ລະບົບ​​ "ເປີ​ຍ​ໂຕ"ຈະ​ປົກ​ຄຸມ​ທົ່ວ​ໂລກໃນ​ປີ 2020
2017-01-11 11:01:45  cri 
ງານ​ສົ່ງ​ເສີມ​ການນຳ​ໃຊ້​ລະບົບ"ເປີ​ຍ​ໂຕ"ທາງ​ພົນລະ​ເຮືອນ​ຄັ້ງ​ທີ 2 ​ໄດ້​ບົ່ງບອກໃຫ້ເຫັນຢ່າງຈະແຈ້ງໃ​ນວັນ​ທີ 10 ມັງກອນ​ນີ້​ວ່າ: ການ​ນຳ​ໃຊ້ລະບົບ"ເປີ​ຍ​ໂຕ"​ຂອງ​ຈີນ​ເຂົ້າໃນ​ທຸກ​ຂົງ​ເຂດ​​ເສດຖະກິດ​ແຫ່ງ​ຊາດ​ແລະ​ການ​ກໍ່ສ້າງລະບົບ​ປ້ອງ​ກັນ​ປະ​ເທດ​ໄດ້​​ເຂົ້າ​ສູ່​ລວງ​ເລິກ​​ເປັນ​ກ້າວໆ​ແລະໂດຍ​ລວມ​ແລ້ວ​ການ​ນຳ​ໃຊ້​ລະບົບ​ດັ່ງກ່າວໄດ້​ເຂົ້າ​ສູ່​ໄລຍະ​ໃໝ່ການຫັນ​ເປັນ​ອຸດສາຫະກຳທັງມີ​ຂະໜາດ​ໃຫຍ່​ສາມາດຮັບ​ໃຊ້ທົ່ວ​ປວງ​ຊົນ​ແລະ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ຂະນະດຽວກັນກໍຄາດ​ວ່າ​ຈະ​ປົກ​ຄຸມ​ບັນດາ​ປະ​ເທດ​ລຽບ​ຕາມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"​​​​​ໃນ​ປີ 2018 ​ແລະໃນ​ປີ 2020 ຈະ​ປົກ​ຄຸມ​ທົ່ວ​ໂລກ.

ປັດຈຸບັນ, ການ​ກໍ່ສ້າງ​ລະບົບ"ເປີ​ຍ​ໂຕ​ທົ່ວ​ໂລກ​"ກຳລັງ​ເລັ່ງພັດທະນາ​ ໂດຍການໄດ້​ສົ່ງ​ດາວ​ທຽມ​ທົດ​ລອງ​ 5 ໜ່ວຍ​ຂຶ້ນ​ສູ່​ວົງ​ໂຄຈອນ​ແລ້ວ. ​ແນວ​ໃດ​ກໍ​ດີ, ຕາມ​ແຜນ​ການ​ກໍ່ສ້າງ​ເຄືອ​ຂ່າຍໃນພາຍຫຼັງ, ຄາດ​ວ່າ​ຈະ​ປົກ​ຄຸມ​ບັນດາ​ປະ​ເທດ​ລຽບ​ຕາມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"​​ ​ໃນ​ປີ 2018 ​ເພື່ອ​ໃຫ້ການ​ບໍລິການ​ພື້ນຖານ ​​ແລະ​ຈະ​ສ້າງ​ສຳ​ເລັດຮອບດ້ານ​ກ່ອນ​ຫຼື​ຫຼັງ​ປີ 2020 ​ໂດຍ​ມີ​ຄວາມ​ສາມາດ​ບໍລິການ​ປົກ​ຄຸມ​ທົ່ວ​ໂລກ. ຂະນະ​ທີ່​​ເມື່ອ​ທຽບ​ໃສ່"ເປີ​ຍ​ໂຕ2"​ແລ້ວ,ລະບົບ​"ເປີ​ຍ​ໂຕທົ່ວ​ໂລກ"​ຈະ​ມີ​ລະດັບ​ຄວາມ​​ຖືກຕ້ອງ​ແນ່ນອນ​​ດ້ານທີ່​ຕັ້ງ​ແລະເວລາ, ສະກັດກັ້ນ​ສິ່ງ​ລົບ​ກວນ​, ບໍລິ​ມາດ​ຂອງ​ລະບົບ​ແລະ​ອື່ນໆສູງຂຶ້ນຢ່າງຫຼວງຫຼາຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ