ທີ່​ປຶກສາ​ແຫ່ງ​ລັດ​ຈີນ​ພົບ​ປະ​ກັບ​ຮອງ​ນາຍົກລັດຖະມົນຕີມາ​ເລ​ເຊຍ
2017-01-11 11:25:46  cri 
ວັນ​ທີ 10 ມັງກອນ​ນີ້​ຢູ່​ນະຄອນຫຼວງ​ປັກ​ກິ່ງ,ທ່ານ​ໂກ່​ວ​ເຊິ​ງ​ຄຸນ ທີ່​ປຶກສາ​ແຫ່ງລັດ,ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ອາ​ເມັດ ຈາ​ຮິດ ຮາ​ມີດີ ຮອງ​ນາຍົກລັດຖະມົນຕີທັງ​ເປັນ​ລັດຖະມົນຕີ​ກະຊວງ​ພາຍ​ໃນ​ມາ​ເລ​ເຊຍໃນ​ໂອກາດ​ເດີນທາງ​ຢ້ຽມຢາມຈີນ.

ທ່ານ​ໂກ່​ວ​ເຊິ​ງຄຸນ​ຢືນຢັນ​ວ່າ​ຫວັງ​ໃຫ້​ສອງ​ຝ່າຍ​ເອົາ​ໃຈ​ໃສ່​ຈັດ​ຕັ້ງ​ປະຕິບັດ​ຄວາມ​ຮັບ​ຮູ້​ສຳຄັນ​ທີ່​ເປັນ​ເອກະ​ພາບ​ກັນ​ລະຫວ່າງ​ຜູ້ນຳ​ສອງ​ປະ​ເທດ, ​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທາງ​ການ​ເມືອງ,​ເປີດ​ກວ້າງ​ການ​ຮ່ວມ​ມື​ຕົວ​ຈິງ,ພະຍາຍາມເຮັດໃຫ້​ການ​ຮ່ວມ​ມື​​ໃນ​ຂົງ​ເຂດ​ຕ້ານ​ອາ​ຊະ​ຍາ​ກຳ​ຂ້າມ​ຊາດ​ເປັນ​ຕົ້ນການ​ຕ້ານ​ການກໍ່ການ​ຮ້າຍ,ປາບ​ປາມ​ຢາ​ເສບ​ຕິດ,ປາບ​ປາມ​ການ​ຫຼອກ​ລວງ​ທາງ​ໂທລະ​ຄົມ​ແລະ​ອື່ນໆປະສົບຜົນສຳເລັດຫຼາຍກວ່າເກົ່າ ທັງ​ສົ່ງ​ເສີມ​ການ​​ພົວພັນດ້ານ​​ເສດຖະກິດ​ການ​ຄ້າ​ແລະ​ບຸກຄະລາ​ກອນ ​ແລະ​ຮ່ວມ​ກັນ​ສ້າງ​ສະພາບ​ແວດ​ລ້ອມ​ທີ່​ ​ດີ​ຕໍ່​ການ​ພັດທະນາ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ສອງ​ປະ​ເທດ​ກໍ​ຄື​ພາກ​ພື້ນ​ໃຫ້​ຫຼາຍ​ຂຶ້ນ ​ເພື່ອ​ປະກອບສ່ວນ​ອັນ​ໃໝ່​ເຂົ້າ​ໃນ​ການ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ຈີນ-ມາ​ເລ​ເຊຍ.

ທ່ານ​ຈາ​ຮິດຢືນຢັນ​ວ່າ ຍິນ​ດີ​ຮ່ວມ​ກັບ​ຈີນ​ເພີ່ມ​ທະວີ​ການ​ຮ່ວມມື​ດ້ານ​ການ​ປະຕິບັດ​ກົດໝາຍ​ແລະຄວາມ​ໝັ້ນຄົງ​ຕື່ມ​ອີກ​ແລະ​ຊຸກຍູ້​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃຫ້ຂະຫຍາຍຕົວ​ຂຶ້ນ​ສູ່​ລະດັບ​ໃໝ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ