ບໍລິສັດຢູນຽນ​ເພສາກົນ​ຈີນ​ຈຳກັດ​ໂຄສະນາ​ບັດ​ສະ​ເພາະ​ອາຊີ​ຢ່າງຮອບດ້ານ
2017-01-11 17:09:51  cri 
ວັນ​ທີ 10 ມັງກອນ​ນີ້, ບໍລິສັດ​ຢູນຽນ​ເພ​ສາກົນ​ຈີນ​ຈຳກັດ​ໄດ້​ໃຫ້​ຮູ້​ວ່າ: ​ແຕ່​ປີ 2017 ​ເປັນ​ຕົ້ນ​ໄປ, ບໍລິສັດ​ຂອງ​ຕົນຈະ​ໂຄສະນາ​ບັດ​ສະ​ເພາະ​ອາຊີ​ຢູ່​ຕະຫຼາດ​ຕ່າງປະ​ເທດ​ຢ່າງຮອບດ້ານ, ຂະນະ​ທີ່​ອົງການທີ່​ສຳຄັນ​ຫຼາຍ​ສິບ​​ແຫ່ງທັງ​ຈາກຕະຫຼາດ​ອາຊີ​ກາງ​,ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ແລະ​ອື່ນໆ​ມີ​ແຜນ​ຈະ​ອອກບັດ​ດັ່ງກ່າວ​ໃນ​ປີ​ນີ້ ​ເພື່ອ​ສະໜອງ​ການ​ບໍລິການ​ການ​ຈ່າຍວິທີ​ໃໝ່​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ແລະ​ລູກ​ຄ້າທີ່​ສັນຈອນໄປມາ​ເຂດ​ອາຊີ​ເລື້ອຍໆ.

ບັດ​ສະ​ເພາະ​ອາຊີ​ມີ​ສອງ​ຊະນິດ​ຄື:ບັດ​ທ່ອງ​ທ່ຽວ​ອາຊີ​ແລະ AsiaPrestige, ​ໃນ​ນັ້ນ, ບັດ​ທ່ອງ​ທ່ຽວ​ອາຊີ​ຕົ້ນຕໍ​​ເນັ້ນໃສ່​ນັກ​ທ່ອງ​ທ່ຽວ​ທົ່ວ​ໄປ ​ໂດຍ​ລວມ​ແລ້ວຢູ່​ໄທ,ມຽນມາ,ຟີ​ລິບ​ປິນ,ມາ​ເລ​ເຊຍ​ແລະ​ອາ​ເມ​ລິ​ກາ​ເປັນ​ຕົ້ນ​​ໄດ້​ອອກ​ແລ້ວ 5 ​ແສນ​ກວ່າ​ບັດ; ສ່ວນ AsiaPrestige ​​​ເນັ້ນໃສ່ນັກທຸລະກິດ​ລະດັບ​ສູງ ​ໂດຍຜູ້​ຖື​ບັດ​ສາມາດ​ໃຊ້​ບໍລິການ​ຫ້ອງVIP 850 ກວ່າ​ຫ້ອງ​ຂອງ​ສະໜາມ​ບິນ​ແລະ​ສະຖານີ​ລົດ​ໄຟ​ຄວາມ​ໄວ​ສູງ 450 ກວ່າ​ແຫ່ງ​​ໃນໂລກ​ໄດ້ ​ລວມທັງການ​ບໍລິການ​ຮັບ-ສົ່ງ​ເຖິງສະໜາມບິນຂອງ​ 60 ຕົວ​ເມືອງ​ທີ່​ສຳຄັນຂອງ​ອາຊີ ກໍ​ຄື​ການ​ຊ່ວຍ​ເຫຼືອ​ດ້ານ​ການ​ປິ່ນປົວ​, ​ການທ່ອງທ່ຽວ​ໃນ​ໂລກ ​ແລະ ການ​ຊ່ວຍ​ເຫຼືອ​ດ້ານ​ການ​ປິ່ນປົວ VIP ຢູ່​ຈີນ​​ແລະ​ການບໍລິການ​ອື່ນໆ​.

ຂ່າວ​ແຈ້ງວ່າ, ປັດຈຸບັນ, ການອອກບັດ​ຢູນຽນ​ເພ​ຢູ່​ຕ່າງປະ​ເທດ​ໄດ້​ມີ​ເຖິງ 68 ລ້ານ​ກວ່າ​ບັດແລ້ວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ