ຈີນ​ບັນຈຸ​ມູນ​ເຊື້ອ "ສົງຄາມ​ຕໍ່ຕ້ານ 14 ປີ "​ເຂົ້າ​ໃນ​ແບບຮຽນຊັ້ນ​ປະຖົມ,​ມັດທະຍົມ
2017-01-11 12:03:48  cri 
ວັນ​ທີ 10 ມັງກອນ​ນີ້,ກະຊວງ​ການ​ສຶກສາ​ຈີນ​ກ່າວ​ວ່າ,​ໃນ​​ແບບຮຽນ​ລະດູບານ​ໃໝ່​ປີ 2017 ຈະ​​ເສີມ​ຂະຫຍາຍ​​​ມູນ​ເຊື້ອ "ສົງຄາມ​ຕໍ່ຕ້ານ 14 ປີ " ຢ່າງຮອບດ້ານ​ໂດຍ​ການ​ປັບປຸງ​ແບບຮຽນ​ໄດ້​​ເລັ່ງ​ໃຫ້​ປົກ​ຄຸມ​ໃນ​ທຸກ​ສາຍ​ວິຊາຂອງ​ມະຫາວິທະຍາ​ໄລ,ມັດທະຍົມ​ແລະ​ປະຖົມ​​ເຊິ່ງລວມທັງ​ແບບຮຽນ​ຂອງ​ລັດ​ແລະ​​ທ້ອງ​ຖິ່ນ​ເພື່ອ​ສ່ອງ​ແສງ​ໂທດ​ກຳ​ການຮຸກ​ຮານ​ຂອງ​ຍີ່ປຸ່ນ​ຢ່າງຮອບດ້ານ​ແລະ​ເນັ້ນ​ປະຫວັດ​ສົງຄາມ​ຕໍ່ຕ້ານ 14 ປີຫຼັງ​ເຫດການ 18 ກັນຍາ​ປີ 1931.

​ສົງຄາມ​ຕໍ່ຕ້ານ 8 ປີ​ໝາຍ​ເຖິງ​ສົງຄາມ​ຕໍ່ຕ້ານ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ທີ່​ເລີ່​ມ​ແຕ່​ປີ 1937,ສ່ວນ​ສົງຄາມ​ຕໍ່ຕ້ານ 14 ປີກໍ​ຄື​ທຸກ​​ຂະ​ບວນການ​ຕໍ່ສູ້​ເພື່ອ​ຕໍ່ຕ້ານ​ການ​ຮຸກ​ຮານ​ຂອງ​ຈັກກະພັດ​ນິຍົມ​ຍີ່​ປຸ່ນ​ເຊິ່ງລວມທັງ​ສົງຄາມ​ຕໍ່ຕ້ານຢູ່​ບາງ​ທ້ອງ​ຖິ່ນ​ທີ່​ເລີ່​ມ​ແຕ່​ປີ 1931.ຜູ້​ຊ່ຽວຊານ​ກ່າວ​ວ່າ,ການ​ກຳນົດ​ສົງຄາມ​ຕໍ່ຕ້ານທີ່​ໄດ້​ເລີ່​ມຈາກເຫດການ 18 ກັນຍາ​ປີ 1931 ນັ້ນ​ສອດຄ່ອງ​ກັບ​ຄວາມ​ຮັບ​ຮູ້​ຂອງ​ສາກົນ.

ທ່ານ​ສູ​ຈ່າວ​ຮຸ່ຍ ນັກ​ຄົ້ນຄວ້າ​ສະ​ຖາ​ບັນ​ຄົ້ນຄວ້າ​ວິທະຍາສາດ​ການ​ສຶກສາ​ກ່າວ​ວ່າ,​ຄວນ​ເຮັດ​ໃຫ້​ຫຼາຍຄົນກຳ​ແໜ້ນ​ປະຫວັດສາດ​ໄລຍະນີ້ທັງ​ສະພາບ​ເດີມ​ແລະ​ສະພາບ​ສົງຄາມ​ທັງ​ໝົດ​ຢ່າງ​ທົ່ວ​ເຖິງ​ແລະ​ຫຼາຍກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ