ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ອາ​ເມ​ລິ​ກາ​ຢືນຢັນ​ຖະ​ແຫຼ​ງການຮ່ວມ​ ​3 ສະບັບ​ແມ່ນ​ພື້ນຖານ​ທາງ​ການ​ເມືອງ​​ໃນ​ການ​ເສີມ​ຂະຫຍາ​ຍສາຍພົວພັນ​ລະຫວ່າງ​ຈີນ-ອາ​ເມ​ລິ​ກາ
2017-01-11 17:27:11  cri 
ວັນ​ທີ 10 ມັງກອນ​ນີ້, ທ່ານ ຊຸ່ຍ​ທ່ຽນ​ໄຂ ​ເອກ​ອັກ​ຄະ​ລັດຖະທູດ​ຈີນ​ປະຈຳ​ອາ​ເມ​ລິ​ກາ​ກ່າວ​ເນັ້ນ​ວ່າ: ປີ​ນີ້​ແມ່ນ​ປີ​ທີ່​ຈີນ​ແລະ​ອາ​ເມ​ລິ​ກາ​ລົງ​ນາມ​ໃນ "​ຖະ​ແຫຼ​ງການຊຽງ​ໄຮ"ຄົບຮອບ 45 ປີ, ຂໍ​ພຽງ​ແຕ່​ຍຶດໝັ້ນ​ຫຼັກການ​ພື້ນຖານ​ທີ່​ຢືນຢັນ​ໃນ​ຖະ​ແຫຼ​ງການ​ຮ່ວມ 3 ສະບັບ​ຂອງ​ສອງ​ຝ່າຍ​ລວມທັງຖະ​ແຫຼ​ງການ​ດັ່ງກ່າວ, ​ເຖິງ​ວ່າ​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ອາດ​ຈະ​ປະສົບ​ຄວາມ​ຫຍຸ້ງຍາກ​ກໍ​ຕາມ,​ແຕ່​ສອງ​ຝ່າຍ​ກໍ​ສາມາດ​ຫຼີກ​ເວັ້ນການ​ຕໍ່ຕ້ານ​ແລະການ​ປະ​ທະ​ກັນ​ໄດ້ ​ໂດຍ​ເພີ່ມ​ທະວີ​ການ​ຮ່ວມ​ມືສ້າງ​ຄວາມ​ເຂົ້າ​ໃຈ ພ້ອມ​ທັງ​ສ້າງ​ຄວາມ​ສົມບູນ​ພູນ​ສຸກ​ໃຫ້​ແກ່​ປະຊາ​ຄົມ​ໂລກ​ໃຫ້​ຫຼາຍ​ກວ່າ​ເກົ່າ.

ທ່ານ ຊຸ່ຍ​ທ່ຽນ​ໄຂ ​ໄດ້​ໃຫ້​ທັດສະນະ​ດັ່ງກ່າວ​ຂະນະ​ທີ່​ເຂົ້າ​ຮ່ວມ​ການວາງສະ​ແດງ​ແລະ​ສາຍຮູບ​ເງົາ​ສາລະ​ຄະດີ "ຊາວ​ຢີ້ວຢູ່​ຊຽງ​ໄຮ" ທີ່​ກຸ່ມ​ບໍລິສັດ​ເວີນ​ກວາງ​ຊຽງ​ໄຮ​ຈີນຖ່າຍ​ທຳ ​ແລະ ງານ​ລ້ຽງ​​ເພື່ອ​ສະ​ເຫຼີ​ມສະຫຼອງ​ການ​ສ້າງສາ​ຍພົວພັນ​ທາງ​ການ​ທູດ​ລະຫວ່າງ​ຈີນ-ອິສຣາ​ແອນຄົບຮອບ 25 ປີທີ່​ຈັດຂຶ້ນ​ຢູ່​ອາຄານ​ລັດຖະສະພາ​​​ອາ​ເມ​ລິ​ກາ.

ທ່ານ ຊຸ່ຍ​ທ່ຽນ​ໄຂ ກ່າວ​ຕື່ມ​ວ່າ​: ​ໃນອະ​ນາຄົດ,ຂໍ​ພຽງແຕ່​ຈີນ​ແລະ​ອາ​ເມ​ລິ​ກາ​ສືບ​ຕໍ່​ຍຶດຖື​ທັດສະນະ​ຄະຕິຕໍ່​ຫຼັກການ​ພື້ນຖານ​ໃນ​ການ​​ເສີມຂະຫຍາຍ​ສາຍ​ພົວພັນ​ລະຫວ່າງ​ຈີນ-ອາ​ເມ​ລິ​ກາ, "ຖ້າ​ເຖິງ​ວ່າ​ຈະ​ພົບ​ກໍລະນີ​ທີ່​ ​ຫຍຸ້ງຍາກ, ພວກ​ເຮົາ​ກໍຈະ​ສາມາດ​ຍຶດໝັ້ນການ​ບໍ່​ປະ​ທະ​ແລະ​ບໍ່​ຕໍ່ຕ້ານ​ກັນ,​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ແລະ​ເຄົາລົບ​ເຊິ່ງກັນ​ແລະ​ກັນ,​ເປີດ​ກວ້າງ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດພ້ອມ​ທັງ​ສ້າງ​ຄວາມ​ສົມບູນ​ພູນ​ສຸກ​ໃຫ້​ແກ່​ປະຊາ​ຊົມ​ໂລກ​ໃຫ້​ຫຼາຍ​ກວ່າ​ເກົ່າ".
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ