ໃນຂ້ອນແຈ້ງວັນທີ 10 ມັງກອນນີ້ຕາມເວລາປັກກິ່ງ, ພິທີມອບລາງວັນປີ 2016 ຂອງສະຫະພັນບານເຕະໂລກໄດ້ຈັດຂຶ້ນຢູ່ເມືອງຊູຣິກປະເທດສະວິສ. ຄຣິສເຕຍໂນ ໂຣນັນໂດໄດ້ລາງວັນນັກເຕະບານດີເລີດປີ 2016ຂອງສະຫະພັນບານເຕະໂລກຄັ້ງທີ 4 (ລວມທັງລາງວັນບານຄຳປີ 2013 ແລະ ປີ 2014), ກາຍຊິນນາດິນ ຢາຊິດ ຊີດານ ແລະ ໂຣນັນໂດທີ່ໄດ້ຮັບລາງວັນ 3 ຄັ້ງ, ຖັດຈາກ ລີໂອ ເມສຊີ ທີ່ໄດ້ຮັບລາງວັນ 5 ຄັ້ງ (ລວມທັງລາງວັນບານຄຳ 4 ຄັ້ງຜ່ານມາ).