ຄາດ​ວ່າ​​ປີ​ 2016 ​ຈີນ​ຈະ​ບັນລຸ​​GDPເຖິງ 6,7%
2017-01-10 16:24:53  cri 
ໃນ​ພິທີ​ຖະ​ແຫຼ​ງຂ່າວ​ທີ່ຫ້ອງ​ການ​ຖະ​ແຫຼ​ງຂ່າວ​ລັດຖະບານ​​ຈີ​ນຈັດ​ຂຶ້ນ​ໃນ​ວັນ​ທີ 10 ມັງກອນ​ນີ້, ທ່ານ​ຊີ​​ເຊົ້າສີ ​ຫົວໜ້າ​ຄະນະ​ກຳມະ​ກາ​ນການພັດທະນາ ​ແລະ​ປະຕິ​ຮູບ​​ແຫ່ງ​ຊາດ​ຈີນ​​ກ່າວ​ວ່າ:​ ປີ 2016, ຈີນ​ໄດ້​ປະ​ເຊີນ​ໜ້າ​ກັບ​ສະ​ພາບເສດຖະກິດ ທັງພາຍ​ໃນ ​ແລະ​ຕ່າງປະ​ເທດ​ທີ່​ສະຫຼັບ​ສັບຊ້ອນ ​ແລະສັບສົນ​ເປັນ​ຢ່າງ​ຍິ່ງ ຈຶ່ງ​ເຮັດ​ໃຫ້ການ​ເລັ່ງ​ປະຕິ​ຮູບ​ຂົງ​ເຂດຕ່າງໆ​ຢ່າງຮອບ​ດ້ານ ຕ້ອງ​​ໄດ້​ອີງ​ໃສ່​ຄວາມ​ຮຽກຮ້ອງ ຕ້ອງການ​ລວມ​ຢ່າງ​ເໝາະ​ສົມ ​ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ການສ້າງ​ສັງຄົມ​ທີ່​ດີ.

ທ່ານ​ກ່າວ​ຕື່ມ​ວ່າ: ​ໃນ​ປີ 2016 ​ເສດຖະກິດ​ຈີນ​ຢູ່​ໃນ​ຈັງຫວະ​ການ​ຂະຫຍາຍຕົວ​ທີ່​ເໝ​າະສົມ ​ແລະ​​ໂຄງ​ປະກອບຕາມ​ຂະ​ແໜງ​ການ​ກໍໄດ້​ຮັບ​ປັບປຸງ​​ດີ​ຂຶ້ນ ​ໂດຍ​ເຫັນ​ໄດ້​ຈາກຈັງຫວະ​ການ​​ເຕີບ​ໂຕ​ຂອງGDP​ໃນ​​ 3 ​ໄຕ​​ມາດ​ບັນລຸ​​ໃນ​ລະດັບ 6,7% ​ແລະກໍຄາດ​ວ່າ​GDPໝົດ​ປີ 2016 ກໍ​ຈະບັນລຸລະດັບ 6,7%.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ