ດອກສະ​ກຸລະ​​ເບັ່ງບານ​ຢ່າງສວຍ​ງາມ​ຢູ່​ຄຸນ​ມິ​ງ
2017-01-12 15:16:24  cri 


​​ໄລຍະ​ນີ້,ເມືອງ​ຄຸນ​ມິ​ງ​ແຂວງ​ຢຸນນານ ສປ ຈີນ ​ໄດ້​ເຂົ້າ​ສູ່​​ໄລຍະ​ທີ່​ດອກ​ສະ​ກຸລະ​ລະດູ​ໜາວ​ເບັ່ງ​ບານ​ໂດຍ​ຕົ້ນ​ດອກສະ​ກຸລະ 600 ກວ່າ​ຕົ້ນ​ຢູ່​ສອງຟາກ​ທາງ​ຫົງ​ຖາ​ຊີ ​ແຄມ​ໜອງ​ຕ່ຽນສື​​ໄດ້​ເບັ່ງບານ​ສວຍ​ງາມ​ທີ່​ສຸດ ​ເຊິ່ງ​ຄວາມ​ສວຍ​ງາມ​ດັ່ງກ່າວ​ກໍໄດ້​ດຶງ​ດູດ​ຊາວ​ເມືອງ​ແລະ​ນັກ​ທ່ອງ​ທ່ຽວ​ຈຳນວນ​ບໍ່​ໜ້ອຍ​ເດີນທາງ​ໄປ​ຖ່າຍຮູບ. ດອກສະ​ກຸລະ​ລະດູ​ໜາວ​ເປັນ​ພັນ​ໄມ້​ພື້ນ​ເມືອງ​ທີ່​ມີ​ສະ​ເພາະ​ຢູ່​​ແຂວງ​ຢຸນນານ ​ແລະ​ເນື່ອງ​ຈາກ​ວ່າ​ມັນ​ບານ​ໃນ​ລະດູ​ໜາວ​ຈິ່ງ​ໄດ້​ຊື່ວ່າ​ສະ​ກຸລະ​ລະດູ​ໜາວ,ພັນ​ສະ​ກຸລະ​ໄດ້​ສ້າງ​ຄຸນຄ່າ​ໃນ​ການ​ຊື່ນ​ຊົມ​​ແລະ​ບານ​ໃນ​ລະດູ​ໜາວ​ພຽງ​ໜຶ່ງດຽວ​ໃນ​ພັນ​ສະ​ກຸລະ​ທີ່​ເກີດ​ຕາມ​ທຳ​ມະ​ຊາດ​ຂອງ​ຈີນ ທັງ​ເປັນ​ພືດ​ສະຫງວນຊັ້ນ​ສອງ​ຂອງ​ແຂວງ​ຢຸນນານ.


1 2 3 4
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ