ປະ​ເທດ​ຈີນ​ໃນ​ສາຍຕາ​ຂອງ​ຊາວ​ສວິສ (ວິດີໂອ)
2017-01-11 16:50:08  cri 

 

ທ່ານ​ສີ​ຈິ້ນ​ຜີ​ງ, ປະທານ​ປະ​ເທດ​ຈີນ​ຈະ​ເດີນ​ທາງ​ຢ້ຽມຢາມ​ສວິສ​ທາງ​ລັດຖະກິດແຕ່​ວັນ​ທີ 15 ຫາ​ວັນ​ທີ 18 ມັງກອນ​ນີ້, ​ແລະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ປະຈຳ​ປີ​ຂອງ​ເວທີ​ປຶກສາ​ຫາລື​ດາ​ວົສ. ​ແລະ​ຖື​ວ່ານີ້​ແມ່ນ​ການ​ຢ້ຽມຢາມ​ຕ່າງປະ​ເທດຄັ້ງ​ທຳ​ອິດ​ຂອງ​ທ່ານໃນ​ປີ 2017. ​ໃນ​ຖານະ​ເປັນ​ ໜຶ່ງ​ໃນ​ປະ​ເທດ​ຕາ​ເວັນ​ຕົກ​ທີ່​ຮັບຮອງ​​ແລະ​ສ້າງສາ​ຍພົວພັນທາງ​ການ​ທູດ​ກັບ​ຈີນ​ກ່ອນ​ໝູ່, ສວິສ​ໄດ້​​ເສີຍຂະຫຍາຍ​ສາຍ​ພົວພັນ​ກັບ​ຈີນ​ຢ່າງ​ໝັ້ນ​ທ່ຽງ​ຕະຫຼອດ​ມາ. ​ໂດຍ​ສະ​ເພາະ​ໃນ​ຫຼາຍ​ປີຜ່ານມາ, ​ເຈົ້າ​ໜ້າ​ທີ່​ຂຶ້ນ​ສູ​ງຂອງ​ສອງ​ປະ​ເທດ​ໄດ້​ຢ້ຽມຢາມ​​ເຊິ່ງກັນ​ແລະ​ກັນ​ເລື້ອຍໆ, ການ​ຮ່ວມ​ມື​ເສດຖະກິດ​ການ​ຄ້າກໍ​ນັບ​ມື້​ນັບ​ເປີດ​ກວ້າງ​ຢ່າງ​ບໍ່​ຢຸດ​ຢັ້ງ, ການ​ແລກປ່ຽນ​ແລະ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ກໍ​ນັບ​ມື້​ນັບ​ໃກ້ຊິດ​ກວ່າ​ເກົ່າ. ຈາກ​ຄວາມໃກ້ຊິດ​ຄື​ດັ່ງກ່າວ​ນັ້ນ​ໄດ້​ກາຍ​ເປັນ​ຈຸດ​ສົນ​ໃຈ​ຂອງ​ປະຊາຊົນ​ສວິສກໍ​ຄື, ​ຈີນ​ເປັນ​ປະ​ເທດ​ຄື​ແນວ​ໃດ? ປະຊາຊົນ​ສວິສຮູ້ຈັກ​ປະ​ເທດ​ຈີນ​ຫຼາຍ​ປານ​ໃດ? ຖ້າວ່າ​ມີ​ໂອກາດ​ໄປ​ປະ​ເທດ​ຈີນ, ​ເຂົາ​ເຈົ້າ​ຢາກ​ໄປ​ບ່ອນ​ໃດຫຼາຍ​ກວ່າ?

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ