ຈີນ​ເຜີຍ​ແຜ່​ປຶ້ມ​ປົກ​ຂາວ​ນະ​​ໂຍບາຍ​ຮ່ວມ​ມື​ດ້ານ​ຄວາມ​ໝັ້ນຄົງ​ອາຊີ​ປາຊີ​ຟິກ​ເປັນ​ເທື່ອ​ທຳ​ອິດ
2017-01-11 16:08:12  cri 
ຫ້ອງການ​ຖະ​ແຫຼ​ງຂ່າວ​ລັດຖະບານ​ຈີນ​ໄດ້​ເຜີ​ຍ​ແຜ່​ປຶ້ມ​ປົກ​ຂາວ "ນະ​ໂຍບາຍ​ຈີນ​ວ່າ​ດ້ວຍ​ການ​ຮ່ວມ​ມື​ດ້ານ​ຄວາມ​ໝັ້ນຄົງ​ອາຊີ​ປາຊີ​ຟິກ"​ໃນ​ວັນ​ທີ 11 ມັງກອນ​ນີ້.

ປຶ້ມ​ປົກ​ຂາວ​ສະບັບ​ດັ່ງກ່າວມີໂຕໜັງສື 16.000 ​ໂຕ ​ ​ປະກອບ​ດ້ວຍ 6 ພາກ​ຄື ຈຸດ​ຢືນ​ນະ​ໂຍບາຍ​ຂອງ​ຈີນ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ຄວາມ​ໝັ້ນຄົງ​ອາຊີ​ປາຊີ​ຟິກ, ​ຄວາມ​ໝັ້ນຄົງ​ອາ​ຊີ​ປ​າຊີ​ຟິກຕາມທັດສະນະຂອງ​ຈີນ, ສາຍ​ພົວພັນ​ລະຫວ່າງ​ຈີນ​ກັບປະ​ເທດ​ໃນ​ພາກ​ພື້ນ​ອາຊີ​ປາຊີ​ຟິກ,ຫຼັກ​ໝັ້ນ​​ແລະ​ຈຸດ​ຢືນ​ຂອງ​ຈີນ​ໃນ​ບັນຫາ​ຈຸດ​ສຸມ​ໃນ​ພາກ​ພື້ນ, ກົນ​ໄກຫຼາຍ​ຝ່າຍ​ສຳຄັນ​ຂອງ​ພາກ​ພື້ນ​ອາຊີ​ປາຊີ​ຟິກທີ່​ຈີນ​ມີ​ສ່ວນ​ຮ່ວມແລະການ​ຮ່ວມ​ມື​ຮັກສາ​ຄວາມ​ໝັ້ນຄົງ​​ແບບ​ໃໝ່​ໃນ​ພາກ​ພື້ນ​ທີ່​ຈີນ​ມີ​ສ່ວນ​ຮ່ວມ.

ປຶ້ມ​ປົກ​ຂາວ​ຍັງ​​​ແນະນຳ​ການເຂົ້າ​ຮ່ວມ​ຮ່ວມ​ມື​ຮັກສາ​ຄວາມ​ໝັ້ນຄົງ​ແບບ​ໃໝ່​ໃນ​ພາກ​ພື້ນ​ຂອງຈີນເປັນ​ຕົ້ນ ການ​ກູ້​ໄພ,ການ​ຕ້ານ​ການ​ກໍ່​ການ​ຮ້າຍ, ການ​ປາບ​ປາມ​ອາ​ຊະ​ຍາ​ກຳ​ຂ້າມ​ຊາດ,ຄວາມ​ປອດ​ໄພ​ດ້ານ​ອິນ​ເຕີ​ເນັດ,ຄວາມ​ໝັ້ນຄົງ​ທາງ​ທະ​ເລ, ການ​ປ້ອງ​ກັນ​ການ​ແຜ່ຜາຍ​ອາວຸດ​ກັບການ​ຫຼຸດ​ກຳລັງຮົບ​ແລະ​ອື່ນໆ.

ປຶ້ມປົກ​ຂາວ​ຍັງ​ລະບຸ​ວ່າ: ປະຊາ​ຊົນ​ຈີນ​ກຳລັງ ​ສູ້​ຊົນ​ເພື່ອ​ບັນລຸ​ຄວາມ​ຝັນໃນການ​ຟື້ນ​ຟູ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງຊາດ ຄືນ​ໃໝ່ຢ່າງ​ຍິ່ງ​​ໃຫຍ່​ ​ແລະ​ໃນ​ຂະ​ບວນການ​ດັ່ງກ່າວ, ຈີນ​ຈະ​ນຳ​ເອົາ​ໂອກາດ​ຮ່ວມ​ມື​ແລະ​ຜົນ​ປະ​ໂຫຍ​ດຈາກ​ການ​ພັດທະນາ​ໄປ​ສູ່​ພາກ​ພື້ນ​ອາ​ຊີ​ປາຊີ​ຟິກ​ໃຫ້ຫຼາຍ​ຂຶ້ນ​ກວ່າ​ເກົ່າ. ຈີນ​ຍິນ​ດີ​ຮ່ວມ​ກັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ນີ້ຍຶດໝັ້ນການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ,ສົ່ງ​ເສີມ​ການ​​ເຈລະຈາ​ແລະ​ການ​ຮ່ວມ​ມື​ດ້ານ​ຄວາມ​ໝັ້ນຄົງ​ອາຊີ​ປາຊີ​ຟິກ, ສົ່ງ​ເສີມ​ການສ້າງສາ​ຍພົວພັນ​ລະຫວ່າງ​ຊາດ​ແບບ​ໃໝ່​ແລະ​ຮ່ວມ​ກັນ​ສ້າງ​ອະນາຄົດ​ໃນການພັດທະນາ​ພາກ​ພື້ນ​ອາຊີ​ປາຊີ​ຟິກ​ໃຫ້ສີວິໄລ​ກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ