ຈີນ​ສົ່ງ​ດາວ​ທຽມ 3 ໜ່ວຍດ້ວຍ​ຈະຫຼວດສົ່ງ​ຍານ ​ໄຄວ້​ໂຈ່​ວ 1A
2017-01-09 16:34:11  cri 
    ຕາມ​ຂ່າວສານ​ຈີນ: ​ເວລາ 12 ​ໂມງ 11 ນາທີ​ຂອງ​ວັນ​ທີ 9 ມັງກອນ​ນີ້ ຢູ່​ເມືອງ​ຈິ​ວຊວນ​ແຂວງ​ກ່ານ​ຊູ່, ຈີນ​ໄດ້​​ປະສົບ​ຜົນສຳ​ເລັດ​ໃນ​ການໃຊ້​ຈະຫຼວດສົ່ງ​ຍານ​ແບບ​ທົ່ວ​ໄປໄຄວ້​ໂຈ່​ວ 1A ສົ່ງ​ດາວ​ທຽມວິ​ດີ​ໂອ "ຈິ​ລິນ 1" ໜ່ວຍ 03, ດາວ​ທຽມ "ຊິ່ງຢູນທົດ​ລອງ 1" ​ແລະ "​ໄຂ​ຕູ້ນ 1" ​​ຂຶ້ນສູ່​ວົງ​ໂຄຈອນ.

    ການ​ສົ່ງ​ດາວ​ທຽມ​ຄັ້ງນີ້ ​ໄດ້​ໃຊ້​ຮູບ​ການຈັດຕັ້ງ​ແບບ​ສັນຍາ​ການ​ຄ້າ ​ແລະ​ປະຕິບັດ​ຕາມ​ກົດ​ເກນ​ຕະຫຼາດ 100% ​ແລະ​ນັບ​ວ່າ​ເປັນ​ການ​ສົ່ງ​ດາວ​ທຽມ​ແບບ​ການ​ຄ້າ​ຄັ້ງທຳ​ອິດ​ຂອງ​ຈະຫຼວດ​ໄຄວ້​ໂຈ່​ວ ​​​ແລະ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ ​ເປັນ​ບາດກ້າວ​ໃໝ່​ໃນ​ຂົງ​ເຂດ​ການບິນ​ອະວະກາດ​ການ​ຄ້າຂອງ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ