ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດລະຫວ່າງ​ຈີນ-ອາ​ຟຣິກກາ​ມີ​ການ​ປ່ຽນ​ແປງ​ໃໝ່ 3 ດ້ານ
2017-01-09 16:35:38  cri 
ວັນ​ທີ 8 ມັງກອນ​ນີ້,ຢູ່​ນະຄອນຫຼວງ​ລູຊາ​ກາ​ປະ​ເທດຊຳ​ບີ, ທ່ານ​ຫວາງ​ຢີ້ ລັດຖະມົນຕີ​ກະຊວງການ​ຕ່າງປະ​ເທດ​ຈີນ​​ໄດ້​ຢືນຢັນໃນເວລາຮ່ວມ​ກັບທ່ານ​ຮາຣີ ຄາ​ລາ​ບາ ລັດ​ຖະມົນຕີ​ກະຊວງການ​ຕ່າງປະ​ເທດ​ຊຳ​ບີ​ຖະ​ແຫຼ​ງຂ່າວ​ຕໍ່​ສື່​ມວນ​ຊົນວ່າ  ພາຍໃຕ້ການຊີ້ນຳຈາກ ທັດສະນະຄະຕິໃໝ່ຂອງກອງປະຊຸມ​ສຸດ​ຍອດ​ຈອນ​ເນັສ​ເບີກຂອງເວທີ​ປຶກສາ​ຫາລື​ການ​ຮ່ວມ​ມື​ຈີນ-ອາ​ຟຣິກກາ 2015, ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດລະຫວ່າງ​ຈີນ-ອາ​ຟຣິກກາ​ປາກົດ​ມີ​ການ​ປ່ຽນ​ແປງ​ໃໝ່ 3 ດ້ານ​ຄື ໜຶ່ງ, ຈາກ​ການ​ນຳພາ​ໂດຍ​ລັດ​ຄ່ອຍໆ​ຫັນປ່ຽນ​ໄປ​ສູ່​ການ​ເຄື່ອນ​ໄຫວ​ຂອງ​ຕະຫຼາດ​ເປັນ​ຕົ້ນຕໍ; ສອງ,ຈາກ​ການ​ຄ້າ​ສິນຄ້າ​ທົ່ວ​ໄປຄ່ອຍໆ​ພັດທະນາ​ໄປ​ສູ່​ການ​ຮ່ວມ​ມື​ດ້ານ​ການ​ເພີ່ມ​ຂີດ​ຄວາມ​ສາມາດ​ການ​ຜະລິດ​ແລະ​ການ​ຄ້າ​ການ​ປຸງ​ແຕ່ງ​ສິນຄ້າ; ສາມ, ຈາກ​ການ​ຮັບ​ເໝົາ​ກໍ່ສ້າງ​ໂຄງການ​ຄ່ອຍໆ​ກ້າວ​ໄປ​ສູ່​ຂົງ​ເຂດ​ການ​ລົງທຶນ,ການ​ກໍ່ສ້າງ​ແລະ​ການບໍລິຫານ​ໂຄງການ. ​ທັດສະນະ​ຄະຕິ,​ໂຄງ​ປະກອບ​ແລະ​ຜູ້​ມີ​ສ່ວນ​ຮ່ວມ​ຕົ້ນຕໍ​ຂອງ​ການ​ຮ່ວມ​ມື​ຈີນ-ອາ​ຟຣິກກາ​ລ້ວນ​ແຕ່​ໄດ້​ກ້າວໜ້າ​ໄປ​ພ້ອມ​ຍຸກ​ສະ​ໄໝ​ແລະ​​ເຂົ້າ​ສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດຢັ້ງ.

ທ່ານ​ຫວາງ​ຢີ້ຊີ້​ວ່າ: ການ​ປ່ຽນ​ແປງ​ໃໝ່3ດ້ານ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ ການ​ຮ່ວມ​ມື​ຈີນ-ອາ​ຟຣິກກາ​ໄດ້​ເຂົ້າ​ສູ່​ໄລຍະ​ໃໝ່​ແຫ່ງ​ການ​ຫັນປ່ຽນ​ຮູບ​ແບບແລະ​ຍົກ​ລະດັບ​​ ​ແລະ​ກຳລັງ​ພົບ​ໂອກາດ​ໃໝ່​​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ. ປີ 2017 ​ເປັນ​ປີສຳຄັນ​ໃນ​ການຈັດ​ຕັ້ງ​ປະຕິບັດ​ຜົນສຳ​ເລັດ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ເວລທີ​ປຶກສາ​ຫາລື​ການ​ຮ່ວມ​ມື​ຈີນ-ອາ​ຟຣິກກາ​ທັງ​ເປັນ​ປີ​ທີ່​ຈະ​ປະສົບ​ຜົນສຳ​ເລັດ ​ແລະ​ຈີນ​ຈະ​ເຄົາລົບ​​ແລະ​ປະຕິບັດ​ຕາມ​ຄຳ​ໝັ້ນ​ສັນຍາ​ໂດຍ​ຮ່ວມ​ກັບ​ບັນດາ​ປະ​ເທດ​ໃນ​ອາ​ຟຣິກກາ​ຈັດ​ຕັ້ງ​ປະຕິບັດ​ຜົນສຳ​ເລັດ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ເວທີ​ປຶກສາ​ຫາລື​ຢ່າງຮອບດ້ານ​ເພື່ອ​ເຮັດ​ໃຫ້​ປະຊາຊົນ​ຈີນ​ແລະ​ອາ​ຟຣິກກາ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຫຼາຍ​ຂຶ້ນ​ໂດຍ​ໄວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ