ເລີ່​ມສ້າງ​ເຂດ​ອຸດສາຫະກຳ​ຈີນ ​- ສີລັງກາ​ຢ່າງ​ເປັນ​ທາງ​ການ
2017-01-08 17:32:44  cri 

ວັນ​ທີ 7 ມັງກອນ​ນີ້, ພິທີ​ເລີ່​ມສ້າງ​​ເຂດ​ອຸດສາຫະກຳ​ຈີນສີ​ງລັງກາ​ໄດ້​ຈັດ​ຂຶ້ນ​ຢູ່​ຮາມ​ບັນ​ໂຕ​ຕາ​​ເມືອງພາກ​ໃຕ້​ຂອງ​ສີ​ລັງກາ. ທ່ານຣານີວ ວີກ​ເຣ​ເມ​ຊີງ ຮາ ນາຍົກລັດຖະມົນຕີສີລັງກາ​ແລະ​ທ່ານ​ອີ້​ຊ່ຽນ​ລຽງ ​ເອກ​ອັກ​ຄະ​ລັດ​ຖະທູດ​ຈີນ​ປະຈຳ​ສີ​ລັງກາ​ໄດ້​ເຂົ້າ​​ເປີດ​ປ້າຍ​ເຂດ ​ເຊິ່ງ​ເປັນ​ສັນຍະລັກ​ສະ​ແດງ​ໃຫ້​ເຫັນວ່າ​​ໂຄງການ​ຮ່ວມ​ມື​ທີ່​ໃຫຍ່​ຫຼວງລະຫວ່າງ​ສອງ​ປະ​ເທດ​​ໄດ້​ເລີ່​ມຕົ້ນຢ່າງ​ເປັນ​ທາງ​ການ.

​​ທ່ານ​ຣານີວ ວີກ​ເຣ​ເມ​ຊີງຮາ ນາຍົກລັດຖະມົນຕີສີລັງກາ​​ໄດ້​ຂອບ​ໃຈ​ຈີນທີ່​ລົງທຶນ​ຢູ່​ເຂດ​ຮາມ​ບານ​ໂຕ​ຕາ​​ຊ່ວຍ​ເຫຼືອ​ການ​ພັດທະນາ​ແລະ​ຍົກ​ສູງ​ລະດັບ​ຊີວິດ​ການ​ເປັນ​ຢູ່​ຂອງປະຊາຊົນ​ເຂດ​ນີ້. ກ່ຽວ​ກັບ​ອະນາ​ຄົດ​ທີ່​ຈີນ​ຈະ​ລົງທຶນ 5 ຕື້​ໂດ​ລາ​ໃຫ້​​ເຂດ​ອຸດສາຫະກຳ​ຈີນ​ສີ​ລັງກາ​ໃນ 3 ຫາ 5 ປີ​ຕໍ່​ໜ້າ, ທ່ານ​ວີກ​ເຣ​ເມ​ຊີງ​ຮາກ່າວ​ວ່າ, ນີ້​ຈະ​ຊ່ອຍ​ເຫຼືອ​ເສດຖະກິດສີ​ລັງກາ​ໃຫ້​ມີ​ການ​ພັດທະນາ​​ຢ່າງ​ວ່ອງ​ໄວ.

ຕາມ​ແຜນການ, ​ເຂດອຸດສາຫະກຳ​ຈີນ​ສີ​ລັງກາ​ຮາມ​ບັນ​ໂຕ​ຕາ​ມີ​ເນື້ອ​ທີ່ 50 ຕາລາງ​ກິ​ໂລ​ແມັດ, ຖື​ການຄ້າ​ແລະ​ການ​ຈໍລະ​ຈອນສິນຄ້າ​ເປັນ​ຂະ​ແໜງ​ການ​ຕົ້ນຕໍ, ພ້ອມ​ທັງພັດທະນາ​ການ​ບໍລິການ​ເຮືອ, ການປຸງ​ແຕ່ງ​ຜະລິດ​ຕະພັນທະ​ເລ, ປຸງ​ແຕ່ງຜະລິດ​ຕະພັນ​ກະສິກຳ​ເປັນ​ຕົ້ນ​ແລະ​ອື່ນໆ. ​ແນວ​ໃດ​ກໍ​ດີ, ການ​ພັດທະນາ​ສ້າງສາ​​ເຂດອຸດສາຫະກຳ​ແຫ່ງ​ນີ້​ຈະຊຸກຍູ້ການ​ພັດທະນາ​ຂອງ​ພາກ​ໃຕ້​ສີ​ລັງກາ, ກໍ່​ມີ​ຜົນ​ດີ​ຕໍ່​ການ​ເພີ່ມ​ທະວີແລະ​ລົງ​ເລິກ​ການຮ່ວມ​ມື​ທາງ​ການລົງທຶນ​ແລະ​ຄວາມ​ສາມາດການ​ຜະລິດ​ລະຫວ່າງ​ຈີນ-​ສີ​ງລັງກາ​ຕື່ມ​ອີກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ