ຈີນ​ໃຫ້​ຄວາມ​ສຳຄັນ​​ສູງ​ຕໍ່​ການ​​ຢ້ຽມຢາ​ມຈີນ​ຂອງ​ທ່ານ​ຫງວຽນ​ຟູ​ຈອງ
2017-01-10 11:44:22  cri 
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ 9 ມັງກອນ​ນີ້,ທ່ານ​ລູ້​ຄ່າງ ​ໂຄສົກ​ກະຊວງ​ການ​ຕ່າ​ງປະ​ເທດ​ຈີນ​ກ່າວ​ວ່າ,​ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ສີ​ຈິ້ນ​ຜີ​ງ ​ເລ​ຂາ​ທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ປະທານ​ປະ​ເທດສປຈີນ,ທ່ານ​ຫງວຽນ​ຟູ​ຈອງ ​ເລຂາ​ທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາດຈະ​​ເດີນທາງ​ຢ້ຽມຢາມ​ຈີນ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 12 ຫາ​ວັນ​ທີ 15 ມັງກອນ​ນີ້.​ໃນ​ພິທີ​ຖະ​ແຫຼງຂ່າວ​ທີ່​ຈັດ​ຂຶ້ນ​ເປັນ​ປະຈຳ​ໃນ​ວັນ​ທີ 9 ມັງກອນ​ນີ້,ທ່ານ​ລູ້​ຄ່າງ​ກ່າວ​ວ່າ,ນີ້​ແມ່ນ​ການ​ຢ້ຽມຢາມ​ຈີນ​ຂອງສະຫາຍ​ຫງວຽນ​ຟູ​ຈອງເປັນ​ເທື່ອ​ທຳ​ອິດ​ຫຼັງ​ໄດ້​ຮັບ​ເລືອກ​ຕັ້ງ​ໃນ​ກອງ​ປະຊຸມ​​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູນິດ​ຫວຽດນາມ,ຈີນ​ໃຫ້​ຄວາມ​ສຳຄັນ​​ສູງ​ຕໍ່​ເລື່ອງ​ນີ້.​ໃນ​ໄລຍະ​ຢ້ຽມ​ຢາມ,ຜູ້ນຳ​ພັກ​ລັດ​ຈີນ​ຈະ​ພົບ​ປະ​ເຈລະຈາ​ກັບທ່ານ​ຫງວຽນຟູ​ຈອງ​ເພື່ອ​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ​ແລະ​ບັນຫາ​ທີ່​ສົນ​ໃຈ​ຮ່ວມ​ກັນ.ຂະນະ​ດຽວ​ກັນ​ທ່ານ​ຫງວຽນ​ຟູ​ຈອງ​ຍັງ​ຈະ​​ເດີນທາງ​ຢ້ຽມຢາມບາງ​ທ້ອງ​ຖິ່ນ.

ທ່ານ​ລູ້​ຄ່າງ​ກ່າວ​ວ່າ,ຈີນ​ຍິນ​ດີ​ຮ່ວມ​ກັບ​ຫວຽດນາມສືບ​ຕໍ່​ເສີມ​ຂະຫຍາຍ​ໄມຕີ​ຈິດ​ມິດຕະພາບ​,​ເພີ່ມ​ທະ​ວີການ​ແລກປ່ຽນ​ກັນ​ດ້ານ​ຍຸດ​ທະ​ສາດ,​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທາງ​ການ​ເມືອງ,ລົງ​ເລິກ​ການ​ຮ່ວມ​ມື​ທີ່​ຕິດ​ແທດ​ຕົວ​ຈິງ​ເພື່ອ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸ​ດທະ​ສາດ​ຮອບດ້ານ​ຈີນ-ຫວຽດນາມ​ໃຫ້​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ ປອດ​ໃສ​ແລະ​ໜັກ​ແໜ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ