດທະນະທຳ​ຄ້າຍຄື​ກັນ. ຕາມ​ສະຖິຕິ​ສະ​ແດງ​ໃຫ້​​ເຫັນ​ວ່າ  ​ໃນ​ໄລຍະ​ຈັດ​ຕັ້ງ​ປະຕິບັດ​ແຜນ​ພັດທະນາ​ເສດຖະກິດ​ສັງຄົມ​ແຫ່ງ​ຊາດ 5 ປີ​ຄັ້ງ​ທີ 12, ນັກ​ສຶກສາ​ຈາກ​ປະ​ເທດ​ໃນ​ອາ​ຊຽນທີ່​ຄົ້ນຄວ້າ​ຮ່ຳຮຽນ​ຢູ່​ກວາງຊີ​ບັນລຸ​ເຖິງ 37.346 ຄົນ ​ແລະ​ກວາງຊີ​ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ຈຸດໝາຍ​ປາຍທາງ​ຍອດ​ນິຍົມ​ຂອງ​ນັກ​ສຶກສາ​ປະ​ເທດ​ອາ​ຊຽນ​ໃນ​ການ​​ໄປ​ຮຽນ​ຢູ່​ຕ່າງປະ​ເທດ ​ແລະ​ເປັນ​ໜຶ່ງ​ໃນ​ບັນດາ​ເຂດ​ແຂວງ​ຕ່າງໆ​ຂອງ​ຈີນ​ທີ່​ມີ​ນັກ​ສຶກສາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ຫຼາຍ​ທີ່​ສຸດ.

ໃນ​ຖານະ​​ເປັນ​ສູນ​ຕົວ​​ແບບ​ນັກ​ສຶກສາ​ຕ່າງປະ​ເທດຊຸດ​ທຳ​ອິດ​ຂອງ​ກະຊວງ​ສຶກສາ​ທິການ​ຈີນ​ແລະ​ສູນ​ການ​ສຶກສາ​ພາສາ​ຈີນ​ຂອງ​ຫ້ອງການ​ວຽກ​ງານ​ຊາວ​ຈີນ​ຕ່າງ​ດ້າວ​ ​ລັດຖະບານ​ຈີນ, ມະຫາວິທະຍາ​ໄລ​ສ້າງ​ຄູກ​ວາງ​ຊີ​ໄດ້​ສ້າງ​ຕັ້ງ​ວິທະຍາ​ໄລ​ປະດິດ​ສ້າງ​ແລະ​ປະກອບ​ທຸລະ​ກິດ​ຈີນ-ອາ​ຊຽນ​ໂດຍ​ຈະ​ອຳນວຍ​ແນວ​ຄິດ​ໃໝ່​ແລະ​ເວທີ​ໃໝ່​ແຫ່ງ​ການ​ສຶກສາ​ດ້ານ​ການ​ປະດິດ​ສ້າງ​ແລະ​ປະກອບ​ ​ທຸລະ​ກິດ​ສຳລັບ​ນັກ​ສຶກສາ​ຕ່າງປະ​ເທດ​ຢູ່​ກວາງຊີ, ສົ່ງ​ເສີມ​ມວນ​ຊົນ​ປະກອບ​ທຸລະ​ກິດ​ແລະ​ປະດິດ​ສ້າງ​​ໃ​ໝ່ ທັງ​ບຳລຸງ​ກໍ່ສ້າງ​ຊັບພະຍາກອນ​ມະນຸດ​ປະດິດ​ສ້າງ​ແລະ​ປະກອບ​ທຸລະ​ກິດ​ຂອງ​ຈີນ​ແລະ​ອາ​ຊຽນ.

ວິທະຍາ​ໄລ​ທີ່​ສ້າງ​ຕັ້ງ​ຂຶ້ນ​ໃໝ່​ດັ່ງກ່າວ​ນີ້​ມີ​ພາລະ​ໜ້າ​ທີ່​ຕົ້ນຕໍ​ຄື​ປັບປຸງ​ກົນ​ໄກ​ບຳລຸງ​ກໍ່ສ້າງ​ຊັບພະ​ກອນ​ມະນຸດ​ດ້ານ​ການ​ປະດິດ​ສ້າງ​ແລະ​ປະກອບທຸລະ​ກິດ​ໃຫ້​ສົ​ມບູນຂຶ້ນ,ກໍ່ສ້າງ​ລະບົບຫຼັກ​ສູນ​ປະດິດ​ສ້າງ​ແລະ​ປະກອບທຸລະ​ກິດ, ​ເພີ່ມ​ທະວີ​ການ​ປະຕິບັດ​ຕົວ​ຈິ​ງດ້ານ​ປະດິດ​ສ້າງ​ແລະ​ປະກອບ​ທຸລະ​ກິດ​ທີ່​ມີ​ເອກະ​ລັກ​ພິ​ເສດ​ຂອງອາ​ຊຽນ​ແລະ​ອື່ນໆ. ຂະນະ​ດຽວ​ກັນ​ຍັງ​ຈະ​ຈັດ​ເອົາ​ການ​ສຶກສາ​ດ້ານ​ການ​ປະດິດ​ສ້າງ​ແລະ​ການ​ປະກອບ​​ທຸລະ​ກິດ​ຈີນ-ອາ​ຊຽນ​ເຂົ້າ​​ເປັນ​ການ​ສຶກສາ​ວິຊາ​ສະ​ເພາະແລະ​ການ​ສຶກສາ​ວັດທະນະທຳ​ຂອງ​ນັກ​ສຶກສາ, ສ້າງ​ຕັ້ງ​ລະບົບ​ຫຼັກສູດ​ທີ່​ມີ​ຫຼາຍ​ລະດັບ​ແລະ​ເປັນ​ຮູບ​ປະ​ທຳ ທັງ​ຈັດ​ເອົາ​ຫຼັກສູດ​ປະດິດ​ສ້າງ​ແລະ​ປະກອບ​​ທຸລະ​ກິດ​​ໃຫ້​ເປັນ​ຫຼັກສູດ​ປົກກະຕິ​ຂອງ​ນັກ​ສຶກສາ​ໂດຍ​ສະ​ເພາະ​ແມ່ນ​ນັກ​ສຶກສາ​ຕ່າງປະ​ເທດ ​ແລະ​ດຳ​ເນີນ​ການ​ສຶກສາ​ພາກ​ປະຕິບັດ​ຕົວ​ຈິງ​​ໃນການ​ປະກອບ​​ທຸລະ​ກິດສຳລັບ​ນັກ​ສຶກສາ​ຜູ້​ມີ​ເຈດ​ຕະນາ​ປະດິດ​ສ້າງ​ແລະ​ປະກອບ​​ທຸລະ​ກິດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ