ວິ​ສາ​ຫະກິດ​ຂາຍ​ຍ່ອຍ​ຂ້າມ​ຊາດ 180 ກວ່າ​ແຫ່ງ​ຂອງ​ໂລກ​ເຂົ້າ​ປະຈຳ​ຢູ່​ນະຄອນ​ຊຽງ​ໄຮ
2017-01-09 11:06:15  cri 
​ຄະນະ​ກຳມະການ​ການ​ຄ້າ​ນະຄອນ​ຊຽງ​ໄຮ ສປ ຈີນໄດ້​ເປີດ​ເຜີຍສະຖິຕິ​ຫຼ້າ​ສຸດ​ໂດຍ​ຊີ້ໃຫ້​ເຫັນ​ວ່າ: ມາ​ຮອດ​ທ້າຍ​ປີ 2016, ​ໃນ​ຈຳນວນ​ວິ​ສາ​ຫະກິດ​ຂາຍຍ່ອຍຂ້າມ​ຊາດ 340 ​ແຫ່ງ​ຂອງ​ໂລກ, ​ໄດ້​ມີ 180 ກວ່າ​ແຫ່ງ​ເຂົ້າປະຈຳ​ຢູ່​ນະຄອນ​ຊຽງ​ໄຮ​ແລ້ວ ​ເຊິ່ງມີ​ຈຳນວນ​ຖັດຈາກ​ນະຄອນຫຼວງ​ລອນ​ດອນ​ຂອງ​ອັງກິດ​ແລະດູ​ບາຍ ​ເປັນອັນ​ດັບ​ທີ 3 ຂອງໂລກ. ນະຄອນ​ຊຽງ​ໄຮ​ໄດ້ກາຍ​ເປັນ​ໜຶ່ງ​ໃນ​​ຕົວ​ເມືອງ​ທີ່​ມີ​ລະດັບ​ການ​ເປີດ​ປະຕູ​ດ້ານ​ການ​ຄ້າ​ທີ່​ສູງ​ທີ່​ສຸດ​ຂອງ​ໂລກ.

ປັດຈຸບັນ, ຢູ່​ຕາມ​ຖະໜົນ​ສາຍ​ນ້ອຍ​ໃຫຍ່​ຕ່າງໆ​ຂອງ​ນະຄອນ​ຊຽງ​ໄຮ​ມີ​ຊຸມ​ເປີ​ມາ​ເກັດແລະ​ຮ້ານ​ຄ້າຂາຍ​ຍ່ອຍ​ໃນ​ເຄື​ອເກືອບ 7.200 ​ແຫ່ງ, ມີ​ປະຊາກອນ​ປະຈຳ 24 ລ້ານ​ຄົນ, ໝາຍ​ຄວາມ​ວ່າ​ໃນ​ທຸກ 3.400 ຄົນ​ກໍ່​ມີ​ຮ້ານ​ຄ້າ​ໜຶ່ງ​ຮ້ານ, ຂະ​ແໜງ​ຮ້ານ​ຂາຍຍ່ອຍ​ໃນ​ເຄືອ​ໄດ້​ພັດທະນາ​ນຳ​ໜ້າ​ທົ່ວ​ປະ​ເທດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ