ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ​ຢືນຢັນ​ວ່າ​ຍິນ​ດີ​ຕ້ອນຮັບ​ປະ​ເທດ​ອາ​ຟຣິກກາ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"
2017-01-08 16:49:44  cri 
ທ່ານ​ຫວາງ​ຢີ້ ລັດຖະມົນຕີການ​ຕ່າງປະ​ເທດ​ຈີນ​ໄດ້​ຢືນຢັນ​ໃນ​ໂອກາດຮ່ວມ​ກັບ​ທ່ານ​​ເບ​ອັຕຣິສ ອາ​ຕາລາ ລັດຖະມົນຕີ​ການ​ຕ່າງປະ​ເທດ​ມາດາ​ກັສກາ​ຖະ​ແຫຼ​ງຂ່າວ​ຕໍ່​ສື່​ມວນ​ຊົນຢູ່​ນະຄອນຫຼວງ​ອັນ​ຕານ​ານາຣີ​ໂວ​ປະ​ເທດ​ດັ່ງກ່າວ​ໃນ​ວັນ​ທີ 7 ມັງກອນ​ນີ້​ວ່າ: ຈີນ​ຍິນ​ດີ​ຕ້ອນຮັບ​ປະ​ເທດ​ໃນ​ອາ​ຟຣິກກາ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ "ໜຶ່ງ​ແລ​ວທາງ​ໜຶ່ງ​ເສັ້ນ​ທາງ".

ທ່ານ​ຫວາງ​ຢີ້ກ່າວ​ວ່າ: ຂໍ້​ລິ​ເ​ລີ່​ມຮ່ວມ​ມື​ກໍ່ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"ທີ່​ສະ​ເໜີ​ໂດຍ​ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນມີ​ຈຸດປະສົງ​ເພື່ອ​ປະຕິບັດ​ຕາມ​ຈິດ​ໃຈ​ເສັ້ນທາງ​ສາຍ​ໄໝ​ຄື "ປຶກສາ​ຫາລື​ຮ່ວມ,ກໍ່ສ້າງ​ຮ່ວມ​ແລະ​ຊົມ​ໃຊ້​ໝາກຜົນ​ຮ່ວມ" ສະ​ແຫວ​ງຫາ​ການ​ຮ່ວມ​ກັບປະ​ເທດ​ທີ່​ເຫັນ​ດີ​ນຳ​ທັດສະນະ​ດັ່ງກ່າວ​ນັ້ນ​ບັນລຸ​ການ​ພັດທະນາ​ແລະຄວາມ​ຈະ​ເລີ​ນ​ຮຸ່ງ​ເຮືອງ​ຮ່ວມ​ກັນ ​ເ​ຊິ່ງຂໍ້​ລິ​ເລີ່​ມນີ້​ເປັນ​ໂຄງການ​ຮ່ວມ​ມື​ສຳຄັນ​ທີ່​ສຸດ​ທີ່​ຈີນ​ສະ​ເໜີ​ຕໍ່​ໂລກ. ປັດຈຸບັນ, ການ​ຮ່ວມ​ມື​ກໍ່ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"ມີ​ການ​ເລີ່​ມຕົ້ນ​ທີ່​ດີ​ແລະ​ມີ​ຄວາມ​ຄືບ​ໜ້າ​ຢ່າງ​ສະດວກ ທັງ​ໄດ້​ຮັບ​ສຽງ​ຕອບ​ຮັບ​ເປັນ​ຢ່າງ​ດີ​ຈາກ 100 ກວ່າ​ປະ​ເທດ​ແລະ​ເຂດ​ແຄວ້ນ ​ແລະ​ໄດ້​ຮັບ​ຜົນສຳ​ເລັດ​​ໄລຍະ​ຕົ້ນ​ຢ່າງຫຼວງ​ຫຼາຍ.

ທ່ານ​ຫວາງ​ຢີ້ກ່າວຕື່ມ​ວ່າ, ທະວີບອາ​ຟຣິກກາ​ເປັນ​ສ່ວນ​ປະກອບ​ສຳຄັນ​ຂອງ​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ​ໃນ​ສະ​ໄໝ​ບູຮານ ​ເປັນ​ສົ້ນ​ຕາ​ເວັນ​ຕົກ​​ໄກ​ສຸດ​ແລະ​ຈຸດ​ປາຍທາງສຳຄັນຂອງ​ເສັ້ນທາງສາຍ​ໄໝ​ທາງ​ທະ​ເລ. ບັນດາ​ປະ​ເທດ​​ໃນ​ທະວີບອາ​ຟຣິກກາ​ຍິນ​ດີ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ", ຈີນ​ສະ​ແດງ​ຄວາມ​ຊົມ​ເຊີຍແນ່​ນອນ​. ຄວາມ​ຈິງ​ແ​ລ້ວ,ຈີນ​ໄດ້​ປຶກສາ​ຫາລື​ແລະ​ເຊື່ອມ​ຕໍ່​ກັບປະ​ເທດ​​ໃນ​ອາ​ຟຣິກກາບໍ່​ໜ້ອຍ​ໂດຍ​ສະ​ເພາະ​ແມ່ນ​ປະ​ເທດ​ຝັ່ງ​ຕາ​ເວັນ​ອອກ​ ​ຂອງ​ອາ​ຟຣິກກາ​ທັງ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ທີ່​ດີ​ໃນ​ດ້ານ​ນີ້. ​ເຊື່ອ​ໝັ້ນ​ວ່າ,​ໄປ​ຄຽງ​ຄູ່​ກັບ​ການ​ຮ່ວມ​ມື​ໄດ້​ກ້າວ​​ເຂົ້າ​ສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ, ທະວີບອາ​ຟຣິກກາ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ການ​ພັດທະນາ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ