ການ​ແລກປ່ຽນນັກ​ສຶກສາ​ແລະບຸກຄະລາ​ກອນລະຫວ່າງ​ຈີນ-ຣັດ​ເຊຍ​ບັນລຸ​ເຖິງ 7 ໝື່ນ​ກວ່າ​ຄົນ
2017-01-09 16:14:55  cri 
ໃນ​ງານ​ສະຫຼອງ​ບຸນ​ກຸດ​ຈີນ​2017ຂອງ​ນັກ​ສຶກສາ​ຈີນ​ຢູ່ຣັດ​ເຊຍ​ທີ່​ຈັດ​ຂຶ້ນຢູ່​ສະຖານທູດ​ຈີນ​ປະຈຳຣັດ​ເຊຍ​ໃນ​ວັນ​ທີ 8 ມັງກອນ​ນີ້, ທ່ານ​ຈ້າວ​ໂກວ​ເສິງ ທີ່​ປຶກສາ​ຊັ້ນ​ອັກຄະ​ລັດຖະທູດ​ພະ​ແນ​ກສຶກສາ​ທິການ​ສະຖານທູດ​ຈີນ​ປະຈຳຣັດ​ເຊຍ​ຢືນຢັນ​​ວ່າ: ປັດຈຸບັນ, ການ​ແລກປ່ຽນນັກ​ສຶກສາ​ແລະ​ບຸກຄະລາ​ກອນລະຫວ່າງ​ຈີນ-ຣັດ​ເ​ຊຍບັນລຸ​ເຖິງ 7 ໝື່ນ​ກວ່າ​ຄົນ​ແລ້ວ ​​ເຊິ່ງ​ໃນ​ນີ້​ບໍ່​ພຽງ​ແຕ່​ມີຜູ້​ທີ່​ຄົ້ນຄວ້າ​ຮ່ຳຮຽນ​ຢູ່​​ແຕ່ລະ​ປະ​ເທດ​​ເປັນ​ເວລາ​ຍາວ​ນານ​ເທົ່າ​ນັ້ນ ຍັງ​ລວມທັງ​ນັກ​ສຶກສາ​ແລະ​ບຸກຄະລາ​ກອນ​ແລກປ່ຽນ​ເປັນ​ໄລຍະ​ສັ້ນ​ໃນ​ສອງ​ປະ​ເທດອີກ​ດ້ວຍ.

ກ່ອນ​ໜ້າ​ນີ້, ຈີນ​ແລະຣັດ​ເຊຍ​ໄດ້​ຕັ້ງ​ເປົ້າ​ໝາຍ​ເຮັດ​ໃຫ້​ຍອດ​ຈຳນວນ​ນັກ​ສຶກສາ​ຈີນ​ແລະຣັດ​ເຊຍ​ທີ່​ໄປ​ຮຽນ​ຢູ່​ແຕ່ລະ​ປະ​ເທດ​ເພີ່ມ​ຂຶ້ນ​ເປັນ 1 ​ແສນ​ຄົນ ຮອດ​ປີ 2020,  ​ທ່ານ​ຈ້າວ​ໂກວ​ເສິງ​ເຫັນ​ວ່າ ຕາມຍອດ​ຈຳນວນ​ນັກ​ສຶກສາ​ແລະ​ບຸກຄະລາ​ກອນ​ແລກປ່ຽນ​​ພ້ອມ​ດ້ວຍ​ຈັງຫວະ​ການ​ເຕີບ​ໂຕ​ໃນ​ປັດຈຸບັນ, ​ເປົ້າ​ໝາຍ​ 1 ​ແສນ​ຄົນ​ທີ່​ຄະນະ​ກຳມະການ​ຮ່ວມ​ມື​ວັດທະນະທຳ​ສອງ​ປະ​ເທດ​ຕັ້ງ​ໄວ້​ນັ້ນ​​ແມ່ນ​ຈະ​ສາມາດ​ບັນລຸ​ຜົນ​ເປັນ​ຈິງ​ໄດ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ